ໃນຊຸມປີຜ່ານມາ, ໂດຍປະຕິບັດຕາມແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການທູດປະຊາຊົນ, ການສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ແຂວງແທັງຮວ໊າ ໄດ້ຜັນຂະຫຍາຍຮູບແບບແຮກສ່ຽວລະຫວ່າງຊຸມຊົນທີ່ຢູ່ສອງຟາກຊາຍແດນກັບທ້ອງຖິ່ນຕ່າງໆຂອງແຂວງຫົວພັນ ຢ່າງຄົບຊຸດ, ມີປະສິດທິຜົນ. ຕາມເສັ້ນຊາຍແດນທີ່ມີລວງຍາວກວ່າ 213 ກິໂລແມັດ, ມາຮອດປະຈຸບັນ ແຂວງແທັງຮວ໊າ ໄດ້ຈັດການລົງນາມແຮກສ່ຽວລະຫວ່າງ 18 ຄູ່ກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ (23 ບ້ານຕິດກັບຊາຍແດນຂອງຫວຽດນາມ ແລະ 18 ບ້ານຂອງປະເທດເພື່ອນລາວ).

ບ້ານຊັງ, ຕາແສງອຽນເຄືອງ ມີ 113 ຄົວເຮືອນ, ມີປະຊາກອນ 546 ຄົນ, ສ່ວນຫຼາຍແມ່ນຊົນເຜົ່າໄທ, ຊົນເຜົ່າເມື່ອງ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຜ່ານຜ່າໄພພິບັດທາງທຳມະຊາດ, ນໍ້າຖ້ວມຫຼາຍຄັ້ງ, ແຕ່ປະຊາຊົນຢູ່ທີ່ນີ້ຍັງຍຶດໝັ້ນຕໍ່ກັບບ້ານ ແລະສ້າງຊີວິດການເປັນຢູ່ຄືນໃໝ່. ເພື່ອເພີ່ມທະວີສາຍພົວພັນທີ່ສະໜິດຕິດພັນລະຫວ່າງປະຊາຊົນສອງບ້ານຊາຍແດນ, ໃນປີ 2013, ຄ້າຍທະຫານຊາຍແດນອຽນເຄືອງ ໄດ້ເປັນເສນາທິການໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີແຮກສ່ຽວລະຫວ່າງບ້ານຊັງ, ບ້ານອຽນເຄືອງ ແລະບ້ານເກີນ, ເມືອງຊຳເໜືອ. ຈາກນັ້ນ, ປະຊາຊົນທັງສອງຟາກຊາຍແດນມີເງື່ອນໄຂສ້າງຄວາມຜູກພັນຮັກແພງ, ຜ່ານການເຄື່ອນໄຫວຢ້ຽມຢາມ ແລະແລກປ່ຽນສິນຄ້າ. ຍ້ອນການແຮກສ່ຽວນຳກັນ, ໃນຊຸມປີຜ່ານມາ, ປະຊາຊົນທີ່ຢູ່ສອງຟາກຊາຍແດນ ໄດ້ຢຸດຕິການບຸກລຸກດິນແດນ, ຕັ້ງຖິ່ນຖານຜິດກົດໝາຍ ແລະບໍ່ເຄື່ອນຍ້າຍຖິ່ນຖານຢ່າງເສລີ.

ທ່ານພັນໂທ ຫງວຽນຈ້ອງມິງ, ຫົວໜ້າຄ້າຍທະຫານຊາຍແດນອຽນເຄືອງ ໃຫ້ຮູ້ວ່າ: “ຮູບແບບແຮກສ່ຽວກຸ່ມຊຸມຊົນໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ ແລະຈະແຈ້ງ ໃນການສ້າງທ່າຮົບໃນຈິດໃຈປະຊາຊົນ. ປະຊາຊົນເປັນເຈົ້າການສະໜອງຂໍ້ມູນ, ສົມທົບກັບກໍາລັງທີ່ກ່ຽວຂ້ອງໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ເຫດການຫຼາຍຢ່າງທີ່ເກີດຂຶ້ນໄດ້ຮັບການແກ້ໄຂຢູ່ຮາກຖານທັນທີ, ບໍ່ປະໃຫ້ເປັນຈຸດເຄັ່ງຮ້ອນ”.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນອຽນເຄືອງ ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ບ້ານເກີນ (ລາວ). ພາບ: baothanhhoa.vn

ບ້ານນາແມວ ຕິດກັບບ້ານເມືອງປູນ, ເມືອງວຽງໄຊ, ແຂວງຫົວພັນ. ໃນຫຼາຍປີຜ່ານມາ, ກຳລັງທີ່ກ່ຽວຂ້ອງ, ພະນັກງານ, ປະຊາຊົນບັນດາບ້ານທີ່ຢູ່ສອງຟາກຊາຍແດນໄດ້ພ້ອມກັນສ້າງທາງກັນໄຟເກືອບ 20 ກິໂລແມັດ; ຝຶກຊ້ອມຕົວຈິງເພື່ອຍົກສູງຄວາມຮູ້, ທັກສະໃນການປ້ອງກັນ, ຕ້ານໄຟໄໝ້ປ່າ; ເພີ່ມທະວີການລາດຕະເວນເພື່ອຮັບປະກັນຄວາມໝັ້ນຄົງຂອງປ່າໄມ້, ສະກັດກັ້ນການເຄື່ອນຍ້າຍຖິ່ນຖານເສລີ, ປົກປັກຮັກສາ 9 ຫຼັກໝາຍຊາຍແດນ. ອໍານາດການປົກຄອງຕາແສງ ແລະປະຊາຊົນບ້ານນາແມວ ໄດ້ສ້າງຫໍວັດທະນະທຳ ພ້ອມດ້ວຍອຸປະກອນ ມີມູນຄ່າຫຼາຍກວ່າ 250 ລ້ານດົ່ງ ເພື່ອມອບໃຫ້ບ້ານເລີຍ; ຖ່າຍທອດເຕັກນິກການລ້ຽງສັດ; ສົ່ງພະນັກງານສົ່ງເສີມປ່າໄມ້ໄປແນະນຳເຕັກນິກການປູກໄມ້ໄຜ່ໃສ່ດິນຫຼັງຈາກການຖາງປ່າເຮັດໄຮ່ຢູ່ເມືອງວຽງໄຊ.

ຮູບແບບແຮກສ່ຽວລະຫວ່າງບ້ານທີ່ຢູ່ສອງຟາກຊາຍແດນໄດ້ຮັບການຮັກສາ ແລະປະຕິບັດເປັນຢ່າງດີ, ຮັບປະກັນຫຼັກການເຄົາລົບອະທິປະໄຕຂອງແຕ່ລະປະເທດ, ສອດຄ່ອງກັບສັນຍາ, ກົດລະບຽບຊາຍແດນທີ່ສອງປະເທດ, ສອງແຂວງໄດ້ລົງນາມ. ຜ່ານການເຄື່ອນໄຫວແຮກສ່ຽວ ບ້ານ-ບ້ານ ໄດ້ປະກອບສ່ວນເຂົ້າໃນການຍົກສູງຄວາມຮັບຮູ້ໃຫ້ປະຊາຊົນບັນດາຊົນເຜົ່າຢູ່ສອງຟາກຊາຍແດນ ກ່ຽວກັບສະຕິ, ຄວາມຮັບຜິດຊອບ ຕໍ່ອະທິປະໄຕຂອງແຕ່ລະປະເທດ. ພ້ອມທັງແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນການພັດທະນາເສດຖະກິດ, ສ້າງນໍ້າໃຈສາມັກຄີຮັກແພງ, ມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ.

ດ້ວຍຄວາມຮັກແພງຂອງປະຊາຊົນຢູ່ບ້ານຊາຍແດນ, ໄລຍະ 2016-2020, ແຂວງແທັງຮວ໊າ ໄດ້ໃຫ້ການຊ່ວຍເຫຼືອແຂວງຫົວພັນຫຼາຍກວ່າ 295 ຕື້ດົ່ງ ເພື່ອລົງທຶນ, ຍົກລະດັບພື້ນຖານໂຄງລ່າງ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປະຕິບັດບາງໂຄງການພັດທະນາເສດຖະກິດ, ໜູນຊ່ວຍຄອບຄົວນະໂຍບາຍ ແລະຍົກສູງລະດັບຄວາມຮູ້; ໃນໄລຍະ 2021-2025, ແຂວງແທັງຮວ໊າ ໄດ້ສືບຕໍ່ໜູນຊ່ວຍແຂວງຫົວພັນ ດ້ວຍງົບປະມານເກືອບ 318 ຕື້ດົ່ງ ເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ບໍາລຸງສ້າງນັກສຶກສາ, ຈັດຕັ້ງການກວດ, ປິ່ນປົວພະຍາດໃຫ້ແກ່ພະນັກງານ ແລະປະຊາຊົນແຂວງຫົວພັນ ຢູ່ແຂວງແທັງຮວ໊າ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ອໍານາດການປົກຄອງ ແລະປະຊາຊົນແຂວງແທັງຮວ໊າ ຍາມໃດກໍ່ເຄົບລົບ, ຮັກສາ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ.

ກ່ຽວກັບການເຄື່ອນໄຫວແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນຫວຽດນາມ ກັບກົມກອງປົກປັກຮັກສາຊາຍແດນຂອງລາວ, ກອງບັນຊາການປ້ອງກັນຊາຍແດນແຂວງ ໄດ້ຈັດການລົງນາມແຮກສ່ຽວລະຫວ່າງ 6 ຄ້າຍທະຫານຊາຍແດນ ກັບ 4 ກົມກອງປົກປັກຮັກສາຊາຍແດນຂອງລາວ; ຈາກນັ້ນໄດ້ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນສະພາບການຢູ່ທັງສອງຟາກຊາຍແດນ, ສົມທົບກັນໂຄສະນາເຜີຍແຜ່ໃຫ້ແກ່ພົນລະເມືອງຂອງທັງສອງປະເທດ ແລະປະເທດອື່ນໆທີ່ຂ້າມຊາຍແດນປະຕິບັດສົນທິສັນຍາ, ສັນຍາ ແລະເອກະສານທາງກົດໝາຍກ່ຽວກັບການກໍ່ສ້າງ, ການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ການຄວບຄຸມການເຂົ້າ-ອອກເມືອງເປັນຢ່າງດີ; ການປ້ອງກັນ, ຕ້ານອາດຊະຍາກຳ; ການແກ້ໄຂເຫດການທີ່ເກີດຂຶ້ນຢູ່ທັງສອງຟາກຊາຍແດນ; ການພົບປະແລກປ່ຽນວັດທະນະທຳ-ສະແດງສິລະປະ...

ໂດຍ: ຈາງຫງວຽນ