leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດການອົບຮົມຫັດແອບ ປີ 2026. ພາບ: qdnd.vn
leftcenterrightdel
ທ່ານ ເລມິງເງິນ ເລຂາພັກແຂວງລາຍເຈົາ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: qdnd.vn

ທີ່ພິທີ, ທ່ານພັນເອກພິເສດ ດັ້ງວິ້ງຖຸ້ຍ ຫົວໜ້າການທະຫານກອງບັນຊາການທະຫານແຂວງລາຍເຈົາ ເຊື່ອມຊຶມຄໍາສັ່ງອົບຮົມຫັດແອບຂອງຜູ້ບັນຊາການທະຫານເຂດ 2; ເຊື່ອມຊຶມຢ່າງເລິກເຊິ່ງທັດສະນະ, ແນວທາງການທະຫານ, ການປ້ອງກັນຊາດຂອງພັກ ໃນສະພາບການໃໝ່.

leftcenterrightdel
ບັນຍາກາດພິທີເປີດການອົບຮົມຫັດແອບ ປີ 2026. ພາບ: qdnd.vn
leftcenterrightdel
ບັນດາກົມກອງ ກວດແຖວ ທີ່ພິທີເປີດການອົບຮົມຫັດແອບ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີເປີດການອົບຮົມຫັດແອບ, ທ່ານ ເລມິງເງິນ ເລຂາພັກແຂວງລາຍເຈົາ ຢັ້ງຢືນວ່າ ປີ 2026 ດໍາເນີນຫຼາຍເຫດການການເມືອງຂອງປະເທດ ແລະທ້ອງຖິ່ນ, ເປັນປີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກໍາລັງປະກອບອາວຸດທະຫານເຂດ 2 (19-10-1946 / 19-10-2026)... ເພາະສະນັ້ນ, ກໍາລັງປະກອບອາວຸດແຂວງລາຍເຈົາ ຕ້ອງເຊື່ອມຊຶມ ແລະເຮັດດີ ວຽກງານສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ຕ້ອງກໍານົດການອົບຮົມຫັດແອບສູ້ຮົບແມ່ນໜ້າທີ່ການເມືອງໃຈກາງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບຂອງກໍາລັງປະກອບອາວຸດແຂວງ; ສຸມໃສ່ນໍາພາ, ຊີ້ນໍາຜັນຂະຫຍາຍວຽກງານຮັບປະກັນໃຫ້ແກ່ໜ້າທີ່ອົບຮົມຫັດແອບບົນຈິດໃຈເປັນເຈົ້າການ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຢັດ ແລະມີປະສິດທິຜົນ...

leftcenterrightdel
ກອງບັນຊາການທະຫານແຂວງ ແລະກອງບັນຊາການຕໍາຫຼວດແຂວງລາຍເຈົາ ລົງນາມສັນຍາການແຂ່ງຂັນ. ພາບ: qdnd.vn

ທີ່ພິທີ, ກອງບັນຊາການທະຫານແຂວງ ແລະກອງບັນຊາການຕໍາຫຼວດແຂວງລາຍເຈົາ ໄດ້ລົງນາມສັນຍາການແຂ່ງຂັນ; ປຸກລະດົມບັ້ນແຂ່ງຂັນ ດ້ວຍຫົວຂໍ້: “ສາມັກຄີ, ປະຊາທິປະໄຕ, ມີຄວາມຮັບຜິດຊອບ, ປະຕິບັດສໍາເລັດໜ້າທີ່ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026-2031”, ລະນຶກວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 136 ປີ.

ໂດຍ: ໄຊຊະນະ