leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມປີຕິຊົມຊື່ນເມື່ອໄດ້ພົບປະກັບທ່ານເລຂາທິການໃຫຍ່ ໂຕເຕິມ ອີກຄັ້ງໜຶ່ງ ແລະຕີລາຄາສູງການຢ້ຽມຢາມທາງລັດຖະກິດ ຢູ່ສປປ ລາວ ຂອງທ່ານເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ; ເນັ້ນໜັກວ່າ ການມີໜ້າຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດຂອງພິທີສະເຫຼີມສະຫຼອງວັນ​ສະຖາປະນາ ສປປ ລາວ ຄົບຮອບ 50 ປີ.

ທ່ານນາຍົກລັດຖະມົນຕີລາວ ໄດ້ຊົມເຊີຍທ່ານເລຂາທິການໃຫຍ່ ທີ່ໄດ້ຮັບຫຼຽນຄຳແຫ່ງຊາດ, ເຊິ່ງເປັນຫຼຽນສູງສຸດຂອງພັກ ແລະລັດລາວ ໂດຍຮັບຮູ້ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໂຕເລິມ ຕໍ່ກັບສາຍພົວພັນລະຫວ່າງສອງພັກ, ສອງປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະກັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີລາວ ໄດ້ຂອບໃຈທ່ານເລຂາທິການໃຫຍ່ ໂຕເລິມ ທີ່ຍາມໃດກໍເອົາໃຈໃສ່, ຊີ້ນຳລັດຖະບານຫວຽດນາມ ຢ່າງໃກ້ຊິດໃນການສົມທົບກັບຝ່າຍລາວ ເພື່ອຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດ; ພ້ອມທັງຢືນຢັນວ່າ ຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະອົງການທີ່ກ່ຽວຂ້ອງແກ້ໄຂຂໍ້ຕິດຂັດຂອງວິສາຫະກິດຫວຽດນາມ ຢ່າງຕັ້ງໜ້າ, ສ້າງເງື່ອນໄຂສະດວກກວ່າ ໃຫ້ແກ່ວິສາຫະກິດທີ່ພວມລົງທຶນຢູ່ລາວ, ພ້ອມທັງເຊື່ອມຕໍ່ ແລະປັບປຸງສະພາບແວດລ້ອມການລົງທຶນຢ່າງແທດຈິງ, ສົ່ງເສີມໃຫ້ກຸ່ມບໍລິສັດຂະໜາດໃຫຍ່ຂອງຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນຢູ່ລາວ.

leftcenterrightdel
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ກ່າວຄຳເຫັນທີ່ການພົບປະກັບທ່ານເລຂາທິການໃຫຍ່ ໂຕເລິມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດຕໍ່ການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ. ເລື່ອງສອງຝ່າຍປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ; ມານະພະຍາຍາມ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາໂຄງການທີ່ຍັງຄ້າງໄວ້, ຊອກຫາທິດທາງໃໝ່ສຳລັບແຕ່ລະຂົງເຂດຮ່ວມມື, ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນເປັນໃຈກາງ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສະຖຽນລະພາບທາງດ້ານການເມືອງ, ສັງຄົມຢູ່ແຕ່ລະປະເທດ ສະແດງໃຫ້ເຫັນເຖິງຄວາມຮັບຮູ້ລວມຢ່າງເລິກເຊິ່ງຈາກການນຳຂັ້ນສູນກາງ ຕະຫຼອດຮອດບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບສາຍພົວພັນທີ່ມີໜຶ່ງບໍ່ມີສອງລະຫວ່າງລາວ ແລະ ຫວຽດນາມ.

ໂດຍ: ຈາງຫງວຽນ