ການເຄື່ອນໄຫວເຫຼົ່ານີ້ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຍົກສູງຄວາມຮັບຮູ້, ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນເທົ່ານັ້ນ, ຫາກຍັງກາຍເປັນ “ທາດກາວ” ທີ່ຕິດພັນນໍ້າໃຈມິດຕະພາບລະຫວ່າງ ຫວຽດນາມ-ລາວ, ສ້າງເສັ້ນຊາຍແດນທີ່ສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງອີກດ້ວຍ.
ວຽກງານຖະແຫຼງຂ່າວໄປກ່ອນ, ສ້າງຄວາມເຫັນດີເປັນເອກະພາບຢູ່ເຂດຊາຍແດນ
ເຊົ້າມື້ໜຶ່ງຢູ່ດ່ານຊາຍແດນສາກົນ ນໍ້າກັ່ນ, ໃນທ່າມກາງຝູງຊົນຜ່ານດ່ານຊາຍແດນໄປມາຢ່າງຄຶກຄື້ນ, ກຸ່ມຂໍ້ມູນເອເລັກໂຕນິກສາທາລະນະນີ້ພົ້ນເດັ່ນຂຶ້ນດ້ວຍຮູບພາບ, ວິດີໂອທີ່ມີຊີວິດຊີວາດ້ວຍຫຼາຍພາສາ. ເນື້ອໃນທີ່ສະແດງອອກບໍ່ພຽງແຕ່ແມ່ນຂໍ້ກໍານົດກ່ຽວກັບການເຂົ້າ-ອອກເມືອງເທົ່ານັ້ນ, ແຕ່ຍັງໄດ້ແນະນຳວັດທະນະທຳ, ປະຊາຊົນ, ຄວາມສາມາດບົ່ມຊ້ອນການພັດທະນາແຂວງເງະອານ, ຂອງຫວຽດນາມ ອີກດ້ວຍ.
    |
 |
|
ແຈ້ງຂໍ້ມູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 16 ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ຢູ່ກຸ່ມຂໍ້ມູນຂ່າວສານເອເລັກໂຕນິກດ່ານຊາຍແດນສາກົນ ນໍ້າກັ່ນ. ພາບ: qdnd.vn |
ທ່ານພັນຕີ ໂຮ່ເທາະ, ຮອງຫົວໜ້າການເມືອງ ຄ້າຍທະຫານຊາຍແດນສາກົນ ນໍ້າກັ່ນ, ກອງບັນຊາການທະຫານຊາຍແດນແຂວງເງະອານ, ໃຫ້ຮູ້ວ່າ: “ກ່ອນໜ້ານີ້, ການໂຄສະນາເຜີຍແຜ່ສ່ວນຫຼາຍແມ່ນເປັນໃບປິວ, ແຜ່ນພັບ, ປ້າຍໂຄສະນາ, ໂປສເຕີ ແລະໂທລະໂຄ່ງ. ປະຈຸບັນ, ມີລະບົບເອເລັກໂຕນິກ, ຂໍ້ມູນມີຮູບພາບໃຫ້ເຫັນປະຈັກຕາ, ສາມາດເຂົ້າໃຈງ່າຍກວ່າ, ຊ່ວຍໃຫ້ປະຊາຊົນ ແລະນັກທ່ອງທ່ຽວສາມາດເຂົ້າເຖິງໄດ້ໄວ ແລະມີປະສິດທິຜົນຢ່າງຈະແຈ້ງ.”
ບໍ່ພຽງແຕ່ຢູ່ດ່ານຊາຍແດນເທົ່ານັ້ນ, ວຽກງານຖະແຫຼງຂ່າວການຕ່າງປະເທດ ກໍ່ໄດ້ເອົາລົງໄປຮອດບ້ານຕ່າງໆ. ຢູ່ຕາແສງ ນາງອຍ, ກອງປະຊຸມບ້ານ, ການດຳເນີນຊີວິດຂອງວົງຄະນາຍາດຊຸມຊົນໄດ້ກາຍເປັນ “ຊ່ອງ” ໂຄສະນາເຜີຍແຜ່ທີ່ລື້ງເຄີຍຂອງປະຊາຊົນ. ພະນັກງານທະຫານຊາຍແດນໄດ້ເຜີຍແຜ່ກົດໝາຍໂດຍກົງ, ອະທິບາຍກົດລະບຽບຊາຍແດນ, ໂດຍສົມທົບກັບເນື້ອໃນກ່ຽວກັບອະທິປະໄຕຜືນແຜ່ນດິນ ແລະນ້ຳໃຈສາມັກຄີລະຫວ່າງ ຫວຽດນາມ-ລາວ.
ຈາກບ່ອນທີ່ວ່າ “ຟັງເພື່ອຮູ້,” ປະຈຸບັນປະຊາຊົນຫຼາຍຄົນ ໄດ້ເປັນເຈົ້າການເຂົ້າຮ່ວມການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ກວດພົບ ແລະລາຍງານການລະເມີດທັນການ.
ຕິດພັນວຽກງານການຖະແຫຼງຂ່າວການຕ່າງປະເທດກັບວຽກງານການທູດປ້ອງກັນຊາຍແດນ ແລະການທູດປະຊາຊົນ
ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ ໄດ້ຜັນຂະຫຍາຍວຽກງານຖະແຫຼງຂ່າວການຕ່າງປະເທດຢ່າງຄົບຊຸດໂດຍຕິດພັນກັບການເຄື່ອນໄຫວການທູດປ້ອງກັນຊາຍແດນ ເພື່ອແນໃສ່ຍົກສູງປະສິດທິຜົນຂອງໜ້າທີ່ວຽກງານ, ໃນສະພາບການທີ່ປະເທດຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ.
ໂດຍຜ່ານການເຄື່ອນໄຫວລາດຕະເວນສອງຝ່າຍ, ການພົບປະແລກປ່ຽນ, ການພົບປະຕາມກໍານົດເວລາກັບກຳລັງປ້ອງກັນຊາຍແດນຂອງແຂວງຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ບໍ່ພຽງແຕ່ເພື່ອແນໃສ່ແລກປ່ຽນສະພາບການ, ສົມທົບກັນແກ້ໄຂກໍລະນີທີ່ເກີດຂຶ້ນເທົ່ານັ້ນ, ຫາກຍັງເປັນຊ່ອງຂໍ້ມູນຂ່າວສານທີ່ສຳຄັນ, ປະກອບສ່ວນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ.
ຜ່ານຮູບແບບແຮກສ່ຽວ ບ້ານ-ບ້ານ, ກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ, ການເຄື່ອນໄຫວພົບປະແລກປ່ຽນ, ໜູນຊ່ວຍພັດທະນາເສດຖະກິດ, ການສຶກສາ, ສາທາລະນະສຸກ... ການແຈ້ງໃຫ້ຊາບກ່ຽວກັບແນວທາງ, ນະໂຍບາຍຂອງສອງພັກ, ສອງລັດໄດ້ຮັບການແຜ່ຂະຫຍາຍຢ່າງເປັນທຳມະຊາດ, ຍືນຍົງ.
    |
 |
|
ກອງບັນຊາການທະຫານຊາຍແດນແຂວງເງະອານ ສົມທົບກັບກອງບັນຊາການທະຫານແຂວງ ບໍລິຄຳໄຊ, ປະເທດລາວ, ດຳເນີນການລາດຕະເວນສອງຝ່າຍ. ພາບ: qdnd.vn |
ທ່ານພັນໂທ ຮວ່າງເທຫງອກ, ຫົວໜ້າຄ້າຍທະຫານຊາຍແດນ ມີລີ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໃຫ້ຮູ້ວ່າ: “ເມື່ອມີຄວາມໄວ້ເນື້ອເຊື່ອໃຈກັນແລ້ວ, ທຸກຂໍ້ມູນທີ່ນຳມາແລກປ່ຽນລ້ວນແຕ່ສະດວກ. ນີ້ແມ່ນພື້ນຖານ ເພື່ອໃຫ້ສອງຝ່າຍສົມທົບກັນຢ່າງມີປະສິດທິຜົນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ແກ້ໄຂບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນ.”
ຄຽງຂ້າງນັ້ນ, ການເຄື່ອນໄຫວໜູນຊ່ວຍຝ່າຍລາວ, ພິເສດແມ່ນໂຄງການສະໜັບສະໜູນ, ຊ່ວຍເຫຼືອນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ພຽງແຕ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງເທົ່ານັ້ນ ແຕ່ຍັງເປັນພະຍານຫຼັກຖານທີ່ມີຊີວິດຊີວາຂອງການພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນການປັບປຸງ “ທ່າຮົບໃນໃຈປະຊາຊົນ” ຢູ່ເຂດຊາຍແດນ.
ໃນເງື່ອນໄຂຂໍ້ມູນຂ່າວສານປະຈຸບັນລະເບີດຂຶ້ນຢ່າງແຂງແຮງ, ບັນດາອິດທິກໍາລັງປໍລະປັກໄດ້ເພີ່ມທະວີການເຄື່ອນໄຫວຕໍ່ຕ້ານ, ມ້າງເພທຳລາຍດ້ວຍຫຼາຍເລ່ລ່ຽມຢ່າງແນບນຽນ, ເປັນຕົ້ນແມ່ນໃນເຄືອຂ່າຍອິນເຕີເນັດ. ຕໍ່ໜ້າສະພາບການນັ້ນ, ທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການກໍາແໜ້ນສະພາບການ, ກວດພົບ, ຕໍ່ສູ້ ແລະປະຕິເສດຂໍ້ມູນທີ່ຜິດພາດ, ບໍ່ຖືກຕ້ອງ, ບິດເບືອນ, ເສກສັ້ນປັ້ນແຕ່ງຢ່າງທັນການ.
ພ້ອມກັນນັ້ນ, ວຽກງານສົມທົບກັບອົງການສື່ມວນຊົນ, ອົງການສື່ສານ ກໍ່ໄດ້ຮັບການຍູ້ແຮງ, ສ້າງເປັນ "ແນວຮົບຖະແຫຼງຂ່າວ" ທີ່ກວ້າງຂວາງ. ບົດສາລະຄະດີ, ບົດຂຽນ ໄດ້ສ່ອງແສງໃຫ້ເຫັນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ, ບົດບາດຂອງກໍາລັງທະຫານຊາຍແດນຢ່າງແທ້ຈິງໄດ້ປະກອບສ່ວນກໍານົດທິດຫາງສຽງຂອງປະຊາຊົນ, ແຜ່ຂະຫຍາຍພາບພົດທີ່ຕັ້ງໜ້າຂອງປະເທດ, ປະຊາຊົນຫວຽດນາມ.
ບັນດາໝາກຜົນທີ່ທະຫານຊາຍແດນແຂວງເງະອານ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ຢືນຢັນວ່າ: ເມື່ອຂໍ້ມູນຂ່າວສານໄດ້ກໍານົດທິດຢ່າງຖືກຕ້ອງ, ເມື່ອ "ຈິດໃຈຂອງພັກ - ຈິດໃຈຂອງປະຊາຊົນ" ເຊື່ອມໂຍງເຂົ້າກັນນັ້ນ, ຊາຍແດນບໍ່ພຽງແຕ່ຮັກສາຄວາມສະຫງົບເທົ່ານັ້ນ ແຕ່ຍັງເຂັ້ມແຂງໃນຄວາມໄວ້ເນື່ອເຊື່ອໃຈ, ກາຍເປັນຂົງເຂດທີ່ມີສັນຕິພາບ, ມິດຕະພາບ ແລະການພັດທະນາແບບຍືນຍົງ.
ໂດຍ: ຈາງຫງວຽນ