ຊາວຫວຽດນາມ ອາໄສຢູ່ລາວ ຕີລາຄາສູງບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂ້ັນ
ກປ.ອອນໄລ - ຕາມຊາວຫວຽດນາມ ອາໄສຢູ່ລາວ ແລ້ວ, ເພື່ອຫັນເປົ້າໝາຍການພັດທະນາປະກົດຜົນເປັນຈິງໃນໄລຍະໃໝ່, ບົດບາດຂອງສະພາແຫ່ງຊາດຫວຽດນາມ ແລະສະພາປະຊາຊົນທຸກຂັ້ນແມ່ນສໍາຄັນຍິ່ງ.
ທີ່ລາວ, ຊາວຫວຽດນາມ ອາໄສຢູ່ລາວ ຫຼາຍຄົນສະແດງຄວາມເອົາໃຈໃສ່ ແລະມີຄວາມຫວັງເຂົ້າບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂ້ັນໃນໄລຍະພັດທະນາໃໝ່ຂອງປະເທດ.
ແບ່ງປັນກັບນັກຂ່າວຢູ່ລາວ, ທ່ານນາງ ຫງວຽນທິທຸຮວ່ຽນ ຫົວໜ້າຫ້ອງວ່າການສະມາຄົມຊາວຫວຽດນາມ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ປະເທດພວມຫັນປ່ຽນກ້າວເຂົ້າສູ່ສັງກາດໃໝ່-ສັງກາດຂອງການພັດທະນາຈະເລີນຮຸ່ງເຮືອງ.
    |
 |
|
ເພື່ອຫັນເປົ້າໝາຍການພັດທະນາປະກົດຜົນເປັນຈິງໃນໄລຍະໃໝ່, ບົດບາດຂອງສະພາແຫ່ງຊາດຫວຽດນາມ ແລະສະພາປະຊາຊົນທຸກຂັ້ນແມ່ນສໍາຄັນຍິ່ງ. ພາບ: Vietnam+ |
ຕາມທ່ານນາງ ຫງວຽນທິທຸຮວ່ຽນ ແລ້ວ, ໃນໄລຍະພັດທະນາໃໝ່ຄືໃນປະຈຸບັນຂອງປະເທດ, ສະມາຊິກສະພາແຫ່ຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນຫຼາຍຄົນຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ຜູ້ມີສິດເລືອກຕ້ັງ ແລະປະຊາຊົນ.
ຄຽງຂ້າງຄຸນທາດການເມືອງທີ່ໜັກແໜ້ນ, ຕົວແທນຕ້ອງມີລະດັບຄວາມຮູ້, ຄວາມສາມາດ ແລະວິໄສທັດເພື່ອເຂົ້າຮ່ວມກໍ່ສ້າງນະໂຍບາຍທີ່ສອດຄ່ອງດ້ວຍຄວາມຮຽກຮ້ອງພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງປະເທດ.
ທ່ານນາງ ຫງວຽນທິທຸຮວ່ຽນ ຖືວ່າ ການຈັດຕັ້ງເລືອກຕັ້ງໄວກ່ອນເວລາພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກແມ່ນການຕັດສິນໃຈສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງພຶດຕິກໍາຕົວຈິງ, ຊ່ວຍບູລະນະກົງຈັກການນໍາໂດຍໄວ, ຮັບປະກັນລັກສະນະເຊື່ອມຕໍ່ ແລະມີປະສິດທິຜົນໃນການບໍລິຫານ, ຄຸ້ມຄອງປະເທດ, ພິເສດແມ່ນເມື່ອຫວຽດນາມ ພວມຍູ້ແຮງການປະຕິຮູບລະບອບລະບຽບການ, ເຮັດກົງຈັກບໍລິຫານໃຫ້ກະທັດຮັດ ແລະກໍ່ສ້າງຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ.
ໃນສະພາບການພາກພື້ນ ແລະໂລກພວມມີການຜັນແປຫຼາຍຢ່າງ, ທ່ານນາງ ຫງວຽນທິທຸຮວ່ຽນ ໃຫ້ຮູ້ວ່າ ການຮ່ວມມືລັດຖະສະພານັບມື້ນັບສວມບົດບາດສໍາຄັນໃນການເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ການຮ່ວມມືລະຫວ່າງປະເທດຕ່າງໆ.
ຄຽງຂ້າງກັນນັ້ນ, ຫວຽດນາມ ຕ້ອງສືບຕໍ່ຍົກສູງການທູດລັດຖະສະພາໃຫ້ມີປະສິດທິຜົນ, ສະໜິດຕິດພັນກັບການທູດພັກ, ການທູດລັດ ແລະການພົວພັນຕ່າງປະເທດປະຊາຊົນຢ່າງແໜ້ນແຟ້ນ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຊາວຫວຽດນາມ ແລະວັດທະນະທໍາຫວຽດນາມ ເຖິງເພື່ອນມິດສະກົນ, ພ້ອມທັງສ້າງສະພາບແວດລ້ອມສາກົນທີ່ສະດວກໃຫ້ການພັດທະນາຂອງປະເທດ.
ໂດຍ: ໄຊນີດາ