ນີ້ແມ່ນຂອງຂວັນຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ທີ່ຊ່ວຍໃຫ້ແຂວງຫຼວງພະບາງ (ໜຶ່ງໃນ 8 ແຂວງທາງພາກເໜືອຂອງລາວ ທີ່ນະຄອນຫຼວງຮ່າໂນ້ຍ ໜູນຊ່ວຍໃນຄັ້ງນີ້) ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ສະຖານກົງສຸນໃຫຍ່ຫວຽດນາມ.

ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ເນັ້ນໜັກວ່າ, ເຖິງວ່າ ນະຄອນຮ່າໂນ້ຍ ພວມສຸມໃສ່ທຸກແຫຼ່ງກຳລັງໃຫ້ແກ່ການປ້ອງກັນ, ຕ້ານໂລກພະຍາດກໍ່ຕາມ, ແຕ່ດ້ວຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ປາດຖະໜາຢາກຮ່ວມແຮງຮ່ວມໃຈ ແລະປະກອບເຫື່ອແຮງພ້ອມກັບອົງຄະນະພັກ, ອໍານາດການປົກຄອງ  ແລະປະຊາຊົນແຂວງຫຼວງພະບາງ ຮັບມືກັບພະຍາດໂຄວິດ-19; ພ້ອມທັງເຊື່ອໝັ້ນວ່າ ແຂວງຈະສາມາດຄວບຄຸມພະຍາດໂຄວິດ-19 ໄດ້ໂດຍໄວ.

ຄາດວ່າໃນຊຸມມື້ຕໍ່ໜ້າ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຫຼວງພະບາງ ຈະສືບຕໍ່ມອບຂອງຂວັນຂອງນະຄອນຫຼວງຮ່າໂນ້ຍ ທີ່ໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ 7 ແຂວງພາກເໜືອທີ່ຍັງເຫຼືອຂອງລາວ.

ໂດຍ: ທະນາພອນ