ຈາກ​ສະ​ພາບ​ການ​ຕົວ​ຈິງ, ບັນ​ດາ​ປະ​ເທດ​ສຸມ​ໃສ່​ບັນ​ດາ​ມາດ​ຕ​ະ​ການ​ທາງ​ການ​ທູດ ແລະແຜນ​ການ​ປະ​ສານ​ສົມ​ທົບ​ສາ​ກົນ, ລວມ​​ມີການ​ລະ​ດົມ​ບັນ​ດາ​ເຄື່ອງ​ມື​ທາງ​ການ​ທູດ ແລະເສດ​ຖະ​ກິດ​, ​ເຮັດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ບໍ​ລິ​ສັດ​ປະ​ກັນ​ໄພ ແລະຕະຫຼາດ​ພະ​ລັງ​ງານ​ມີ​ຄວາມ​ອຸ່​ນ​ອ່ຽນ​ໃຈ, ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອ​ນ​ໄຫວ ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ລູກ​ເຮືອ​ປະ​ມານ 20.000 ຄົນ ທີ່ຕິດ​ຄ້າງ​​ໃນ​ກໍໍາ​ປັ່ນ​ເກືອບ 2.000 ລຳ​ ຢູ່​ຊ່ອງ​ແຄບ​ທະ​ເລ​ດັ່ງ​ກ່າວ, ກໍ​ຄື​ເພີ່ມ​ທະ​ວີ​ການ​ສົມ​ທົບ​ທົ່ວ​ໂລກ ​ເພື່ອ​ສາ​ມາດ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຢ່າງ​ປອດ​ໄພ ແລະຍືນ​ຍົງ.

leftcenterrightdel
ບັນ​ດາ​ກໍາປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ອ່າວ, ໃກ້​ກັບ​ຊ່ອງ​ແຄບ​ທະ​ເລ Hormuz ເມື່ອ​ວັນ​ທີ 11 ມີນາ 2026. ພາບ​ເອ​ກະ​ສານ: REUTERS

ບັນ​ດາ​ແຜນ​ການ​ກູ້​ຊ່ວຍ​ກໍາ​ປັ່ນ​ທີ່​ຖືກ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ຈະ​ໄດ້​ນຳ​ມາ​ປ​ຶກ​ສາ​ຫາ​ລື​ໃນ​ກອງ​ປະ​ຊຸມ​​ປະ​ສານ​ງານ​​ການ​ທະ​ຫານ​ທົ່ວ​ໂລກ, ຄາດ​ວ່າ ຈະ​​ໄດ້​ດຳ​ເນີນ​ໃນ​ວັນ​ທີ 7 ເມ​ສາ ຈະ​ມາ​ເຖິງ, ຢູ່ Northwood, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລອນດອນ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງກອງ​ບັນ​ຊາ​ການ​ທະ​ຫານ​ປະ​ສົມ​ປະ​ຈຳ​ການ​ຂອງອັງ​ກິດ.

ແຫຼ່ງຄັດຈາກ: vovworld.vn