ກຳລັງແຮງປະສານສົມທົບສູ້ຮົບໃນການປ້ອງກັນ, ຕ້ານອາດຊະຍາກຳ

ເດືອນ ມັງກອນ 2026, ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດແຂວງເງະອານ ເປັນປະທານຮ່ວມພ້ອມກັບຄ້າຍທະຫານຊາຍແດນ ເມືອງອາຍ (ກອງບັນຊາການທະຫານຊາຍແດນແຂວງເງະອານ), ພ້ອມກັບບັນດາກົມກອງວິຊາສະເພາະ ທຳລາຍຄະດີ NA126p, ລົບລ້າງເສັ້ນທາງການຄ້າມະນຸດຂ້າມຊາຍແດນ, ຈັບເປົ້າໝາຍທີ່ກ່ຽວຂ້ອງໄດ້ 5 ຄົນ.

leftcenterrightdel
ຕຳຫຼວດຕາແສງ ແຮັ້ງເລີມ (ແຂວງເງະອານ) ສົມທົບກັບຄ້າຍທະຫານຊາຍແດນ ງອກເລິມ ລາດຕະເວນສອງຝ່າຍປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ. ພາບ: ທຽນຖາວ

ຕາມນັ້ນແລ້ວ, ຕົ້ນເດືອນມັງກອນ 2026, ຄ້າຍທະຫານຊາຍແດນ ເມືອງອ໊າຍ ໄດ້ຮັບຄຳຮ້ອງຂໍຄວາມເປັນທຳຂອງນາງ ແຊວທິຢຸງ (ເກີດປີ 1985) ເຊິ່ງເປັນຜູ້ຖືກເຄາະຮ້າຍ, ຢູ່ຕາແສງເມືອງຕິບ, ແຂວງເງະອານ ກ່ຽວກັບເລື່ອງຖືກຄ້າມະນຸດໄປ ຈີນ ນັບແຕ່ປີ 2013. ຜ່ານການກວດກາ, ຢັ້ງຢືນຈຶ່ງຮັບຮູ້ວ່າ ເລື່ອງນີ້ມີລັກສະນະສັບສົນ, ສະນັ້ນທະຫານຊາຍແດນແຂວງເງະອານ ຈຶ່ງໄດ້ເປັນເຈົ້າການປະສານສົມທົບກັບຕຳຫຼວດແຂວງ, ສ້າງສຳນວນຄະດີເພື່ອຕໍ່ສູ້, ກຳຈັດ.

ໃນຂະບວນການຕໍ່ສູ້, ຈຶ່ງກຳນົດໄດ້ວ່າ ການຄ້າມະນຸດນີ້ແມ່ນນາງ ເລືອງທິຈ໊ຽນ (ເກີດປີ 1979), ຢູ່ຕາແສງຈຽວລຶວ, ແຂວງເງະອານ ແມ່ນຜູ້ກະທຳຜິດ. ພາຍຫຼັງຈັດຕັ້ງປະຕິບັດຫຼາຍມາດຕະການຢ່າງຄົບຊຸດ, ນັບແຕ່ວັນທີ 13 ມັງກອນ 2026 ຈົນຮອດວັນທີ 21 ມັງກອນ 2026, ໜ່ວຍງານສະເພາະກິດ ໄດ້ຕໍ່ສູ້ປະສົບຜົນສຳເລັດ, ຊ່ວຍເຫຼືອຜູ້ເຄາະຮ້າຍຄົນໜຶ່ງໄດ້ຢ່າງປອດໄພ.

ຂ້າງເທິງນີ້ພຽງແຕ່ແມ່ນບັນດາວິລະກຳທີ່ພົ້ນເດັ່ນໃນສະໜາມຮົບຕໍ່ສູ້, ຕ້ານອາດຊະຍາກຳຢູ່ເສັ້ນຊາຍແດນຫວຽດນາມ-ລາວ ຍ້ອນມີການປະສານສົມທົບລະຫວ່າງສອງກຳລັງຕຳຫຼວດປະຊາຊົນ ແລະທະຫານຊາຍແດນ ໃນໄລຍະເວລາທີ່ຍັງບໍ່ທັນຮອດບຸນເຕັດ,  ໃນຂະນະທີ່ບຸນເຕັດກຳລັງດຳເນີນ  ແລະພາຍຫຼັງບຸນເຕັດ ປີມະເມຍ 2026. ໃນຕົວຈິງ, ທຸກໆປີເພື່ອຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນ, ນອກຈາກການປະຕິບັດບັນດາເນື້ອໃນທີ່ລະບຸໄວ້ໃນດຳລັດສະບັບເລກທີ 03/2019/NĐ-CP ລົງວັນທີ 5 ກັນຍາ 2019 ຂອງລັດຖະບານ ກ່ຽວກັບການປະສານສົມທົບລະຫວ່າງກະຊວງຕຳຫຼວດ ແລະກະຊວງປ້ອງກັນປະເທດ ໃນການປະຕິບັດໜ້າທີ່ຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ແລະໜ້າທີ່ປ້ອງກັນຊາດ, ກຳລັງຕຳຫຼວດຮາກຖານຢູ່ບັນດາຕາແສງຊາຍແດນ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງທະຫານຊາຍແດນ, ລາຍລະອຽດແມ່ນບັນດາຄ້າຍທະຫານທີ່ຕັ້ງທັບຢູ່ບໍລິເວນເພື່ອຮັກສາຄວາມສະຫງົບແຫ່ງຊາດ, ສ້າງທ່າຮົບຮັກສາຄວາມສະຫງົບປະຊາຊົນຢູ່ເຂດຊາຍແດນຢ່າງໝັ້ນແກ່ນ.

ປະສານສົມທົບກັນເພື່ອຮັກສາຄວາມສະຫງົບຢູ່ເຂດຊາຍແດນ

ພາຍຫຼັງໄລຍະເວລາປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ຕາແສງກິມບາງ, ແຂວງເງະອານ ທີ່ມີເສັ້ນຊາຍແດນຕິດຈອດກັບປະເທດເພື່ອນລາວ 65,46 ກິໂລແມັດ. ນີ້ແມ່ນເຂດທີ່ຊ້ອນແຝງຫຼາຍປັດໄຈສັບສົນກ່ຽວກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຍ້ອນຄົນບໍ່ດີສວຍໃຊ້ບໍລິເວນເພື່ອເຄື່ອນໄຫວກະທຳຜິດ.

ທ່ານພັນໂທ ດ່າວແອັງຕູ໊, ຫົວໜ້າຕຳຫຼວດຕາແສງກິມບາງ ໃຫ້ຮູ້ວ່າ ເພື່ອຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນ, ຕຳຫຼວດຕາແສງກິມບາງ ສືບຕໍ່ປະຕິບັດການປະສານສົມທົບຢ່າງມີປະສິດທິຜົນຕາມດຳລັດເລກທີ 03/2019/NĐ-CP ຂອງລັດຖະບານ, ໂດຍສະເພາະແມ່ນປະສານສົມທົບກັບຄ້າຍທະຫານຊາຍແດນ, ດ່ານຊາຍແດນແທັງທຸຍ ໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ ແລະໄພສັງຄົມ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.

leftcenterrightdel
ກຳລັງຕຳຫຼວດ ປະສານສົມທົບກັບທະຫານຊາຍແດນ ຊ່ວຍເຫຼືອປະຊາຊົນບັນດາຕາແສງຊາຍແດນ ກໍ່ສ້າງທາງຊົນນະບົດ. ພາບ: ທຽນຖາວ

ຕາມນັ້ນແລ້ວ, ສອງກົມກອງ ໄດ້ເພີ່ມທະວີການກຳແໜ້ນສະພາບການ, ຄຸ້ມຄອງຊາວຕ່າງປະເທດເຂົ້າ-ອອກບໍລິເວນຢ່າງເຄັ່ງຄັດ, ຄວບຄຸມການໄປມາຂອງເປົ້າໝາຍຈຸດສຸມ; ຮັກສາລະບອບແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ທັນການ, ຊັດເຈນ, ຮັບໃຊ້ວຽກງານວິຊາສະເພາະຢ່າງມີປະສິດທິຜົນ.

ຄຽງຂ້າງກັນນັ້ນ, ຕຳຫຼວດຕາແສງກິມບາງ ແລະຄ້າຍທະຫານຊາຍແດນໄດ້ສົມທົບກັນຈັດຕັ້ງກຳລັງລາດຕະເວນ, ຄວບຄຸມ, ປ້ອງກັນ ແລະຜັນຂະຫຍາຍການໂຈມຕີ, ປາບປາມອາດຊະຍາກຳຫຼາຍຄັ້ງ, ສຸມໃສ່ຕໍ່ສູ້ຢ່າງເດັດດ່ຽວຕໍ່ການກະທຳຄ້າຂາຍ, ຂົນສົ່ງ, ຈັດຕັ້ງການນຳໃຊ້ຢາເສບຕິດຜິດກົດໝາຍ ແລະໄພສັງຄົມ.

ຄ້າຍຄືກັນນັ້ນ, ຕຳຫຼວດຕາແສງ ແຮັ້ງເລິມ ກໍ່ໄດ້ເປັນເຈົ້າການປະສານສົມທົບກັບກຳລັງທະຫານລາດ, ຄ້າຍທະຫານຊາຍແດນ ງອກເລິມ ແລະກອງຮ້ອຍທະຫານຊາຍແດນ 252 (ກອງບັນຊາການທະຫານແຂວງໄຊຍະບູລິ, ລາວ) ຈັດຕັ້ງການລາດຕະເວນ, ຄວບຄຸມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ທີ່ມີລວງຍາວກວ່າ 23,3 ກິໂລແມັດ.

ໃນຂະບວນການສົມທົບກັນລາດຕະເວນ, ບັນດາກຳລັງໄດ້ສົມທົບກັນຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນ ຍົກສູງຄວາມຮັບຮູ້ໃນການປະຕິບັດກົດໝາຍ, ຕັ້ງໜ້າເຂົ້າຮ່ວມພ້ອມກັບກຳລັງທີ່ກ່ຽວຂ້ອງເພື່ອຄຸ້ມຄອງ, ປົກປັກຮັກສາອະທິປະໄຕໄວ້ໃຫ້ໝັ້ນຄົງ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ.

ໃນຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ບັນດາກຳລັງຕຳຫຼວດ, ທະຫານຊາຍແດນ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບຕຳຫຼວດບັນດາແຂວງຊຽງຂວາງ, ແຂວງຫົວພັນ ແລະແຂວງບໍລິຄຳໄຊຂອງລາວ ປະຕິບັດສັນຍາ, ແຜນການ, ບົດບັນທຶກທີ່ໄດ້ເຂົ້າຮ່ວມການລົງນາມລະຫວ່າງສອງຝ່າຍ ແລະຫຼາຍຝ່າຍຢ່າງມີປະສິດທິຜົນ.

ໃນໄລຍະຜ່ານມາ, ກຳລັງຕຳຫຼວດບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັບ ລາວ ໄດ້ສົມທົບກັບຄ້າຍທະຫານຊາຍແດນທີ່ຕັ້ງທັບຢູ່ເຂດຊາຍແດນຢ່າງແໜ້ນແຟ້ນ, ເພີ່ມທະວີການຮັກສາຄວາມສະຫງົບຢູ່ຂັ້ນຮາກຖານ. ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນປັບປຸງລະບົບການເມືອງຢູ່ຂັ້ນຮາກຖານຢ່າງໝັ້ນແກ່ນ, ປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາ, ຮັບປະກັນຊີວິດສັງຄົມ.

ບັນດາກົມກອງໄດ້ສົມທົບກັນປົກປັກຮັກສາອະທິປະໄຕ, ຊາຍແດນໄວ້ໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີການຈັດຕັ້ງການເຄື່ອນໄຫວລາດຕະເວນ, ຄວບຄຸມຊາຍແດນ ແລະປະຕິບັດວຽກງານພົວພັນຕ່າງປະເທດເປັນຢ່າງດີ; ພົບປະ, ແລກປ່ຽນຂໍ້ມູນກ່ຽວກັບສະພາບການກັບກຳລັງປະກອບອາວຸດປະເທດເພື່ອນລາວ. ຜ່ານນັ້ນ, ກຳແໜ້ນສະພາບການ, ເປັນເຈົ້າການປະສານສົມທົບໃນການເປັນເສນາທິການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນຕໍ່ທຸກກໍລະນີ.

ໂດຍ: ແສງເດືອນ