ທ່ານພົນໂທ ຫງວຽນເຈື່ອງຖັງ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ລັດຖະກອນສະຖານທູດລາວ ທຸກຖ້ວນໜ້າ ເນື່ອງໃນໂອກາດບຸນປີໃໝ່; ເນັ້ນໜັກເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ພວມພັດທະນາອັນດີງາມ. ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດລາວ ແນໃສ່ຊຸກຍູ້ການຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດໃນທຸກຂົງເຂດຢ່າງມີປະສິດທິຜົນ. ທ່ານພົນໂທ ຫງວຽນເຈື່ອງຖັງ ຫວັງວ່າ ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ-ລາວ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເວົ້າສະເພາະ.

leftcenterrightdel
 
leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນເນື່ອງໃນໂອກາດບຸນປີໃໝ່ຂອງລາວ. ພາບ: qdnd.vn

ສ່ວນທ່ານນາງ ຄຳເພົາ ເອີນທະວັນ  ໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາຮ່ວມຄວາມມ່ວນຊື່ນກັບສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່; ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຈະພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນກວ່າອີກສາຍພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານນາງ ຄຳເພົາ ເອີນທະວັນ ຂອບໃຈການນຳກະຊວງປ້ອງກັນປະເທດຫວຽດນາມ ທີ່ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂເພື່ອໃຫ້ພະນັກງານ, ລັດຖະກອນສະຖານທູດລາວ ປະຈໍາ ຫວຽດນາມ ປະຕິບັດໜ້າທີ່ຂອງຕົນ ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ