ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS
ກປ.ອອນໄລ - ຕອນບ່າຍວັນທີ 25 ກຸມພາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ໃຫ້ການຕ້ອນຮັບທ່ານ Andrey Kondrashov, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS ຂອງສະຫະພັນລັດເຊຍ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ຕ້ອນຮັບທ່ານ Andrey Kondrashov ແລະຄະນະຜູ້ແທນສຳນັກຂ່າວສານ TASS ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຕາມຄຳເຊີນຂອງສຳນັກຂ່າວສານຫວຽດນາມ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ໃນທຸກຂົງເຂດ ເພື່ອຜົນປະໂຫຍດລວມຂອງສອງຊາດ, ເພື່ອສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ ແລະໃນໂລກ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານ Andrey Kondrashov ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS (ສະຫະພັນລັດເຊຍ). ພາບ: ສໍານັກຂ່າວສານຫວຽດນາມ |
ວິໄຈສະພາບການໂລກ ແລະຂໍ້ມູນຂ່າວສານກ່ຽວກັບສະພາບການ, ແນວທາງພັດທະນາປະເທດ, ແນວທາງການພົວພັນຕ່າງປະເທດຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປະຈຸບັນສອງປະເທດພວມໃນສັງກາດພັດທະນາໃໝ່; ການນຳ ແລະປະຊາຊົນສອງປະເທດໄດ້ເລືອກເຟັ້ນສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງການຮ່ວມມືແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ສູ້ຊົນຍົກລະດັບການຮ່ວມມືດ້ານເສດຖະກິດ-ການຄ້າໃຫ້ສົມກັບການພົວພັນດ້ານການເມືອງ, ເປັນຕົ້ນແມ່ນໃນຂົງເຂດພະລັງງານ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບຳລຸງສ້າງ, ການທ່ອງທ່ຽວ... ພ້ອມທັງສະເໜີສຳນັກຂ່າວສານຫວຽດນາມ ແລະ TASS ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ, ພິເສດແມ່ນໃນການຫັນເປັນດີຈີຕອນ, ບຳລຸງສ້າງຊັບພະຍາກອນນຳໃຊ້ພາສາລັດເຊຍ ແລະພາສາຫວຽດ, ຮັກສາການຮ່ວມມືໃນທຸກຊ່ອງທາງໃຫ້ມີປະສິດທິຜົນ.
ສ່ວນທ່ານ Andrey Kondrashov ໃຫ້ຮູ້ວ່າ ສຳນັກຂ່າວສານຫວຽດນາມ ແລະ TASS ຈະສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາເນື້ອໃນຕາມຄວາມເຫັນຂອງທ່ານນາຍົກລັດຖະມົນຕີ, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງ ແລະເຮັດໃຫ້ການພົວພັນທີ່ເປັນມູນເຊື້ອອັນດີງາມ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ໃນສະພາບການໃໝ່ເລິກເຊິ່ງກວ່າ.
ໂດຍ: ເຈິ່ນຮວ່ຽນ