ນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບລັດຖະມົນຕີລັດຖະກິດ, ລັດຖະມົນຕີການຕ່າງປະເທດ ປອັກຕູຍການ
ກປ.ອອນໄລ - ວັນທີ 27 ກຸມພາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Paulo Rangel ລັດຖະມົນຕີລັດຖະກິດ, ລັດຖະມົນຕີການຕ່າງປະເທດ ປອັກຕູຍການ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເນັ້ນໜັກວ່າ ເລື່ອງ ປອັກຕູຍການ ຕົກລົງເປີດສະຖານທູດ ປະຈຳ ຫວຽດນາມ ເປັນຂີດໝາຍປະຫວັດສາດ, ຢືນຢັນຄວາມຕັດສິນໃຈເພີ່ມທະວີການພົວພັນສອງຝ່າຍ, ສ້າງພື້ນຖານສະດວກເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ໝູນໃຊ້ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອີຢູ ຢ່າງມີປະສິດທິຜົນ; ສະໜັບສະໜູນຊຸກຍູ້ບັນດາປະເທດສະມາຊິກອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ; ເພີ່ມທະວີການແລກປ່ຽນ, ແບ່ງປັນປະສົບການໃນການຫັນເປັນດີຈີຕອນ, ນະວັດຕະກໍາ, ສາທາລະນະສຸກ, ກິລາ, ການສຶກສາ-ກໍ່ສ້າງ, ພິເສດແມ່ນການສອນພາສາປອັກຕູຍການ. ບົນພື້ນຖານຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ທ່ານນາຍົກລັດຖະມົນຕີ ສະເໜີສ້າງເງື່ອນໄຂສະດວກໃຫ້ການໄປມາລະຫວ່າງສອງຝ່າຍຜ່ານການຍົກເວັ້ນວີຊາໃຫ້ພົນລະເມືອງສອງປະເທດ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Paulo Rangel ລັດຖະມົນຕີລັດຖະກິດ, ລັດຖະມົນຕີການຕ່າງປະເທດ ປອັກຕູຍການ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານລັດຖະມົນຕີ Paulo Rangel ຢືນຢັນວ່າ ປອັກຕູຍການ ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ ເລິກເຊິ່ງກວ່າ. ພ້ອມທັງເຫັນດີເປັນເອກະພາບສູງຕໍ່ກໍານົດທິດໃຫຍ່ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໃຫ້ຮູ້ວ່າ ປອັກຕູຍການ ພ້ອມແລ້ວທີ່ຈະສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດແນໃສ່ບັນລຸເປົ້າໝາຍການແລກປ່ຽນການຄ້າ 1 ຕື້ໂດລາສະຫະລັດ ຄືການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ, ຜັນຂະຫຍາຍກົນໄກຮ່ວມມືລະຫວ່າງສອງປະເທດໂດຍໄວ.
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ສະໜັບສະໜູນລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢືນຢັນວ່າ. ບັນດາຝ່າຍຄວນປະຕິບັດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຮັກສາສັນຕິພາບ, ສະຖຽນລະພາບ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ.
ໂດຍ: ເຈິ່ນຮວ່ຽນ