ການມອບຂອງເຂວັນຈະປະຕິບັດຜ່ານສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ປາກເຊ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ແລະສະມາຄົມຊາວຫວຽດນາມ ຢູ່ແຂວງຈຳປາສັກ, ອັດຕະປື ແລະ ແຂວງສະຫວັນນະເຂດ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: sggp.org.vn

ຄະນະກໍາມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ມອບຂອງຂວັນ 500 ພູດ (ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ) ໃຫ້ຊາວຫວຽດນາມ 500 ຄົນທີ່ ອາໄສຢູ່ 3 ແຂວງຂອງລາວ ຄື: ແຂວງຈຳປາສັກ, ອັດຕະປື ແລະສະຫວັນນະເຂດ. ຂອງຂວັນລວມມີ ເງິນສົດ 1 ຕື້ດົ່ງ ແລະຜ້າອັດປາກອັດດັງ 15.000 ອັນ ໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດບໍລິຈາກ. ຍອດຈຳນວນເງິນ 1 ຕື້ດົ່ງທີ່ມອບໃຫ້ຊາວຫວຽດນາມ ອາໄສຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ແລະປະຊາຊົນລາວ ໃນໂອກາດນີ້ ໂດຍນະຄອນໂຮ່ຈີມິນ ຫັກຈາກກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນ.

ກິດຈະກໍາດັ່ງກ່າວສະແດງໃຫ້ເຫັນອາລົມຈິດ, ຄວາມເອົາໃຈໃສ່ຢ່າງທັນການຂອງບັນດາການນຳ, ປະຊາຊົນນະຄອນໂຮ່ຈີມິນ ທີ່ມີຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແລະປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ລາວ ເພື່ອຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ລາວ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19, ສືບຕໍ່ຮັກສາຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ຈາກນັ້ນ ປະກອບສ່ວນປັບປຸງຄວາມເຊື່ອໝັ້ນ, ລະດົມກໍາລັງໃຈຊາວຫວຽດນາມ ອາໄສຢູ່ລາວ ໃຫ້ນັບມື້ນັບໃກ້ຊິດຕິດພັນ, ມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດ. ກິດຈະກໍານີ້ຍັງປະກອບສ່ວນເສີມຂະຫຍາຍຈິດໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ ໃນວິວັດການເຊື່ອມໂຍງ ແລະພັດທະນາເສດຖະກິດ.

ໂດຍ: ທະນາພອນ