ວຽກງານແທກອຸນຫະພູມຮ່າງກາຍໄດ້ປະຕິບັດແຕ່ປະຕູໂຂງຂອງໂຮງຮຽນຢ່າງເຂັ້ມງວດ. ພາບ: qdnd.vn.
ທາງເຂົ້າໂຮງຮຽນໄດ້ແບ່ງເປັນແລວເພື່ອຫຼີກເວັ້ນການເຕົ້າໂຮມຫຼາຍຄົນ. ພາບ: qdnd.vn.
ພວກນ້ອງນັກຮຽນຮັກສາໄລຍະຫ່າງເພື່ອເອົາເອກະສານແຈ້ງອາການສຸຂະພາບ. ພາບ: qdnd.vn.
ກ່ອນຈະສັກວັກຊິນ, ພວກນ້ອງນັກຮຽນໄດ້ກວດສຸຂະພາບກ່ອນເພື່ອບໍ່ໃຫ້ເກີດອັນຕະລາຍເມື່ອສັກວັກຊິນ. ພາບ: qdnd.vn.
ນັກຮຽນ ແລະເດັກນ້ອຍໃນບໍລິເວນນະຄອນຮ່າໂນ້ຍ ສັກວັກຊິນ Pfizer. ພາບ: qdnd.vn.
ວຽກງານກະກຽມ ແລະສັກວັກຊິນໄດ້ດໍາເນີນຖືກຕາມຂໍ້ກໍານົດ. ພາບ: qdnd.vn.
ການສັກວັກຊິນ ໄດ້ດໍາເນີນຢ່າງໄວວາ ແລະສະດວກ. ພາບ: qdnd.vn.
ພາຍຫຼັງສັກວັກຊິນແລ້ວ, ພວກນ້ອງນັກຮຽນ ໄດ້ຮັບໃບຢັ້ງຢືນສັກວັກຊິນ. ພາບ: qdnd.vn.
ກປ.ອອນໄລ - ໃນຕອນເຊົ້າວັນທີ 23 ພະຈິກ, ບັນດາໂຮງຮຽນມັດທະຍົມຕອນຕົ້ນ ແລະໂຮງຮຽນມັດທະຍົມຕອນປາຍ ຢູ່ຫຼາຍເມືອງໃນບໍລິເວນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ນັກຮຽນ. ສະນັ້ນ, ຮ່າໂນ້ຍ ກາຍເປັນທ້ອງຖິ່ນທີ 23 ໃນທົ່ວປະເທດຜັນຂະຫຍາຍການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ເດັກນ້ອຍ. ເວລາໃນການສັກວັກຊິນຈະແກ່ຍາວ 3 ວັນ, ເລີ່ມແຕ່ວັນທີ 23 ພະຈິກ ແລະຄາດຄະເນວ່າຈະສໍາເລັດກ່ອນວັນທີ 25 ພະຈິກ.
ໜັງສືພິມກອງທັບປະຊາຊົນ ຂໍແນະນໍາບາງຮູບພາບກ່ຽວກັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ນັກຮຽນຢູ່ບັນດາໂຮງຮຽນໃນບໍລິເວນຮ່າໂນ້ຍ ໃນຕອນເຊົ້າວັນທີ 23 ພະຈິກ.
ໂດຍ: ຈາງຫງວຽນ
Type the code from the image