ທີ່ບ້ານກໍໄຮ, ຂຶ້ນກັບກຸ່ມບ້ານອອມ, ເມືອງອະນຸວົງ, ແຂວງໄຊສົມບູນ (ລາວ), ທັນທີທີ່ລົດຢຸດ, ມີປະຊາຊົນລາວຈຳນວນຫຼວງຫຼາຍໄດ້ອອກມາຕ້ອນຮັບພວກຂ້າພະເຈົ້າ. ຜ່ານສະຫາຍແປພາສາ, ພວກຂ້າພະເຈົ້າໄດ້ຮູ້ວ່າຊາວບ້ານກໍໄຮ ດີໃຈຫຼາຍເມື່ອໄດ້ຕ້ອນຮັບທະຫານຂອງທະຫານເຂດ 4 (ຫວຽດນາມ). ຍ້ອນວ່າ ໃນຊຸມປີຜ່ານມາ, ຊາວບ້ານຍາມໃດກໍ່ຖືວ່າທະຫານຂອງທະຫານເຂດ 4 ເປັນ “ຜູ້ຊ່ວຍໃຫ້ລອດ” ຈາກການຕໍ່ສູ້ກັບຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຂອງຍາດຕິພີ່ນ້ອງ.

ໃນຊຸມປີທີ່ຜ່ານມາ, ຊາວບ້ານກໍໄຮ ຍາມໃດກໍ່ຈົມຢູ່ກັບຄວາມທຸກຍາກ, ອຶດຫິວ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນສ່ວນຫຼາຍແມ່ນອີງໃສ່ການຖາງປ່າເຮັດໄຮ່, ດັ່ງນັ້ນຈຶ່ງອຶດຫິວຕະຫຼອດປີ. ນັບຕັ້ງແຕ່ບໍລິສັດແຮ່ທາດ ແລະຫຼອມໂລຫະວຽງຈັນ ຈຳກັດ ຜູ້ດຽວ, ຂຶ້ນກັບບໍລິສັດໃຫຍ່ການຮ່ວມມືເສດຖະກິດທະຫານເຂດ 4, ໄດ້ມາສ້າງຕັ້ງຢູ່ທີ່ນີ້, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ປ່ຽນແປງຫຼາຍ, ຄວາມອີ່ມໜຳສຳລານ, ຜາສຸກຄ່ອຍໆເຂົ້າມາແທນທີ່ຄວາມອຶດຫິວ, ທຸກຍາກເທື່ອລະກ້າວ.

leftcenterrightdel
ພິທີເປີດສະຫຼອງ ແລະມອບ-ຮັບເຮືອນພັກ ພະນັກງານ ແຂວງໄຊສົມບູນ (ລາວ), ທີ່ທະຫານເຂດ 4 (ຫວຽດນາມ) ເປັນເຈົ້າຂອງໂຄງການ. ພາບ: qdnd.vn

ທ່ານພັນເອກພິເສດ ຟ້າມຮຸ່ງຖັງ, ປະທານບໍລິສັດໃຫຍ່ການຮ່ວມມືດ້ເສດຖະກິດທະຫານເຂດ 4, ໃຫ້ຮູ້ວ່າ: “ພ້ອມກັບໂຄງການປູກຕົ້ນມັນສາຄູເພື່ອປຸງແຕ່ງເປັນເສັ້ນລ້ອນຂອງບໍລິສັດແຮ່ທາດ ແລະຫຼອມໂລຫະວຽງຈັນ ຈຳກັດ ຜູ້ດຽວ, ໃນບໍລິເວນຂອງປະເທດເພື່ອນລາວ ຍັງມີຫຼາຍໂຄງການທີ່ກົມກອງຜັນຂະຫຍາຍໄດ້ນຳເອົາຊີວິດການເປັນຢູ່ທີ່ອີ່ມໜຳສຳລານມາໃຫ້ປະຊາຊົນປະເທດເພື່ອນລາວ. ພົ້ນເດັ່ນແມ່ນໂຄງການປູກຕົ້ນຢາງພາລາຢູ່ເມືອງປາກກະດິງ, ແຂວງບໍລິຄຳໄຊ ໂດຍບໍລິສັດຫຸ່ນສ່ວນອຸດສາຫະກໍາຢາງພາລາ COECCO; ໂຄງການປູກພືດຜະລິດຢາ ແລະປຸງແຕ່ງຂອງບໍລິສັດພັດທະນາເຂດພູດອຍ COECCO ຈຳກັດ ຜູ້ດຽວ ຢູ່ແຂວງຊຽງຂວາງ… ເຊິ່ງໄດ້ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນຫຼາຍພັນຄົນໃນປະເທດເພື່ອນ”.

ນອກການແລກປ່ຽນບັນດາຮູບແບບເສດຖະກິດແລ້ວ, ທະຫານຂອງບໍລິສັດໃຫຍ່ການຮ່ວມມືເສດຖະກິດທະຫານເຂດ 4 ຍັງສືບຕໍ່ແນະນຳແຕ່ລະຄົວເຮືອນກ່ຽວກັບວິທີການດູແລ, ບົວລະບັດພືດຜົນ, ສັດລ້ຽງ, ເຮັດໃຫ້ຂໍ້ເສຍທາງທຳມະຊາດຂອງເຂດຊາຍແດນໃຫ້ກາຍເປັນໂອກາດເພື່ອພັດທະນາ. ໂຄງການທີ່ກ່ຽວຂ້ອງກັບການປູກມັນສາຄູ, ພືດສະໝຸນໄພ ແລະການລ້ຽງຄວາຍ, ງົວໄດ້ກາຍເປັນການຫາເງິນລ້ຽງຊີບສຳລັບຫຼາຍພັນຄອບຄົວໃນປະເທດເພື່ອນລາວທີ່ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ. ພ້ອມກັນນັ້ນ, ການເຄື່ອນຍ້າຍຖິ່ນຖານເພື່ອເຮັດກະສິກຳກໍ່ກຳລັງຄ່ອຍໆຖືກລົບລ້າງເມື່ອຄຸນນະພາບການດຳລົງຊີວິດຂອງປະຊາຊົນດີຂຶ້ນ, ຊາຍແດນຈຶ່ງນັບມື້ນັບໝັ້ນຄົງ ແລະພັດທະນາຫຼາຍຂຶ້ນ.

ໃນກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງກອງບັນຊາການທະຫານແຂວງເງະອານ ທີ່ກຳລັງປະຕິບັດພາລະກິດຢູ່ບ້ານລ້ອງແຈ້ງ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ, ພວກຂ້າພະເຈົ້າໄດ້ພົບກັບອ້າຍ ວັງອາເຍິ້ນ, ຊາວບ້ານລ້ອງແຈ້ງ. ອ້າຍ ເຍິ້ນ ໄດ້ເລົ່າສູ່ຟັງວ່າ, ໃນເວລາຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ, ລາວໄດ້ນຳເອົາເຂົ້າໜຽວແຊບທີ່ສຸດໄປມອບໃຫ້ທະຫານ. ອີງຕາມອ້າຍ ເຍິ້ນ ແລ້ວ, ທະຫານຂອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງກອງບັນຊາການທະຫານແຂວງເງະອານ ແມ່ນຜູ້ມີຄຸນງາມຄວາມດີຕໍ່ຄອບຄົວຂອງລາວ. ໃນເດືອນພະຈິກ 2025, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງກອງບັນຊາການທະຫານແຂວງເງະອານ ໄດ້ຊ່ວຍຊີວິດແມ່ຂອງລາວໄວ້.

leftcenterrightdel
ພະນັກງານເຕັກນິກຂອງບໍລິສັດໃຫຍ່ການຮ່ວມມືເສດຖະກິດ ທະຫານເຂດ 4 (ຫວຽດນາມ) ແນະນໍາປະຊາຊົນຢູ່ແຂວງຊຽງຂວາງ (ລາວ) ພັດທະນາເສດຖະກິດ. ພາບ: qdnd.vn

ທ່ານພັນເອກ ເລຊວນເທ, ຫົວໜ້າການເມືອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງກອງບັນຊາການທະຫານແຂວງເງະອານ ໄດ້ແບ່ງປັນວ່າ: “ໃນວິວັດການປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ, ພະນັກງານ, ພາລະກອນຂອງກົມກອງຍາມໃດກໍ່ຖືປະຊາຊົນທ້ອງຖິ່ນຄືດັ່ງຄອບຄົວຂອງຕົນເອງ. ດັ່ງນັ້ນ, ເມື່ອຊາວບ້ານປະສົບກັບຄວາມຫຍຸ້ງຍາກ, ລຳບາກ, ພະນັກງານ ແລະພາລະກອນຂອງກົມກອງລ້ວນແຕ່ຊ່ວຍເຫຼືອ. ສະເພາະປີ 2025, ໃນຊ່ວງວັນພັກຂອງພວກເຮົາ, ທາງທີມງານໄດ້ຊ່ວຍ 5 ຄອບຄົວເກັບກ່ຽວເຂົ້າໄດ້ຫຼາຍກວ່າ 1 ເຮັກຕາ; ຊ່ວຍ 2 ຄອບຄົວສ້ອມແປງເຮືອນຢູ່; ໄດ້ກວດສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຫຼາຍກວ່າ 200 ຄົນ. ໃນທາງກັບກັນ, ປະຊາຊົນສະເໝີຖືວ່າທະຫານຫວຽດນາມເປັນພີ່ນ້ອງກັນ. ນອກຈາກການນຳທາງ, ສະໜອງຂໍ້ມູນກ່ຽວກັບບ່ອນອັດຖິຂອງທະຫານຫວຽດນາມ ທີ່ເສຍສະຫຼະຊີວິດແລ້ວ, ແຕ່ລະເທື່ອທີ່ກອງທ້ອນໂຮມຕ້ອງການຫຍັງນັ້ນ ພໍ່ແມ່ປະຊາຊົນກໍ່ສະໜັບສະໜູນຢ່າງສຸດໃຈ”.

ໄປຄຽງຄູ່ກັບການຊອກວິທີຫາເງິນລ້ຽງຊີບ ແລະຊ່ວຍເຫຼືອປະຊາຊົນລາວໃນຍາມທຸກຍາກ, ເກີດໄພພິບັດ, ໃນຫຼາຍປີຜ່ານມາ, ບັນດາກົມກອງຂອງທະຫານເຂດ 4 ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນຂອງລາວ ດ້ວຍໂຄງການທີ່ມີຄວາມໝາຍ ແລະແທດຈິງ ເຊິ່ງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຍົກສູງການດຳລົງຊີວິດ, ຄວາມຮູ້ໃຫ້ປະຊາຊົນລາວບັນດາເຜົ່າ. ໂຄງການທີ່ພົ້ນເດັ່ນລວມມີ: ໂຮງໝໍໄຊສົມບູນ; ເຮືອນພັກພະນັກງານແຂວງໄຊສົມບູນ; ໂຮງຮຽນມັດທະຍົມຕອນປາຍ ພອນສະຫວັນ ຊຽງຂວາງ... ບັນດາວຽກງານ, ໂຄງການທີ່ເຮັດດ້ວຍໃຈຂອງທະຫານຫວຽດນາມ ຍາມໃດກໍ່ສ້າງຄວາມຊົງຈຳທີ່ຍືນຍົງໃນໃຈຂອງປະຊາຊົນລາວອ້າຍນ້ອງ.

ໂດຍ: ຈາງກງວຽນ