ຜ່ານການກວດກາ, ທ່ານ ຟ້າມມິງຈີ້ງ ຂອບໃຈ ແລະຕີລາຄາສູງເລື່ອງວິສະວະກອນ, ກໍາມະກອນ ໄດ້ປະວຽກສ່ວນຕົວ, ເຮັດວຽກ 24 ຊົ່ວໂມງ ໃນໂອກາດປີໃໝ່ຢູ່ສະຖານທີ່ກໍ່ສ້າງ ເພື່ອຍູ້ໄວຄວາມຄືບໜ້າການກໍ່ສ້າງ, ພະຍາຍາມກໍ່ສ້າງໃຫ້ສໍາເລັດໂຄງການໂດຍໄວ; ພ້ອມທັງຊີ້ນໍາວ່າພາຍຫຼັງເສັ້ນທາງສາຍນີ້ເຂົ້ານໍາໃຊ້ງານ, ແຂວງກວ໋າງຫງາຍ ແລະແຂວງຢາລາຍ ຕ້ອງວາງແຜນພື້ນທີ່ພັດທະນາໃໝ່ຢູ່ລຽບຕາມເສັ້ນທາງດ່ວນ, ສ້າງໂຄງປະກອບການປູກຕົ້ນໄມ້, ສັດລ້ຽງ, ການຜະລິດ, ດໍາເນີນທຸລະກິດ, ເຂດອຸດສາຫະກໍາ, ເຂດເສດຖະກິດຄືນໃໝ່ ເພື່ອນໍາໃຊ້ຜົນປະໂຫຍດ ສູງສຸດທີ່ໂຄງການນໍາມາໃຫ້.

leftcenterrightdel
 
leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກວດກາໂຄງການເສັ້ນທາງດ່ວນ ຕອນ ກວ໋າງຫງາຍ-ຮວ່າຍເຍິນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີການນໍາບັນດາແຂວງ ເອົາໃຈໃສ່, ລະດົມກໍາລັງໃຈປະຊາຊົນຢູ່ເຂດຕັ້ງຖິ່ນຖານໃໝ່, ມານະພະຍາຍາມຮັບປະກັນໃຫ້ປະຊາຊົນໃນເຂດໂຄງການ ຍົກຍ້າຍໄປຢູ່ບ່ອນໃໝ່ທີ່ມີການດໍາລົງຊີວິດທີ່ດີກວ່າບ່ອນເກົ່າ; ຖອດຖອນບົດຮຽນໃຫ້ແກ່ການຍູ້ແຮງການຜັນຂະຫຍາຍ ປະຕິບັດໂຄງການທາງລົດໄຟຄວາມໄວສູງພາກເໜືອ-ໃຕ້, ກ່ອນອື່ນໝົດແມ່ນຕ້ອງຜັນຂະຫຍາຍວຽກງານບຸກເບີກໜ້າພຽງທີ່ໂຄງການໄປຜ່ານສອງແຂວງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງສົມທົບຢ່າງແໜ້ນແຟ້ນກັບເຈົ້າຂອງໂຄງການ, ຜູ້ຮັບເໝົາ ເພື່ອກວດກາ ແລະປະເມີນບັນດາກິດຈະກໍາຍ່ອຍໂດຍໄວ, ນໍາໂຄງການເຂົ້າໃຊ້ງານໂດຍໄວ, ນໍາເອົາຜົນປະໂຫຍດມາໃຫ້ທ້ອງຖິ່ນ ແລະປະຊາຊົນ.

ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງກວດກາ, ໃຫ້ກໍາລັງໃຈກໍາລັງປະຕິບັດໂຄງການທາງແລ່ນເລກ 2 ແລະກິດຈະກໍາຄົບຊຸດຂຶ້ນກັບສະໜາມບິນ ຝູ່ກາດ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ມອບຂອງຂວັນໃຫ້ຫົວໜ່ວຍກໍ່ສ້າງໂຄງການກໍ່ສ້າງທາງແລ່ນ ເລກ 2 ສະໜາມບິນຝູ່ກາດ (ແຂວງຢາລາຍ). ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ສະຖານທີ່ກໍ່ສ້າງໂຄງການທາງແລ່ນເລກ 2 ແລະກິດຈະກໍາຄົບຊຸດ ຂຶ້ນກັບສະໜາມບິນ ຝູ່ກາດ, ທ່ານນາຍົກລັດຖະມົນຕີ ຍ້ອງຍໍຊົມເຊີຍຈິດໃຈອອກແຮງງານຢ່າງຫ້າວຫັນຂອງຖັນແຖວວິສະວະກອນ, ກໍາມະກອນ ທີ່ເຮັດວຽກ 24 ຊົ່ວໂມງ, ໃສ່ໃຈວ່າຄຽງຂ້າງການຍູ້ໄວຄວາມຄືບໜ້າ ກໍຕ້ອງເອົາໃຈໃສ່ເຖິງການຮັບປະກັນຄຸນນະພາບໂຄງການ; ບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ເພີ່ມທະວີການກວດກາ, ຕິດຕາມການກໍ່ສ້າງ, ບໍ່ໃຫ້ເກີດການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ຟຸມເຟືອຍ.

ຜ່ານການກວດກາຕົວຈິງ ແລະຮັບຟັງການລາຍງານທີ່ສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງມານະພະຍາຍາມຫຼຸດໄລຍະເວລາກໍ່ສ້າງລົງ 3 ເດືອນ, ຮັບປະກັນເດືອນມິຖຸນາ ແມ່ນໃຫ້ສໍາເລັດ ແລະຕົ້ນໄຕມາດ III-2026 ນໍາໂຄງການເຂົ້າໃຊ້ງານ, ແທນທີ່ເດືອນກັນຍາ ປີ 2026 ຄືແຜນການກ່ອນໜ້ານີ້. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເພີ່ມປະສິດທິພາບ ເມື່ອໂຄງການນໍາເຂົ້າໃຊ້ງານ; ມອບໃຫ້ແຂວງຢາລາຍ ຄຸ້ມຄອງ, ຂຸດຄົ້ນ ແລະນໍາເຂົ້າໃຊ້ງານສະໜາມບິນ ຝູ່ກາດ ໂດຍກົງບົນຫຼັກການ “ໃຜເຮັດດີທີ່ສຸດ ແມ່ນມອບໃຫ້ຜູ້ນັ້ນ”.

ໂດຍ: ໄຊຊະນະ