ມະຕິ ວ່າດ້ວຍເລືອກຕັ້ງເອົາສະຫາຍ ເລມິງຮຶງ ເປັນນາຍົກລັດຖະມົນຕີ ໂດຍ ສະພາແຫ່ງຊາດ ຮັບຮອງເອົາ ດ້ວຍສະມາຊິກສະພາແຫ່ງຊາດ 495/495 ທ່ານ ເຂົ້າຮ່ວມ ໄດ້ລົງຄະແນນສຽງເຫັນດີ (ເທົ່າກັບ 100% ຈໍານວນສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມການລົງຄະແນນສຽງເຫັນດີ ແລະເທົ່າກັບ 99% ຈໍານວນສະມາຊິກສະພາແຫ່ງຊາດທັງໝົດ).

ພາຍຫຼັງສະພາແຫ່ງຊາດ ຮັບຮອງເອົາມະຕິ ວ່າດ້ວຍການເລືອກຕັ້ງເອົາ ນາຍົກລັດຖະມົນຕີ, ສະຫາຍ ເລມິງຮຶງ ໄດ້ປະຕິບັດພິທີສາບານຕົວ ແລະມີບົດກ່າວຄໍາເຫັນຮັບດໍາລົງຕໍາແໜ່ງ.

leftcenterrightdel
ສະຫາຍ ເລມິງຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວຮັບດໍາລົງຕໍາແໜ່ງ. ພາບ: qdnd.vn

ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກະລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງ. ສະຫາຍ ເລມິງຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວວ່າ: ເດັດດ່ຽວຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດທະທຳມະນູນ ແຫ່ງ ສສ ຫວຽດນາມ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ ໂດຍ ພັກ, ລັດ ແລະປະຊາຊົນ ມອບໝາຍໃຫ້”.

ສະຫາຍ ເລມິງຮຶງ ເກີດວັນທີ 11 ທັນວາ 1970, ບ້ານຢູ່ຕາແສງ ຕື໊ໝີ້, ແຂວງຮ່າຕິ້ງ. ສະຫາຍ ເລມິງຮຶງ ເປັນກໍາມະການກົມການເມືອງ ສະໄໝທີ XIII (ແຕ່ເດືອນພຶດສະພາ 2024), ສະໄໝ XIV; ເລຂາທິການສູນກາງພັກ ສະໄໝທີ XIII, XIV; ກໍາມະການສູນກາງພັກ ສະໄໝທີ XII, XIII, XIV; ຫົວໜ້າຄະນະຈັດຕັ້ງສູນກາງ (ແຕ່ເດືອນພຶດສະພາ 2024); ຫົວໜ້າອະນຸກໍາມາທິການປ້ອງກັນການເມືອງພາຍໃນ; ຮອງຫົວໜ້າຄະນະຊີ້ນໍາສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້; ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ຍີ່ປຸ່ນ; ສະມາຊິກສະພາແຫ່ງຊາດ ສະໄໝທີ XV, XVI; ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2026-2031.

ໂດຍ: ໄຊຊະນະ