ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ໄດ້ອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫຼວງພະບາງ ໃນ 46 ປີຜ່ານມາໄດ້ຍາດເອົາໄຊຊະນະອັນໃຫຍ່ຫຼວງຫຼາຍຢ່າງໃນທຸກຂົງເຂດການເມືອງ, ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະການສຶກສາ, ປະກອບສ່ວນເຂົ້າໃນຜົນງານລວມໃນພາລະກິດກໍ່ສ້າງ, ປົກປັກຮັກສາ ແລະພັດທະນາຂອງປະເທດລາວ.

leftcenterrightdel
ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ອວຍພອນວັນສະຖາປະນາແຫ່ງ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021). ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນດັງຮຸ່ງ ຕີລາຄາສູງການພົວພັນຮ່ວມມື, ແຮກສ່ຽວອັນສະໜິດຕິດພັນລະຫວ່າງແຂວງຫຼວງພະບາງ ກັບຫຼາຍແຂວງຂອງຫວຽດນາມ, ພ້ອມທັງເຊື່ອໝັ້ນຢ່າງແນວແນ່ວ່າ ການພົວພັນຮ່ວມມື, ການແຮກສ່ຽວນີ້ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.

ສ່ວນທ່ານ ຄໍາຂັນ ຈັນທະວີສຸກ, ເລຂາພັກ, ເຈົ້າແຂວງໆຫຼວງພະບາງ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ ແລະພວມສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ ເວົ້າລວມ, ແຂວງຫຼວງພະບາງ ເວົ້າສະເພາະອາລົມຈິດອັນດີງາມ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງ; ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈ ແລະການຮ່ວມມື, ຊ່ວຍເຫຼືອຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ, ພິເສດແມ່ນການສະໜັບສະໜູນ, ການຊ່ວຍເຫຼືອໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ.

ໂດຍ: ແສງເດືອນ