ນີ້ແມ່ນຈຳນວນເງິນ ເຊິ່ງພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ພ້ອມກັບປະຊາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ພວມທຳມາຫາກິນ, ດຳລົງຊີວິດຢູ່ແຂວງຫຼວງພະບາງ ບໍລິຈາກດ້ວຍຄວາມຫວັງຢາກຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນລາວ ຄວບຄຸມ ແລະຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

leftcenterrightdel
ຜູ້ຕາງໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ມອບເຄື່ອງໜູນຊ່ວຍແຂວງຫຼວງພະບາງ. ພາບ: ສຳນັກຂ່າວສານຫວຽດນາມ.

ນອກຈາກນັ້ນ, ໃນຊຸມວັນຜ່ານມາ, ສະມາຄົມຊາວຫວຽດນາມ ອາໄສຢູ່ຫຼາຍແຂວງ/ນະຄອນຂອງລາວ ກໍ່ຮຽກຮ້ອງພໍ່ແມ່ປະຊາຊົນບໍລິຈາກເງິນ, ເຄື່ອງໃຊ້ທີ່ຈຳເປັນ ແລະວັດຖຸອຸປະກອນການແພດ ເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນລາວ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19.

ໂດຍ: ແສງເດືອນ