ໂດຍປະຕິບັດຕາມທັດສະນະ, ແນວທາງ, ແຜນນະໂຍບາຍຂອງສອງພັກ, ສອງລັດໃນການຮັກສາ, ປັບປຸງ ແລະເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ; ໂດຍເລີ່ມມາຈາກສະພາບຕົວຈິງຢູ່ເຂດຊາຍແດນ, ບົນພື້ນຖານບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບໃນການພົບປະເຈລະຈາລະຫວ່າງການນໍາແຂວງກວ໋າງຈິ ກັບການນໍາສອງແຂວງສະຫວັນນະເຂດ ແລະສາລະວັນ ກ່ຽວກັບການສົມທົບກັນປ້ອງກັນຊາຍແດນ, ວັນທີ 28 ເມສາ 2005, ຢູ່ບໍລິເວນເທດສະບານເມືອງລາວບ໋າວ, ບ້ານກາຕັງ, ເທດສະບານເມືອງລາວບ໋າວ, ເມືອງເຮື໋ອງຮວ໊າ, ແຂວງກວ໋າງຈິ ແລະບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີແຮກສ່ຽວ. ພາຍຫຼັງຜັນຂະຫຍາຍມາເປັນເວລາສັ້ນໆ, ຄວາມຮັບຮູ້ຂອງປະຊາຊົນທີ່ດຳລົງຊີວິດຢູ່ສອງຟາກຊາຍແດນກ່ຽວກັບອະທິປະໄຕຜືນແຜ່ນດິນ, ກ່ຽວກັບປະເທດ, ຫຼັກໝາຍຊາຍແດນແຫ່ງຊາດ, ກໍ່ຄືການປະຕິບັດບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນຢ່າງເຂັ້ມງວດໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ສະພາບການລະເມີດກົດລະບຽບການຄຸ້ມຄອງຊາຍແດນຫຼຸດຜ່ອນຫຼາຍເມື່ອທຽບໃສ່ກ່ອນນີ້.

leftcenterrightdel
ການແຮກສ່ຽວລະຫວ່າງກຸ່ມບ້ານຢຸຍເຕິນ, ເທດສະບານເມືອງລາວບ໋າວ, ເມືອງເຮື໋ອງຮວ໊າ, ແຂວງກວ໋າງຈິ ແລະບ້ານເຟື່ອງ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ. ພາບ: ຫງວຽນແທັ່ງຟູ.

ຈາກໝາກຜົນຕົວຈິງ, ການຊາບຊຶມ ແລະການຈັດຕັ້ງປະຕິບັດຄໍາສັ່ງເລກທີ 34/CT-BTL, ລົງວັນທີ 24 ມິຖຸນາ 2003 ຂອງກອງບັນຊາການທະຫານຊາຍແດນກ່ຽວກັບການຈັດຕັ້ງຂະບວນການ “ມະຫາຊົນເຂົ້າຮ່ວມການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍບ້ານຢູ່ເຂດຊາຍແດນ”, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ສ້າງແຜນຮ່າງ “ຂະບວນການມະຫາຊົນເຂົ້າຮ່ວມການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍບ້ານຢູ່ເຂດຊາຍແດນ” ແລະຫົວເລື່ອງວິທະຍາສາດ “ກໍ່ສ້າງ ແລະທະວີຄູນການແຮກສ່ຽວບ້ານ, ພັດທະນາແບບຍືນຍົງຢູ່ບັນດາບ້ານຕິດກັບຊາຍແດນລະຫວ່າງແຂວງກວ໋າງຈິ, ຫວຽດນາມ ກັບສອງແຂວງສະຫວັນນະເຂດ, ສາລະວັນ, ລາວ”.

ວັນທີ 2 ສິງຫາ 2005, ຄະນະປະຈຳຄະນະພັກແຂວງ ແລະຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໄດ້ອະນຸມັດຜ່ານແຜນຮ່າງນີ້ດ້ວຍເປົ້າໝາຍລວມແມ່ນ “ແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນ, ແນໃສ່ເຮັດໃຫ້ປະຊາຊົນທຸກຄົນ, ທຸກຄອບຄົວຢູ່ບັນດາບ້ານລຽບຕາມສອງຟາກຊາຍແດນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່, ເຂົ້າໃຈແຈ້ງສະພາບການ ແລະສັນຍານເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕັ້ງໜ້າພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງຊີວິດການເປັນຢູ່, ປະກອບສ່ວນພ້ອມກັບທະຫານຊາຍແດນຕໍ່ສູ້ເຮັດໃຫ້ກົນອຸບາຍທຳລາຍຂອງສັດຕູຖືກປະລາໄຊ, ຍູ້ຖອຍອາດຊະຍາກຳປະເພດຕ່າງໆ ແລະປະກົດການຫຍໍ້ທໍ້ທາງສັງຄົມ; ສ້າງ ແລະຮັກສາສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ”. ຮອດເດືອນມີນາ 2011 ໄດ້ສໍາເລັດການແຮກສ່ຽວທັງໝົດ 24/24 ຄູ່ບ້ານຢູ່ສອງຟາກຊາຍແດນ.

ອາດເວົ້າໄດ້ວ່າ, ໝາກຜົນບັນລຸໄດ້ຈາກຂະບວນການ “ແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ”, ນັ້ນແມ່ນສາຍຈິດມິດໃຈ, ຄວາມສະໜິດຕິດພັນລະຫວ່າງບັນດາກຸ່ມບ້ານໄດ້ຮັບການເພີ່ມທະວີ, ເສັ້ນຊາຍແດນລະຫວ່າງສອງແຂວງໄດ້ຮັບການປົກປັກຮັກສານັບມື້ນັບດີຂຶ້ນ.

ເຄົາລົບອະທິປະໄຕແຫ່ງຊາດແມ່ນຫຼັກການເພື່ອສ້າງສາຍພົວພັນມິດຕະພາບ. ຜ່ານການເຄື່ອນໄຫວແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ, ທຸກຂັ້ນ, ທຸກຂະແໜງການໄດ້ຈັດຕັ້ງການໂຄສະນາໃຫ້ປະຊາຊົນບັນດາເຜົ່າກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍຂອງສອງພັກ, ສອງລັດ, ກ່ຽວກັບບັນຫາຊາຍແດນ, ກົດໝາຍທີ່ກ່ຽວຂ້ອງ; ເຜີຍແຜ່ບັນດາຄວາມຮູ້ກ່ຽວກັບກະສິກໍາ, ການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ 3.501 ຄາບ/229.849 ເທື່ອຄົນ.

ແຕ່ລະປີແຂວງກວ໋າງຈິ ນໍາໃຊ້ງົບປະມານທ້ອງຖິ່ນເພື່ອໜູນຊ່ວຍການກໍ່ສ້າງບັນດາກິດຈະກໍາຮັບໃຊ້ຊີວິດການເປັນຢູ່ໃຫ້ປະຊາຊົນສອງແຂວງຂອງປະເທດເພື່ອນມິດເພື່ອພັດທະນາເສດຖະກິດ. ທະຫານຊາຍແດນແຂວງກວ໋າງຈິ ໜູນຊ່ວຍກໍ່ສ້າງສອງໂຮງຮຽນໃຫ້ເມືອງນອງ, ແຂວງສະຫວັນນະເຂດ ແລະເມືອງສະມວຍ, ແຂວງສາລະວັນ, ດ້ວຍເນື້ອທີ່ 664 ຕາລາງແມັດ; ຮາກຖານກວດ-ປິ່ນປົວພະຍາດ 1 ແຫ່ງ, "ເຮືອນມິດຕະພາບ" 3 ຫຼັງດ້ວຍມູນຄ່າ 3,68 ຕື້ດົ່ງ. ພ້ອມກັນນັ້ນ, ໄດ້ສົມທົບກັບສະມາຄົມແມ່ຍິງແຂວງຈັດຕັ້ງການສອນພາສາຫວຽດ 3 ຫ້ອງໃຫ້ເອື້ອຍນ້ອງແມ່ຍິງລາວ 76 ຄົນຢູ່ບັນດາບ້ານຕິດກັບຊາຍແດນ.

ອາດຢັ້ງຢືນໄດ້ວ່າ, ເພື່ອຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ກ່ອນອື່ນໝົດແມ່ນຕ້ອງຮັກສາສະຖຽນລະພາບ, ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນ, ສາຍຈິດມິດໃຈອັນສະໜິດຕິດພັນລະຫວ່າງປະຊາຊົນຢູ່ລຽບຕາມສອງຟາກຊາຍແດນ ນັ້ນແມ່ນກົກເຄົ້າສ້າງເປັນກຳລັງແຮງເພື່ອໃຫ້ຫວຽດນາມ-ລາວ ພ້ອມກັນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ