leftcenterrightdel
ເຫດການ “AI Day 2026: ຊຸກຍູ້ຄວາມສາມາດປັນຍາປະດິດ (AI) ໃຫ້ຫວຽດນາມ ໃນສັງກາດເສດຖະກິດປັນຍາປະດິດ. ພາບ: ສໍານັຫຂ່າວສານຫວຽດນາມ

AI Day 2026 ແມ່ນ​ເວ​ທີ​ປາ​ໄສ​ເຕົ້າ​ໂຮມຫຼາຍອັດ​ຕະ​ພາບ, ສ້າງ​ບໍ​ລິ​ເວນແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະສະ​ເໜີ​ຂໍ້​ສະ​ເໜີ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ຊາ​ສະ​ເພາະ, ​ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ AI ໃຫ້​ກຳ​ລັງ​ແຮງ​ງານ ແລະປະ​ຊາ​ຄົມຢູ່ຫວຽດ​ນາມ. ເຫດ​ການ​ມຸ່ງ​ໄປ​ເຖິງ​ການ​ເຊື່ອມ​ຕໍ່​ເຄືອ​ຂ່​າຍ​ບັນ​ດາ​ຜູ້​​​ທີ່ມີ​ຄວາມເອົາ​ໃຈ​ໃສ່​ເຖິງ AI, ຊຸກ​ຍູ້​ບັນ​ດາ​ການ​ປຶກ​ສາ​ຫາ​ລືຫຼາຍ​ດ້ານ​ກ່ຽວ​ກັບ​ການ​ກະ​ທົບ ແລະຄວາມ​ສາ​ມາດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີນີ້​ໃນ​ຊີ​ວິດທາງ​ດ້ານ​ເສດ​ຖະ​ກິດ ແລະສັ​ງ​ຄົມ. ວາ​ລະ​​ປະ​ຊຸມ​ຄົບ​ຄະ​ນະ AI Day 2026 ດ້ວຍ 4 ບົດ​ລາຍ​ງານ​ຈຸດ​ສຸມ​ຈາກ​ບັນ​ດາ​ອົງ​ການ​ວາງ​ແຜນ​​ນະ​ໂຍ​ບາຍ,​ ຄຸ້ມ​ຄອງ​ການ​ສຶກ​ສາ, ​ຊີ້​ນຳ​ສື່ມວນ​ຊົນ ແລະບັນ​ດາ​ອົງ​ການ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ.

ແຫຼ່ງຄັດຈາກ: vovworld.vn