ຫວຽດນາມ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໃນວັນທີ 15 ມີນາ 2026.

ເນື່ອງໃນໂອກາດນີ້, ທ່ານນາງ ຄໍາເພົາ ເອີນທະວັນ ໄດ້ຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ກ່ຽວກັບຄວາມໝາຍຂອງເຫດການສຳຄັນຍິ່ງນີ້ຕໍ່ຂະບວນການພັດທະນາຂອງຫວຽດນາມ ກໍ່ຄືການຕັ້ງຄວາມຫວັງຕໍ່ການພົວພັນຮ່ວມມືລັດຖະສະພາລະຫວ່າງສອງປະເທດ.

ນັກຂ່າວ: ຫວຽດນາມ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ຈາກທັດສະນະຂອງທ່ານນາງ ເອກອັກຄະລັດຖະທູດ ແລ້ວ, ການເລືອກຕັ້ງມີຄວາມໝາຍຄືແນວໃດຕໍ່ຂະບວນການພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ?

ທ່ານນາງ ຄໍາເພົາ ເອີນທະວັນ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ດໍາເນີນໃນວັນທີ 15 ມີນາ 2026 ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນທີ່ສຸດ, ເປັນຂີດໝາຍທີ່ມີລັກສະນະບາດລ້ຽວໃນຊີວິດການເມືອງຂອງຫວຽດນາມ.

ການເລືອກຕັ້ງຄັ້ງນີ້ໄດ້ດຳເນີນໄປໃນສະພາບການທີ່ຫວຽດນາມ ກໍາລັງຜັນຂະຫຍາຍເປົ້າໝາຍຍຸດທະສາດທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຢ່າງແຂງແຮງ. ເປົ້າໝາຍຕົ້ນຕໍແມ່ນນໍາຫວຽດນາມ ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງຮອດປີ 2030 ແລະບືນຕົວຂຶ້ນກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045 ເພື່ອສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ.

leftcenterrightdel
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຄຽງຂ້າງນັ້ນ, ການເລືອກຕັ້ງມີຄວາມໝາຍສຳຄັນໃນການປັບປຸງສະຖຽນລະພາບດ້ານການເມືອງ ແລະເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລະບົບການເມືອງ. ໃນສະພາບການໂລກປະຈຸບັນກໍາລັງມີການຜັນແປຢ່າງສັບສົນ, ພິເສດແມ່ນການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ການະທະກັນຢູ່ພາກພື້ນ ແລະສິ່ງທ້າທາຍທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ; ການຮັກສາສະພາບແວດລ້ອມດ້ານການເມືອງທີ່ໝັ້ນຄົງ ແລະລະບົບບໍລິຫານທີ່ມີປະສິດທິຜົນແມ່ນມີຄວາມສຳຄັນເປັນພິເສດ.

ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາສະມາຊິກສະພາແຫ່ງຊາດຊຸດທີ  XVI ແລະສະພາປະຊາຊົນທຸກຂັ້ນໃນອາຍຸການໃໝ່ຂອງຫວຽດນາມ ຈະສືບຕໍ່ສວມບົດບາດສຳຄັນໃນການຕາງໜ້າໃຫ້ປະຊາຊົນ, ຕິດຕາມກວດກາ ແລະຊຸກຍູ້ການປະຕິບັດແຜນການພັດທະນາ ກໍ່ຄືນະໂຍບາຍຂອງລັດຖະບານຢ່າງເໝາະສົມ. ສິ່ງດັ່ງກ່າວຈະຊ່ວຍໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍທີ່ວາງອອກ, ສືບຕໍ່ບືນຕົວຂຶ້ນກາຍເປັນປະເທດທີ່ມີບົດບາດນຳໜ້າໃນການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ, ພິເສດແມ່ນໃນຂອບເຂດປະຊາຄົມອາຊຽນ ແລະສັນຍາການຄ້າເສລີ.

ຂ້າພະເຈົ້າຖືວ່າ, ການເລືອກຕັ້ງໃນວັນທີ 15 ມີນາ 2026 ນີ້ຈະປະສົບຜົນສຳເລັດຢ່າງຈົບງາມ ແລະຈະແມ່ນປັດໄຈສຳຄັນ ເພື່ອໃຫ້ຫວຽດນາມ ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນຢ່າງເລິກເຊິ່ງກວ້າງຂວາງ. ຜ່ານນັ້ນ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.

ນັກຂ່າວ: ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະລາວ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. ທ່ານນາງ ເອກອັກຄະລັດຖະທູດ ຕັ້ງຄວາມຫວັງຄືແນວໃດຕໍ່ບົດບາດຂອງສະພາແຫ່ງຊາດຫວຽດນາມ ຊຸດໃໝ່ ໃນການສືບຕໍ່ຊຸກຍູ້ການຮ່ວມມືລັດຖະສະພາກໍ່ຄືເພີ່ມທະວີການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກວ່າອີກ?

ທ່ານນາງ ຄໍາເພົາ ເອີນທະວັນ: ສາຍພົວພັນສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ ລາວ-ຫວຽດນາມ ໄດ້ຮັບການປັບປຸງ ແລະພັດທະນາໃນທຸກຂົງເຂດໃນໄລຍະຜ່ານມາ, ໃນນັ້ນມີການປະກອບສ່ວນສຳຄັນທີ່ສຸດ ຜ່ານການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະສະພາແຫ່ງຊາດຫວຽດນາມ.

ນອກຈາກນັ້ນ, ສອງຝ່າຍຍັງສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສລັດຖະສະພາພາກພື້ນ ແລະສາກົນ, ຄື: ສະຫະພັນລັດຖະສະພາໂລກ (IPU) ແລະສະພາລັດຖະສະພາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA), ຜ່ານນັ້ນປະກອບສ່ວນຊຸກຍູ້ທັດສະນະລວມຂອງພາກພື້ນ ເພື່ອເປົ້າໝາຍສັນຕິພາບ ແລະການພັດທະນາ.

ຂ້າພະເຈົ້າຫວັງວ່າ, ສະພາແຫ່ງຊາດຊຸດທີ XVI ແລະສະພາປະຊາຊົນທຸກຂັ້ນອາຍຸການໃໝ່ຂອງຫວຽດນາມ ຈະສືບຕໍ່ສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າເກົ່າ. ພ້ອມກັນນັ້ນສອງຝ່າຍຈະເພີ່ມທະວີການຕິດຕາມກວດກາ ແລະສ້າງນະໂຍບາຍແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະການພົບປະແລກປ່ຽນປະຊາຊົນ.

ໂດຍອີງໃສ່ພື້ນຖານຂອງສາຍພົວພັນແບບພິເສດ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະດັບສູງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ຂ້າພະເຈົ້າເຊື່ອໝັ້ນວ່າສະພາແຫ່ງຊາດສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລາວ-ຫວຽດນາມ. ສິ່ງດັ່ງກ່າວໄດ້ປະຕິບັດເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ, ພ້ອມກັນນັ້ນກໍ່ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ການເລືອກຕັ້ງຄັ້ງນີ້ຂອງຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ!

ນັກຂ່າວ: ຂໍຂອບໃຈທ່ານນາງ ເອກອັກຄະລັດຖະທູດ!

ໂດຍ: ເຈິ່ນຮວ່ຽນ