ໃນເດືອນກຸມພາ ຜ່ານມາ, ສະຫະພັນນັກຮົບເກົ່າແຂວງເຊີນລາ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານສະຫະພັນນັກຮົບເກົ່າແຂວງຫົວພັນ ມາຢ້ຽມຢາມ, ແລກປ່ຽນປະສົບການ ແລະອວຍພອນປີໃໝ່. ໃນທ່າມກາງບັນຍາກາດອັນອົບອຸ່ນ, ເຕັມໄປດ້ວຍນໍ້າໃຈສະຫາຍ, ສະຫາຍ ພັນເອກ ຄໍາສົນ ທິບສົມພັນ ປະທານສະຫະພັນນັກຮົບເກົ່າແຂວງຫົວພັນ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ສະມາຊິກສະຫະພັນນັກຮົບເກົ່າແຂວງເຊີນລາ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026. ພ້ອມທັງສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍເຊິ່ງແຂວງເຊີນລາ ແລະສະຫະພັນນັກຮົບເກົ່າແຂວງເຊີນລາ ໄດ້ສະຫງວນໃຫ້ສະຫະພັນນັກຮົບເກົ່າແຂວງຫົວພັນ ໃນໄລຍະຜ່ານມາ.

leftcenterrightdel
ສະຫະພັນນັກຮົບເກົ່າແຂວງເຊີນລາ ລົງນາມໃນບົດບັນທຶກການຮ່ວມມືກັບສະຫະພັນນັກຮົບເກົ່າແຂວງຫຼວງນໍ້າທາ, ສປປ ລາວ. ພາບ: baosonla.vn

ໂດຍຕອບສະໜອງອາລົມຈິດອັນອົບອຸ່ນຂອງປະເທດເພື່ອນ, ການນຳສະຫະພັນນັກຮົບເກົ່າແຂວງເຊີນລາ ໄດ້ຢືນຢັນວ່າ ການພົບປະມີຄວາມໝາຍທາງການທູດທັງເປັນການພົບປະຂອງສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນແບ່ງປັນບົດຮຽນ ແລະການຮ່ວມມືຮອບດ້ານ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການພັດທະນາແບບຍືນຍົງ.

ທ່ານ ຮວ່າງແມ້ງລອງ ປະທານສະຫະພັນນັກຮົບເກົ່າແຂວງເຊີນລາ ໃຫ້ຮູ້ວ່າ ການທູດປະຊາຊົນແມ່ນໜຶ່ງໃນ 7 ໜ້າທີ່ທີ່ໄດ້ຂໍ້ກຳນົດໄວ້ໃນກົດລະບຽບສະມາຄົມນັກຮົບເກົ່າຫວຽດນາມ. ໃນແຕ່ລະປີ, ສະຫະພັນນັກຮົບເກົ່າແຂວງເຊີນລາ ໄດ້ເປັນເຈົ້າການສ້າງແຜນການ, ຈຸດສຸມແມ່ນການເຄື່ອນໄຫວໜູນຊ່ວຍ, ພົບປະແລກປ່ຽນກັບສະຫະພັນນັກຮົບເກົ່າບັນດາແຂວງພາກເໜືອຂອງລາວ, ເປັນຕົ້ນແມ່ນທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນ, ຄື: ແຂວງຫົວພັນ ແລະແຂວງຫຼວງພະບາງ. ພ້ອມກັນນັ້ນ, ຍັງໄດ້ຊີ້ນຳສະຫະພັນນັກຮົບເກົ່າທຸກຂັ້ນຊາບຊຶມຢ່າງເລິກເຊິ່ງຕໍ່ແຜນນະໂຍບາຍ, ມະຕິຂອງພັກ, ນະໂຍບາຍການພົວພັນຕ່າງປະເທດຂອງລັດ ຕໍ່ພະນັກງານ, ສະມາຊິກສະຫະພັນນັກຮົບເກົ່າແຕ່ລະຄົນ.

ແຕ່ປີ 2025 ມາຮອດປະຈຸບັນ, ສະຫະພັນນັກຮົບເກົ່າແຂວງເຊີນລາ ໄດ້ສົມທົບກັບພະແນກ, ຄະນະ, ຂະແໜງການຂອງແຂວງເພື່ອແລກປ່ຽນຢ່າງທັນການ, ແຈ້ງສະພາບການ, ຕອບສະຫະພັນນັກຮົບເກົ່າແຂວງຜົ້ງສາລີ, ຊຽງຂວາງ ແລະຫຼວງພະບາງທີ່ໄດ້ສົ່ງໂທລະເລກ, ຈົດໝາຍຢ້ຽມຢາມຖາມຂ່າວ, ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ທີ 2 ກັນຍາ. ຈັດຕັ້ງການຢ້ຽມຢາມສອງຝ່າຍ 3 ຄັ້ງ, ໃນນັ້ນ 1 ຄະນະໄດ້ໄປຢ້ຽມຢາມ, ເຮັດວຽກ ແລະໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມືກັບສະຫະພັນນັກຮົບເກົ່າແຂວງໄຊສົມບູນ ແລະແຂວງຫົວພັນ; ຕ້ອນຮັບຄະນະປະຕິບັດງານສະຫະພັນນັກຮົບເກົ່າແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ ແລະແຂວງຫົວພັນ, ສປປ ລາວ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເຊີນລາ.

ຜ່ານການເຮັດວຽກ, ສະຫະພັນໄດ້ແບ່ງປັນບົດຮຽນອັນລໍ້າຄ່າໃນການກໍ່ສ້າງກຳລັງ, ຂໍ້ຕົກລົງຮ່ວມມືພັດທະນາເສດຖະກິດ, ພິເສດແມ່ນການສົມທົບກັນເພື່ອສະໜອງຂໍ້ມູນຂ່າວສານ, ເອກະສານກ່ຽວກັບສິ່ງຂອງທີ່ລະນຶກ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ.

ບັນດາຜົນງານປ່ຽນແປງໃໝ່ກ່ຽວກັບກະສິກຳ, ການທ່ອງທ່ຽວ ແລະຄວາມສາມາດບົ່ມຊ້ອນຮ່ວມມືດ້ານການຄ້າຊາຍແດນຂອງເຊີນລາ ກໍ່ໄດ້ຮັບການແນະນຳຢ່າງກວ້າງຂວາງ, ເປີດກວ້າງບັນດາຮູບແບບແຮກສ່ຽວລະຫວ່າງວິສາຫະກິດຂອງສະຫະພັນນັກຮົບເກົ່າສອງຝ່າຍ, ຊຸກຍູ້ແລກປ່ຽນການຄ້າຂາຍສິນຄ້າ, ຜະລິດຕະພັນຫັດຖະກຳພື້ນເມືອງ.

ຢູ່ຂັ້ນຮາກຖານ, ສະຫະພັນນັກຮົບເກົ່າບັນດາຕາແສງຊາຍແດນ ໄດ້ເປັນເຈົ້າການສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະຄ້າຍທະຫານຊາຍແດນຮັກສາລະບອບແລກປ່ຽນວຽກງານກັບບ້ານ, ຕາແສງ, ເມືອງທີ່ຢູ່ຕິດກັບຊາຍແດນ, ປະຕິບັດວຽກງານກໍານົດທິດຫາງສຽງໄດ້ເປັນຢ່າງດີ; ຍົກສູງຄວາມຮັບຮູ້ໃຫ້ແກ່ສະມາຊິກສະຫະພັນນັກຮົບເກົ່າ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນໃຫ້ມີສະຕິລະວັງຕົວ, ຕໍ່ສູ້ກັບຖ້ອຍທຳນອງປຸກປັ່ນຍຸແຫຍ່, ທຳລາຍນໍ້າໃຈສາມັກຄີຂອງພາກສ່ວນບໍ່ດີ.

ທ່ານ ເກິ່ມວັນຮຸ່ງ ປະທານສະຫະພັນນັກຮົບເກົ່າຕາແສງຈ່ຽງເຄືອງ ແບ່ງປັນວ່າ: ສະຫະພັນນັກຮົບເກົ່າຂອງຕາແສງໄດ້ສົມທົບກັບກຳລັງຕຳຫຼວດຕາແສງ, ທະຫານຊາຍແດນເປັນປະຈຳເພື່ອເຂົ້າຮ່ວມການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ. ຄຽງຄູ່ໄປກັບໜ້າທີ່ປ້ອງກັນຄວາມສະຫງົບ, ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ, ຢ້ຽມຢາມຖາມຂ່າວປະຊາຊົນ, ມອບຂອງຂວັນໃຫ້ນັກຮຽນທຸກຍາກຢູ່ຕາມບ້ານ, ຕາແສງທີ່ຕິດກັບຊາຍແດນຂອງແຂວງ ເນື່ອງໃນໂອກາດວັນບຸນ, ບຸນປີໃໝ່ປະຈໍາຊາດ ໄດ້ກາຍເປັນຄວາມງາມທາງດ້ານມະນຸດສະທຳ, ຮັດແໜ້ນອາລົມຈິດສະໜິດຕິດພັນລະຫວ່າງປະຊາຊົນສອງຟາກຊາຍແດນ.

ໃນໄລຍະຈະມາເຖິງ, ສະຫະພັນນັກຮົບເກົ່າແຂວງເຊີນລາ ຈະສືບຕໍ່ເພີ່ມທະວີການໂຄສະນາໃຫ້ແກ່ພະນັກງານ, ສະມາຊິກສະຫະພັນ ແລະພິເສດແມ່ນລຸ້ນໜຸ່ມກ່ຽວກັບຄຸນຄ່າທີ່ເປັນມູນເຊື້ອຂອງສາຍພົວພັນ ຫວຽດນາມ-ລາວ; ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການກໍ່ສ້າງອົງການຈັດຕັ້ງສະຫະພັນນັກຮົບເກົ່າໃຫ້ໝັ້ນຄົງເຂັ້ມແຂງ. ພ້ອມທັງຕັ້ງໜ້າສ້າງເງື່ອນໄຂໃຫ້ນັກທຸລະກິດນັກຮົບເກົ່າ ໄດ້ຊອກຮູ້ກ່ຽວກັບຕະຫຼາດ, ການສົ່ງເສີມການລົງທຶນ, ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງສະຫະພັນນັກຮົບເກົ່າແຂວງເຊີນລາ ກັບແຂວງຕ່າງໆຂອງລາວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ