ແຕ່ວ່າສະພາບອາກາດທີ່ຮ້າຍແຮງນັ້ນ ເບິ່ງຄືວ່າບໍ່ໄດ້ເຮັດໃຫ້ຄວາມຕື່ນເຕັ້ນ ແລະຄວາມສຸກຂອງປະຊາຊົນຫວຽດນາມ ທີ່ອາໄສຢູ່ລາວຫຼຸດລົງ,  ໃນຂະນະທີ່ພວກເຂົາລໍຖ້າໂຄງການສ້ອມແປງເຂດປູຊະນີຍະສະຖານປະຫວັດສາດປະທານໂຮ່ຈີມິນ ທີ່ໄດ້ຮັບການເປີດນໍາໃຊ້ຢ່າງເປັນທາງການ.

ຄິດເຖິງເພິ່ນ ຢູ່ແຄມແມ່ນ້ຳຂອງ

ແຂວງສະຫວັນນະເຂດ ຕັ້ງຢູ່ແຄມແມ່ນ້ຳຂອງ ເປັນສູນກາງເສດຖະກິດ, ການຄ້າ, ວັດທະນະທຳຂະໜາດໃຫຍ່ຂອງດິນແດນລ້ານຊ້າງ. ບ່ອນນີ້ກໍ່ເຄີຍສ້າງຂີດໝາຍທີ່ສຳຄັນໃນຂະບວນການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ.

ເພື່ອສະແດງຄວາມຮູ້ບຸນຄຸນ ແລະສະແດງຄວາມເຄົາລົບນັບຖືຕໍ່ເພິ່ນ, ປີ 2013, ລັດຖະບານ ແລະປະຊາຊົນລາວ ໄດ້ກໍ່ສ້າງເຂດປູຊະນີຍະສະຖານປະຫວັດສາດປະທານໂຮ່ຈີມິນ ຢູ່ແຂວງສະຫວັນນະເຂດ. ຫຼາຍກວ່າ 10 ປີຜ່ານມາ, ຍ້ອນວ່າບາງກິດຈະກໍາຍ່ອຍຄ່ອຍໆຊຸດໂຊມລົງ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈຶ່ງໄດ້ຕັດສິນໃຈປັບປຸງ ແລະຟື້ນຟູເຂດປູຊະນີຍະສະຖານປະຫວັດສາດດັ່ງກ່າວ. ຫຼັງຈາກການກໍ່ສ້າງເກືອບ 6 ເດືອນ, ໂຄງການດັ່ງກ່າວໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ເມສາ, ເຊິ່ງກາຍເປັນວັນບຸນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງສະຫວັນນະເຂດ.

leftcenterrightdel
ອາຈານ ເຈິ່ນທິເຢົ້າ ພານັກຮຽນໄປຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດປະທານ ໂຮ່ຈີມິນ ຢູ່ແຂວງສະຫວັນນະເຂດ. ພາບ: ທູຮວາຍ

ສິ່ງທີ່ພົ້ນເດັ່ນໃນຝູງຄົນທີ່ຫຼັ່ງໄຫຼມາຍັງເຂດປູຊະນີຍະສະຖານປະຫວັດສາດຕັ້ງແຕ່ເຊົ້າມືດແມ່ນມີນັກຮຽນຫຼາຍຄົນຈາກໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງສະຫວັນນະເຂດ. ອາຈານ ເຈິ່ນທິເຢົ້າ ໄດ້ແຕ່ງຕົວໃນຊຸດເຊື້ອຍາວທີ່ເປັນມູນເຊື້ອ ແລະໄດ້ພານັກຮຽນຊັ້ນ ມ.6 ມາຮ່ວມພິທີເປີດນໍາໃຊ້. ໃນຖານະທີ່ເປັນລຸ້ນທີສາມໃນຄອບຄົວທີ່ອາໄສຢູ່ດິນແດນລາວ, ຄາວຍັງເປັນເດັກນ້ອຍຂອງອາຈານ ໄດ້ຕິດພັນກັບໂຮງຮຽນຖົງເຍິດ, ພ້ອມດ້ວຍບົດກະວີ ແລະຮູບພາບຂອງປະທານໂຮ່ຈີມິນ. ແຕ່ວ່າ ມາຮອດປີ 2015, ເມື່ອໄດ້ຮັບທຶນການສຶກສາໄປຮຽນຢູ່ຫວຽດນາມ ແລະໄດ້ໄປຢ້ຽມຢາມສຸສານປະທານໂຮ່ຈີມິນ, ອາຈານ ເຈິ່ນທິເຢົ້າ ຮູ້ສຶກຕື້ນຕັນໃຈຫຼາຍຈົນນ້ຳຕາໄຫຼ ຍ້ອນພາບສາລະຄະດີກ່ຽວກັບຊີວິດທີ່ລຽບງ່າຍ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງເພິ່ນ.

ຫຼັງຈາກກັບຄືນມາລາວ ເພື່ອສອນພາສາຫວຽດ ໃນປີ 2019, ອາຈານ ເຈິ່ນທິເຢົ້າ ໄດ້ເອົາເລື່ອງລາວຕ່າງໆກ່ຽວກັບປະທານໂຮ່ຈີມິນ ສົມທົບເຂົ້າໃນບົດຮຽນເປັນປະຈຳ, ເພື່ອໃຫ້ນັກຮຽນທີ່ເກີດ ແລະເຕີບໃຫຍ່ຢູ່ໃນດິນແດນລາວ ສາມາດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜູ້ນຳທີ່ແສນເຄົາລົບຮັກຂອງຊາດຕົນ.

ໃນການແບ່ງປັນຄວາມປິຕິຍິນດີ, ເອື້ອຍ ຫງວຽນທິກິມແອວງ, ຜູ້ທີ່ອາໄສຢູ່ດິນແດນລາວ ເປັນມາເວລາຫຼາຍກວ່າ 20 ປີ, ໄດ້ແບ່ງປັນວ່າ ຍ້ອນບ້ານເກີດເມືອງນອນຂອງເອື້ອຍຢູ່ແຂວງກວາງຈິ ມີຊາຍແດນຕິດກັບລາວ, ສະນັ້ນ ແຕ່ຍັງນ້ອຍເອື້ອຍກໍ່ຮູ້ສຶກໃກ້ຊິດ ແລະ ຮັກແພງຕໍ່ປະຊາຊົນລາວ ແລະ ດິນແດນທີ່ຢູ່ຟາກຊາຍແດນເບື້ອງນັ້ນ. ໂດຍເລືອກເອົາແຂວງສະຫວັນນະເຂດເປັນບ້ານເກີດເມືອງນອນແຫ່ງທີສອງຂອງນາງເພື່ອດຳລົງຊີວິດ, ນາງ ແລະຊາວຫວຽດນາມຄົນອື່ນໆຢູ່ທີ່ນີ້ຮູ້ສຶກພາກພູມໃຈເມື່ອເຂດປູຊະນີຍະສະຖານປະຫວັດສາດປະທານ ໂຮ່ຈີມິນ ໄດ້ຮັບການປັບປຸງໃໝ່ ແລະບູລະນະຢ່າງໃຫຍ່ໂຕສວຍງາມ.

ບໍ່ພຽງແຕ່ມີປະຊາຊົນຊາວຫວຽດນາມ ເທົ່ານັ້ນ, ອ້າຍ ອິມພາມາ (ອາໄສຢູ່ນະຄອນ ໄກສອນ ພົມວິຫານ) ຍັງໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ. ໂດຍດຳລົງຊີວິດຢູ່ໃກ້ກັບຊາວຫວຽດນາມ, ລາວຈຶ່ງຮູ້ຈັກເລື່ອງລາວຂອງປະທານໂຮ່ຈີມິນ ແລະມີຄວາມຮັກແພງຢ່າງເລິກເຊິ່ງຕໍ່ວັດທະນະທຳຫວຽດນາມ. ລາວແບ່ງປັນວ່າ: ລາວນັບຖືປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ຢ່າງສູງ, ທັງສອງທ່ານ ເປັນຜູ້ນຳທີ່ຍິ່ງໃຫຍ່ຂອງສອງປະເທດອ້າຍນ້ອງ.

ສັນຍາລັກແຫ່ງນໍ້າໃຈມິດຕະພາບ

ເຂດປູຊະນີຍະສະຖານປະຫວັດສາດປະທານໂຮ່ຈີມິນ ທີ່ຢູ່ແຂວງສະຫວັນນະເຂດ ບໍ່ພຽງແຕ່ເປັນສະຖານທີ່ສະແດງຄວາມຮັກແພງ ແລະຄວາມເຄົາລົບນັບຖືຂອງປະຊາຊົນທັງສອງປະເທດທີ່ມີຕໍ່ເພິ່ນເທົ່ານັ້ນ, ແຕ່ຍັງເປັນບ່ອນດໍາລົງຊີວິດທາງດ້ານການເມືອງ, ວັດທະນະທຳ ແລະປະຫວັດສາດທີ່ມີຄວາມໝາຍສຳຄັນສຳລັບພະນັກງານ, ສະມາຊິກພັກ, ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ ອີກດ້ວຍ, ພິເສດແມ່ນຄົນລຸ້ນໜຸ່ມ.

ອີງຕາມທ່ານນາງ ດັງທິຫາຍເຕິມ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ໄປພ້ອມກັບອະນຸສາວະລີອື່ນໆອີກສີ່ແຫ່ງໃນບໍລິເວນ, ເຂດປູຊະນີຍະສະຖານປະຫວັດສາດປະທານໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນການນໍາ, ພະນັກງານ, ສະມາຊິກພັກ ແລະປະຊາຊົນມາວາງກະຕາດອກໄມ້, ທູບທຽນຢ່າງເປັນປະຈຳ. ໂຮງຮຽນ ແລະສະມາຄົມຫຼາຍແຫ່ງ ຍັງໄດ້ຈັດໃຫ້ນັກຮຽນ, ສະມາຊິກມາຢ້ຽມຢາມ, ລາຍງານຜົນງານຂອງຕົນຕໍ່ລຸງໂຮ່ ໃນໂອກາດວັນບຸນໃຫຍ່. ຜ່ານນັ້ນ, ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະໜິດຕິດພັນ, ສ້າງປະຊາຄົມໃຫ້ເຂັ້ມແຂງ, ຮັກສາເອກະລັກສະເພາະທາງວັດທະນະທຳ ແລະປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ.

ທ່ານ ຫງວຽນມິງຢຶດ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນໂຮ່ຈີມິນ, ຖືວ່າ ເຂດປູຊະນີຍະສະຖານປະຫວັດສາດປະທານ ໂຮ່ຈິມິນ ທີ່ຢູ່ແຂວງສະຫວັນນະເຂດ ແມ່ນສະຖານທີ່ເພື່ອເຕືອນໃຫ້ຄົນລຸ້ນຫຼັງຂອງຊາວຫວຽດນາມ ແລະ ລາວ ກ່ຽວກັບນ້ຳໃຈສາມັກຄີມິດຕະພາບ, ຄວາມບໍລິສຸດຜຸດຜ່ອງ, ຈົງຮັກພັກດີລະຫວ່າງສອງຊາດ; ພ້ອມທັງສະແດງໃຫ້ເຫັນສາຍພົວພັນທີ່ສະໜິດແໜ້ນລະຫວ່າງແຂວງສະຫວັນນະເຂດ ກັບ ນະຄອນໂຮ່ຈີມິນ ແລະ ທ້ອງຖິ່ນອື່ນໆຂອງຫວຽດນາມ. ໂຄງການກໍ່ສ້າງດັ່ງກ່າວຍັງເປັນສະຖານທີ່ສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ລາວ ກ່ຽວກັບມູນເຊື້ອການປະຕິວັດ; ເປັນຈຸດເຊື່ອມຕໍ່ການທ່ອງທ່ຽວທາງປະຫວັດສາດ, ການພົບປະແລກປ່ຽນວັດທະນະທຳລະຫວ່າງສອງທ້ອງຖິ່ນ.

ຢືນຢູ່ຕໍ່ໜ້າໂຄງການກໍ່ສ້າງທີ່ງົດງາມແຫ່ງນີ້, ປະຊາຊົນຫວຽດນາມ ບໍ່ສາມາດປິດບັງຄວາມຮູ້ສຶກ ແລະຄວາມພາກພູມໃຈຂອງເຂົາເຈົ້າໄດ້. ພ້ອມກັບອ້າຍນ້ອງລາວ, ພໍ່ແມ່ປະຊາຊົນເຮົາມີບ່ອນອາໄລຫາ, ສະແດງຄວາມຮູ້ບຸນຄຸນລຸງໂຮ່ຕື່ມອີກ, ເພື່ອເຕືອນກັນໃຫ້ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງຊາດ. ທ່າມກາງກະແສແມ່ນ້ຳຂອງ, ສັນຍາລັກຂອງການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ຍັງຄົງໄດ້ຮັບການຮັກສາໄວ້ໃນແຕ່ລະມື້...

ໂດຍ: ຈາງຫງວຽນ