ມີຄືນໜຶ່ງ, ເມື່ອພູຜາປ່າໄມ້ງຽບສະຫງົບ, ຄອບຄົວອ້້າຍ ຫວາຕ່ອງຫວື່ ໄດ້ພາເມຍແມ່ນນາງ ມາລີ ຢູ່ບ້ານທົ່ງແປ ໄປສຸກສາລາທະຫານ-ປະຊາຊົນບ້ານທົ່ງແປ ໃນສະພາບເຈັບທ້ອງຮຸນແຮງ, ຮາກ, ຮ່າງກາຍອ່ອນເພຍ. ຕອນນັ້ນແມ່ນເກືອບ 11 ໂມງກາງຄືນ, ແຕ່ແພດທະຫານຂອງສຸກສາລາຍັງໄດ້ຮັບຄົນເຈັບ ແລະດໍາເນີນການກວດທັນທີ ພາຍຫຼັງກວດແລ້ວຈຶ່ງກໍານົດວ່າ ອາຫານເປັນພິດ. ຍ້ອນໄດ້ຮັບການປະຖົມພະຍາບານ ແລະປິ່ນປົວສຸກເສີນຢ່າງທັນການ, ນາງ ມາລີ ຈຶ່ງຜ່ານສະພາບໜັກໜ່ວງໄປໄດ້ ແລະສຸຂະພາບຈຶ່ງຄ່ອຍໆກັບຄືນສູ່ອາການປົກກະຕິ.

ອ້າຍ ຫວາຕ່ອງຫວື່ ແບ່ງປັນວ່າ: “ຕອນກາງຄືນ, ເມຍຂອງຂ້າພະເຈົ້າເຈັບໜັກ, ບໍ່ຮູ້ວ່າຈະໄປໃສ ນອກຈາກສຸກສາລາຂອງທະຫານຊາຍແດນຫວຽດນາມ. ສຳລັບປະຊາຊົນບ້ານທົ່ງແປ, ບັນດາແພດທະຫານຫວຽດນາມ ຢູ່ທີ່ນີ້ບໍ່ພຽງແຕ່ແມ່ນແພດໝໍເທົ່ານັ້ນ ຫາກຍັງແມ່ນຍາດຕິພີ່ນ້ອງໃນຄອບຄົວ, ຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອຊາວບ້ານໃນຍາມຫຍຸ້ງຍາກທີ່ສຸດອີກດ້ວຍ”.

ໂດຍຮູ້ມາວ່າ, ຍ້ອນເງື່ອນໄຂເບິ່ງແຍງດູແລດ້ານການແພດຢູ່ບ້ານຕ່າງໆທີ່ຕິດຈອດກັບຊາຍແດນຂອງລາວ ຍັງຈໍາກັດຢູ່, ໃນປີ 2007,  ຕາມການຊີ້ນຳຂອງຂັ້ນເທິງ, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ບ້ານທົ່ງແປ  ເພື່ອໜູນຊ່ວຍການກວດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນທ້ອງຖິ່ນ. ປະຈຸບັນ, ສຸກສາລາມີຫ້ອງປິ່ນປົວ ດ້ວຍຂະໜາດ 10 ຕຽງ 5 ຫ້ອງ; ແຕ່ລະມື້ໄດ້ຮັບເອົາຄົນເຈັບແຕ່ 10-15 ຄົນ. ບໍ່ພຽງແຕ່ຮັບໃຊ້ປະຊາຊົນບ້ານທົ່ງແປ ເທົ່ານັ້ນ, ສຸກສາລາຍັງໄດ້ຮັບເອົາຄົນເຈັບຈາກ 5 ບ້ານທີ່ຢູ່ໃກ້ຄຽງອີກດ້ວຍ.

leftcenterrightdel
ແພດໝໍຂອງສຸກສາລາທະຫານ-ປະຊາຊົນບ້ານທົ່ງແປ ໄປກວດພະຍາດໃຫ້ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກໃນການໄປມາ ຢູ່ເຮືອນ. ພາບ: qdnd.vn

ທ່ານພັນຕີ ຫງວຽນວັນຕ່ວານ, ຫົວໜ້າສຸກສາລາ ໃຫ້ຮູ້ວ່າ: “ພະນັກງານ, ພາລະກອນທີ່ປະຕິບັດງານຢູ່ສຸກສາລາທະຫານ-ປະຊາຊົນບ້ານທົ່ງແປ ຍາມໃດກໍ່ກໍານົດຢ່າງຈະແຈ້ງຄວາມຮັບຜິດຊອບຮັບໃຊ້ປະຊາຊົນ, ຖືເອົາການເບິ່ງແຍງດູແລສຸຂະພາບຂອງປະຊາຊົນທ້ອງຖິ່ນ ແມ່ນໜ້າທີ່ແຖວໜ້າ. ບໍ່ວ່າກາງວັນ ຫຼືກາງຄືນ, ເມື່ອໃດມີຄົນເຈັບມາສຸກສາລາ ຫຼືໄດ້ຮັບຂ່າວມີຄົນເຈັບຢູ່ບ້ານຫ່າງໄກ, ແພດທະຫານລ້ວນແຕ່ກຽມພ້ອມອອກເດີນທາງ, ເອົາຢາ ແລະອຸປະກອນການແພດໄປກວດ ແລະ ປິ່ນປົວໃຫ້ເຂົາເຈົ້າ. ສໍາລັບກໍລະນີຮ້າຍແຮງທີ່ເກີນຄວາມສາມາດດ້ານວິຊາສະເພາະ, ສຸກສາລາຈະສົມທົບກັນຢ່າງວ່ອງໄວ ເພື່ອຍົກຍ້າຍຄົນເຈັບໄປປິ່ນປົວຢູ່ໂຮງໝໍໃຫ້ທັນເວລາ, ຮັບປະກັນຄວາມປອດໄພໃຫ້ຄົນເຈັບ.

ເງື່ອນໄຂດໍາເນີນຊີວິດ ແລະເຮັດວຽກຢູ່ສຸກສາລາທະຫານ-ປະຊາຊົນບ້ານທົ່ງແປ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພື້ນຖານໂຄງລ່າງຍັງຂາດເຂີນຫຼາຍ, ແຕ່ວ່າດ້ວຍຄວາມຮັບຜິດຊອບສູງ ແລະຄວາມມັກຮັກຕໍ່ອາຊີບ, ບັນດາແພດໝໍຢູ່ທີ່ນີ້ ຍາມໃດກໍ່ມານະພະຍາຍາມຮັບໃຊ້ປະຊາຊົນຂອງປະເທດເພື່ອນຢ່າງສຸດໃຈ. ຜ່ານການເວລາ, ເຂົາເຈົ້າໄດ້ກາຍເປັນຜູ້ທີ່ຄຸ້ນເຄີຍສໍາລັບແຕ່ລະຄອບຄົວ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຈາກຊາວບ້ານ.

ທ່ານ ອຸໄດ ນາຍບ້ານທົ່ງແປ ໃຫ້ຮູ້ວ່າ: “ກ່ອນນີ້, ເມື່ອປະຊາຊົນເຈັບເປັນເອັນອຸ່ນ, ສ່ວນຫຼາຍເຂົາເຈົ້າຈະເພິ່ງພາໝໍເຢົາ, ສະນັ້ນຈຶ່ງມີຄວາມສ່ຽງ. ນັບແຕ່ມີສຸກສາລາຂອງທະຫານຊາຍແດນຫວຽດນາມ, ຊາວບ້ານຈຶ່ງມີຄວາມອຸ່ນອ່ຽນໃຈກວ່າ ແລະນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈຕໍ່ຢາປົວພະຍາດ, ຄວາມສາມາດຂອງແພດໝໍ, ເຂົາເຈົ້າຖືແພດທະຫານຫວຽດນາມ ຄືດັ່ງພໍ່ແມ່ປະຊາຊົນໃນບ້ານ”.

ບໍ່ພຽງແຕ່ປະຕິບັດໜ້າທີ່ກວດ ແລະ ປິ່ນປົວພະຍາດໃຫ້ເປັນຢ່າງດີ, ພະນັກງານ, ພາລະກອນຂອງສຸກສາລາທະຫານ-ປະຊາຊົນບ້ານທົ່ງແປ ຍັງຕັ້ງໜ້າໂຄສະນາ, ແນະນໍາໃຫ້ປະຊາຊົນຍົກສູງສະຕິປ້ອງກັນພະຍາດ, ຮັກສາອະນາໄມສິ່ງແວດລ້ອມ, ສົ່ງເສີມສຸຂະພາບຂັ້ນຕົ້ນ, ສິ່ງດັ່ງກ່າວໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດຊາຍແດນຂອງປະເທດເພື່ອນ, ພ້ອມທັງເພີ່ມພູນຄູນສ້າງນໍ້າໃຈ ສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວ.

ໂດຍ: ທູຈາງ