ກອງບັນຊາການທະຫານຊາຍແດນ ອວຍພອນບຸນປີໃໝ່ກົມໃຫຍ່ສັນຕິບານ ແລະກົມໃຫຍ່ຕໍາຫຼວດຂອງລາວ
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນລາວບັນດາເຜົ່າ, ວັນທີ 6 ເມສາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ ນໍາໂດຍ ທ່ານພົນຈັດຕະວາ ຫວູກວກເອີນ, ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ກົມໃຫຍ່ສັນຕິບານ ແລະກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ.
ທີ່ບັນດາກົມກອງ, ຕາງໜ້າຄະນະພັກ, ກອງບັນຊາການທະຫານຊາຍແດນ, ທ່ານພົນຈັດຕະວາ ຫວູກວກເອີນ ໄດ້ສົ່ງພອນໄຊອັນປະເສີດ ມາຍັງພະນັກງານ, ນັກຮົບ, ພາລະກອນກົມໃຫຍ່ສັນຕິບານ ແລະກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 65 ປີ (5/4/1961-5/4/2026) ແລະ ຕ້ອນຮັບບຸນປີໃໝ່ ດ້ວຍໄຊຊະນະ ແລະຜົນສໍາເລັດຫຼາຍຢ່າງ; ອວຍພອນໃຫ້ການພົວພັນສົມທົບວຽກງານລະຫວ່າງກໍາລັງທະຫານຊາຍແດນຫວຽດນາມ ກັບກໍາລັງປ້ອງກັນຊາຍແດນຂອງລາວ ພັດທະນາຢ່າງບໍ່ຢຸດຢັ້ງ ແລະເຂົ້າສູ່ລວງເລິກ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນລະຫວ່າງສອງປະເທດ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.
    |
 |
|
ທ່ານພົນຈັດຕະວາ ຫວູກວກເອີນ ມອບຂອງຂວັນ, ອວຍພອນປີໃໝ່ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ. ພາບ: bienphong.com.vn |
    |
 |
|
ທ່ານພົນຈັດຕະວາ ຫວູກວກເອີນ ມອບຂອງຂວັນ, ອວຍພອນປີໃໝ່ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ. ພາບ: bienphong.com.vn |
ທ່ານພົນຈັດຕະວາ ຫວູກວກເອີນ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ສອງຝ່າຍໄດ້ສົມທົບກັນຢ່າງທັນການ ແລະ ມີປະສິດທິຜົນໃນບັນດາເນື້ອໃນຮ່ວມມື, ເປັນຕົ້ນແມ່ນໃນການຄຸ້ມຄອງດ່ານຊາຍແດນ, ຮັກສາການລາດຕະເວນສອງຝ່າຍ; ຕໍ່ສູ້ ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ພິເສດແມ່ນອາດຊະຍາກຳຢາເສບຕິດ ແລະ ການຄ້າມະນຸດ; ຄຸ້ມຄອງ ແລະ ຄວບຄຸມການເຂົ້າ-ອອກເມືອງຢູ່ດ່ານຊາຍແດນ, ການພັກພາອາໄສ ແລະການໄປມາຂອງພົນລະເມືອງຂອງແຕ່ລະປະເທດ; ສ້າງເງື່ອນໄຂສະດວກໃຫ້ການແລກປ່ຽນການຄ້າຊາຍແດນ, ພັດທະນາເສດຖະກິດ, ກໍ່ສ້າງເຂດຊາຍແດນຂອງສອງປະເທດ ສັນຕິພາບ, ມິດຕະພາບ, ການຮ່ວມມື; ສົມທົບກັນຮັບໃຊ້ການຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນຂອງແຕ່ລະປະເທດ ແລະຂອງກໍາລັງສອງຝ່າຍ ປະສົບຜົນສຳເລັດ.
ໂດຍ: ທູຈາງ