ໃນການປະຕິບັດແຜນຮ່າງການຮ່ວມມືຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາຊັບພະຍາກອນມະນຸດໃນໄລຍະ 2021-2025, ແຂວງເຊີນລາ ໄດ້ປະກາດໃຊ້ເອກະສານຊີ້ນໍາຫຼາຍສະບັບເພື່ອຫັນເປັນລະອຽດ, ເຊັ່ນ: ບັນດາມະຕິກ່ຽວກັບລະບອບການໜູນຊ່ວຍບຳລຸງສ້າງສຳລັບພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ, ນັກສຶກສາຂອງ ສປປ ລາວ ທີ່ຮຽນຢູ່ແຂວງເຊີນລາ; ສະຫງວນງົບປະມານໜູນຊ່ວຍທຶນການສຶກສາໃຫ້ແກ່ການບຳລຸງສ້າງພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ, ນັກສຶກສາ ແລະບໍາລຸງສ້າງພາສາຫວຽດນາມ, ການຝຶກອົບຮົມລົງເລິກວິຊາການໃຫ້ແກ່ຖັນແຖວພະນັກງານທີ່ເຮັດວຽກຢູ່ບັນດາແຂວງຂອງລາວ; ປະກາດໃຊ້ແຜນຮ່າງການບຳລຸງສ້າງທິດສະດີການເມືອງຊັ້ນກາງໃຫ້ແກ່ພະນັກງານຂອງບັນດາແຂວງຂອງ ສປປ ລາວ ທີ່ໄດ້ເຊັນສັນຍາຮ່ວມມືກັບແຂວງເຊີນລາ ໃນໄລຍະປີ 2024-2030.

leftcenterrightdel
ກິດຈະກຳນອກຫຼັກສູດ “ນັກສຶກສາລາວ - ການເດີນທາງພ້ອມກັບພາສາຫວຽດນາມ” ຈັດໂດຍໂຮງຮຽນວິທະຍາໄລເຊີນລາ. ພາບ: baosonla.

ໃນແຕ່ລະປີ, ແຂວງເຊີນລາ ໄດ້ປະກາດໃຊ້ແຜນການຮັບສະໝັກ ແລະບຳລຸງສ້າງລະດັບປະລິນຍາໂທ, ມະຫາວິທະຍາໄລ, ວິທະຍາໄລ, ຊັ້ນກາງໃຫ້ແກ່ພະນັກງານ, ນັກສຶກສາຂອງບັນດາແຂວງຂອງລາວ; ການບຳລຸງສ້າງພາສາຫວຽດ ໄລຍະສັ້ນ 3 ເດືອນ, 9 ເດືອນ ແລະການບຳລຸງທິດສະດີການເມືອງຊັ້ນກາງໃຫ້ແກ່ພະນັກງານບັນດາອົງການພັກ, ອົງການຈັດຕັ້ງມະຫາຊົນ, ອໍານາດການປົກຄອງ ແລະກໍາລັງປະກອບອາວຸດຂອງລາວ. ໃນໄລຍະປີ 2021-2025, ແຂວງເຊີນລາ ໄດ້ຮັບນັກສຶກສາລາວ 1.944 ຄົນ; ຈັດການບໍາລຸງສ້າງພາສາຫວຽດນາມ ໃຫ້ແກ່ນັກສຶກສາ 1.925 ຄົນ; ບຳລຸງສ້າງລະດັບປະລິນຍາໂທ, ມະຫາວິທະຍາໄລ, ວິທະຍາໄລ, ຊັ້ນກາງໃຫ້ແກ່ນັກສຶກສາ 1.925 ຄົນ. ນັກສຶກສາຫຼາຍຄົນທີ່ຮຽນເມື່ອກັບຄືນປະເທດລາວ, ໄດ້ດຳລົງຕຳແໜ່ງທີ່ສຳຄັນ, ຫຼັກແຫຼ່ງໃນບັນດາອົງການ, ຮັບໃຊ້ພາລະກິດສ້າງສາ ແລະພັດທະນາປະເທດ ສປປ ລາວ.

ປະຈຸບັນຢູ່ໂຮງຮຽນວິທະຍາໄລແພດສາດເຊີນລາ ພວມບຳລຸງສ້າງນັກສຶກສາລາວ 257 ຄົນ. ໂຮງຮຽນໄດ້ປ່ຽນແປງໃໝ່, ຍົກສູງຄຸນນະພາບການສອນທິດສະດີຢ່າງບໍ່ຢຸດຢັ້ງ, ຕິດພັນກັບການລົງປະຕິບັດງານຕົວຈິງ,  ໄດ້ແບ່ງໜ້າທີ່ວຽກງານໃຫ້ຄູອາຈານທີ່ມີປະສົບການຮັບປະກັນການຖ່າຍທອດຄວາມຮູ້, ລົງທຶນໃສ່ອຸປະກອນການສອນ, ອຸປະກອນທີ່ທັນສະໄໝທີ່ຫຼາຍຮູບຫຼາບແບບ; ສົມທົບກັບຮາກຖານສາທາລະນະສຸກໃນບໍລິເວນເປັນຢ່າງດີ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສຶກສາລົງປະຕິບັດຕົວຈິງ. ນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນລ້ວນແຕ່ບັນລຸຜົນການຮຽນທີ່ດີ, ນັກສຶກສາຮຽນຈົບຈາກໂຮງຮຽນໃນແຕ່ລະປີແມ່ນ 100%.

ນັກສຶກສາ ຈຶກລໍ ພັນຍາ, ຮຽນຢູ່ໂຮງຮຽນວິທະຍາໄລແພດສາດເຊີນລາ ຫ້ອງ K14A, ໃຫ້ຮູ້ວ່າ: "ຂ້າພະເຈົ້າມາຈາກແຂວງອຸດົມໄຊ. ກ່ອນທີ່ຈະຮຽນລົງຂະແໜງ, ຂ້າພະເຈົ້າໄດ້ຮຽນພາສາຫວຽດ ມາເກືອບໜຶ່ງປີ; ຫຼັງຈາກນັ້ນຂ້າພະເຈົ້າຈຶ່ງໄດ້ລົງທະບຽນຮຽນຂະແໜງການຢາ. ໃນລະຫວ່າງທີ່ຮຽນຢູ່ທີ່ນີ້, ຂ້າພະເຈົ້າໄດ້ຮັບການດູແລ ແລະສະໜັບສະໜູນຈາກໂຮງຮຽນ, ຄູອາຈານ ແລະໝູ່ເພື່ອນຊາວຫວຽດນາມ ທັງດ້ານການສຶກສາ ແລະການດຳລົງຊີວິດປະຈຳວັນ, ເຊິ່ງຊ່ວຍໃຫ້ຂ້າພະເຈົ້າສາມາດປັບຕົວເຂົ້າກັບສະພາບແວດລ້ອມການຮຽນຢູ່ທີ່ນີ້ໂດຍໄວ.

leftcenterrightdel
ຊົ່ວໂມງແລກປ່ຽນປະສົບການທາງປະຫວັດສາດສຳລັບນັກສຶກສາລາວຢູ່ໂຮງຮຽນວິທະຍາໄລເຊີນລາ. ພາບ: baosonla.vn

ປະຈຸບັນ, ຢູ່ມະຫາວິທະຍາໄລ ໄຕບັກ ພວມບຳລຸງກໍ່ສ້າງ 25 ສາຂາວິຊາ, ໃນນັ້ນຫຼາຍສາຂາວິຊາແມ່ນເໝາະສົບກັບບັນດາຂົງເຂດຂອງ ສປປ ລາວ ທີ່ມີຄວາມຕ້ອງການທີ່ຈໍາເປັນ. ແຕ່ປີ 2021-2025, ໂຮງຮຽນບຳລຸງສ້າງນັກສຶກສາລາວໄດ້ 603 ຄົນ. ມະຫາວິທະຍາໄລໄດ້ແບ່ງໜ້າທີ່ວຽກງານໃຫ້ອາຈານສອນ ເພື່ອໜູນຊ່ວຍນັກສຶກສາດ້ວຍວິທີການຮຽນຮູ້ຜ່ານກຸ່ມນັກສຶກສາຫວຽດນາມ-ລາວ. ຄຸນນະພາບຂອງການບຳລຸງສ້າງສຳລັບນັກສຶກສາລາວ ໄດ້ຮັບຜົນຮອບດ້ານ, ໜັກແໜ້ນ, ສະໜ່ຳສະເໝີທັງດ້ານຄວາມຮູ້, ທັກສະ ແລະຄຸນທາດການເມືອງ.

ວຽກງານໜູນຊ່ວຍ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງນັກສຶກສາລາວ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ແຂວງເຊີນລາ ໄດ້ຊີ້ນຳໃຫ້ໂຮງຮຽນຈັດຫໍພັກໃຫ້ຢູ່ຕ່າງຫາກ; ເອົາໃຈໃສ່ຍົກລະດັບພື້ນຖານວັດຖຸ, ຮັບປະກັນເງື່ອນໄຂດຳລົງຊີວິດ, ຮັກສາຄວາມສະຫງົບ ແລະການດູແລດ້ານສາທາລະນະສຸກ; ຈັດຕັ້ງຫຼາຍການເຄື່ອນໄຫວວັດທະນະທຳ ແລະແຂ່ງຂັນກິລາ, ການພົບປະແລກປ່ຽນນັກສຶກສາຫວຽດນາມ ແລະລາວ  ເຊັ່ນ: ການພົບປະແລກປ່ຽນວັດທະນະທຳ ແລະແຂ່ງຂັນກິລາໃນໂອກາດບຸນປີໃໝ່ລາວ, ບຸນປີໃໝ່ປະຈໍາຊາດຫວຽດນາມ, ວັນຊາດລາວ... ໃນປີ, ນອກຈາກເວລາຮຽນປົກກະຕິແລ້ວ, ທາງໂຮງຮຽນຍັງຈັດການໄປທັດສະນະສຶກສາຢູ່ສະຖານທີ່ປະຫວັດສາດ, ທັດສະນີຍະພາບຂອງແຂວງ.

ສືບຕໍ່ຍູ້ແຮງການຮ່ວມມືດ້ານການສຶກສາ ແລະການບຳລຸງກໍ່ສ້າງກັບແຂວງຕ່າງໆຂອງລາວ, ແຂວງເຊີນລາ ຍັງໄດ້ສຸມໃສ່ໜູນຊ່ວຍການບຳລຸງສ້າງພາສາຫວຽດນາມ ແລະຮຽນຕໍ່ລົງເລິກຂະແໜງໃນສາຂາວິຊາຕ່າງໆຢູ່ມະຫາວິທະຍາໄລ, ວິທະຍາໄລ, ພ້ອມທັງບຳລຸງສ້າງທິດສະດີການເມືອງຊັ້ນກາງ. ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ນັກສຶກສາລາວ ມີຄວາມອຸ່ນອ່ຽນໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ເພື່ອແນໃສ່ເພີ່ມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ລາວ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບຫວຽດນາມ - ລາວ ເວົ້າລວມ ແລະແຂວງເຊີນລາ ກັບບັນດາແຂວງຂອງລາວ ເວົ້າສະເພາະ.

ໂດຍ: ຈາງຫງວຽນ