ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນໍາຍຸດທະສາດຂອງການນຳຂັ້ນສູງສອງພັກ, ສອງລັດ, ການຮ່ວມມືສອງຝ່າຍໃນບັນດາຂົງເຂດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ໃນເດືອນມີນາ ຜ່ານມາ, ສອງຝ່າຍໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 1 ກົນໄກເຈລະຈາຍຸດທະສາດ “3+3” ຂັ້ນລັດຖະມົນຕີການຕ່າງປະເທດ, ປ້ອງກັນປະເທດ, ຕຳຫຼວດ ຫວຽດນາມ-ຈີນ ປະສົບຜົນສໍາເລັດ. ພິເສດ, ພາຍຫຼັງການເຈລະຈາ “3+3”, ສອງຝ່າຍໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ຢູ່ແຂວງກວ໋າງນີງ ຂອງຫວຽດນາມ ແລະເຂດປົກຄອງຕົນເອງຊົນເຜົ່າຈວາງ ກວາງຊີ ຂອງຈີນ ປະສົບຜົນສໍາເລັດ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບມີປະສິດທິຜົນ ແລະແທດຈິງ. 

leftcenterrightdel
ທ່ານ ພົນເອກ ຟານວັນຢາງ ແລະ ທ່ານ He wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ທີ່ການຕ້ອນຮັບ. ພາບ: ມາຍຫງວຽນ

ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຍາມໃດກໍ່ໄດ້ຮັບການຢືນຢັນວ່າແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນການພົວພັນສອງປະເທດ, ສະແດງໃຫ້ເຫັນຜ່ານຫຼາຍເນື້ອໃນການຮ່ວມມື, ຄື: ການແລກປ່ຽນຄະນະຜູ້ແທນ, ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ, ການສຶກສາ-ບໍາລຸງສ້າງ, ອຸດສາຫະກໍາປ້ອງກັນຊາດ, ການຄົ້ນຄວ້າລວມ...

ຕີລາຄາສູງການປະກອບສ່ວນຂອງທ່ານພັນເອກ Jiang Bo ໃນອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ໃນຖານະຕຳແໜ່ງຂອງຕົນ, ສະຫາຍ ໄດ້ສົມທົບຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງສອງກະຊວງປ້ອງກັນປະເທດ ຢ່າງມີປະສິດທິຜົນ, ຕັ້ງໜ້າຊຸກຍູ້ ແລະປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ Jiang Bo. ພາບ: ມາຍຫງວຽນ

ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ທ່ານພັນເອກ Jiang Bo ໃນຖານະຕຳແໜ່ງໃໝ່ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ຫວຽດນາມ-ຈີນ ກວ່າອີກ. ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ຫວັງວ່າ ສະຖານທູດຈີນ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານ He wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ແລະບັນດາຜູ້ແທນ. ພາບ: ມາຍຫງວຽນ

ແບ່ງປັນທັດສະນະກັບທ່ານພົນເອກ ຟານວັນຢາງ, ທ່ານ He wei ຢືນຢັນວ່າ ການເຈລະຈາຍຸດທະສາດ “3+3” ປະສົບຜົນສຳເລັດ ແລະບັນລຸໄດ້ປະສິດທິຜົນທີ່ຕັ້ງໜ້າ. ຜ່ານການເຈລະຈາໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ນຳການພົວພັນຈີນ-ຫວຽດນາມ ຂຶ້ນສູ່ລະດັບສູງ ໃໝ່. ພາຍຫຼັງການເຈລະຈາຍຸດທະສາດ “3+3”, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ໄດ້ຈັດຕັ້ງປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ແລະນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ຕາມທ່ານ He wei ແລ້ວ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ໃນນັ້ນມີການພົບປະແລກປ່ຽນວຽກງານການເມືອງ, ການລາດຕະເວນຮ່ວມລະຫວ່າງທະຫານເຮືອ ແລະຕໍາຫຼວດທະເລ, ການພົບປະແລກປ່ຽນນາຍທະຫານໜຸ່ມສອງປະເທດ...

ໂດຍ: ເຈິ່ນຮວ່ຽນ