ກອງປະຊຸມພົບປະຄັ້ງທີສອງລະຫວ່າງກອງພົນທີ 5 (ກອງທັບປະຊາຊົນລາວ) ແລະກອງບັນຊາການທະຫານແຂວງແຄ໋ງຮວ່າ
ກປ.ອອນໄລ - ວັນທີ 26 ກຸມພາ, ໄດ້ດໍາເນີນກອງປະຊຸມພົບປະຄັ້ງທີສອງປີ 2026 ລະຫວ່າງກອງພົນທີ 5 (ກອງທັບປະຊາຊົນລາວ) ແລະກອງບັນຊາການທະຫານແຂວງແຄ໋ງຮວ່າ, ຕາມແຜນການຂອງກະຊວງປ້ອງກັນປະເທດ ສອງປະເທດ.
ຄະນະຝ່າຍລາວ ນຳໂດຍສະຫາຍພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5 ພ້ອມດ້ວຍຄະນະ. ຄະນະຝ່າຍຫວຽດນາມ ນໍາໂດຍສະຫາຍພົນຈັດຕະວາ ຫງວຽນຕຸ໋ຍ ຫົວໜ້າການທະຫານກອງບັນຊາການທະຫານແຂວງແຄ໋ງຮວ່າ ພ້ອມດ້ວຍຄະນະ.
    |
 |
|
ສອງຝ່າຍ ລົງນາມການຮ່ວມມື, ແລກປ່ຽນ. ພາບ: qdnd.vn |
ກອງປະຊຸມ ໄດ້ສຸມໃສ່ຕີລາຄາຜົນການຜັນຂະຫຍາຍກອງປະຊຸມພົບປະຄັ້ງທີໜຶ່ງລະຫວ່າງສອງກົມກອງ. ຜ່ານນັ້ນຢັ້ງຢືນວ່າ ບັນດາເນື້ອໃນການຮ່ວມມືໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ; ໂດຍສະເພາະແມ່ນວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມ, ບໍາລຸງສ້າງຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບ, ປະຊາຊົນ ແລະຄົນຮຸ່ນໜຸ່ມສອງປະເທດ ກ່ຽວກັບຄວາມຮັບຜິດຊອບຮັກສາ, ເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະເຂົ້າສູ່ລວງເລິກ.
ໃນປີຜ່ານມາ, ກອງພົນທີ 5 ໄດ້ສົ່ງໂທລະເລກອວຍພອນເນື່ອງໃນໂອກາດວັນບຸນ, ເຫດການສໍາຄັນຕ່າງໆ; ພ້ອມທັງຈັດຕັ້ງຄະນະ ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ປີ 2026. ສ່ວນຝ່າຍກອງບັນຊາການທະຫານແຂວງແຄ໋ງຮວ່າ, ໄດ້ສົ່ງຄະນະໄປຢ້ຽມຢາມ, ສົມທົບກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ພະນັກງານ, ນັກຮົບ ແລະປະຊາຊົນໃນບໍລິເວນກົມກອງ ຕັ້ງທັບ, ດ້ວຍ 400 ກວ່າເທື່ອຄົນ ໄດ້ຮັບການກວດພະຍາດ, ແຈກຢາຍຢາ; ມອບຂອງຂວັນ 50 ພູດ ແລະຢາບໍາລຸງໃຫ້ພະນັກງານບັນຊາກອງພົນທີ 5.
ກອງປະຊຸມໄດ້ເຫັນດີເປັນເອກະພາບສູງຕໍ່ທິດທາງຮ່ວມມືໃນປີ 2026, ສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດ; ຮັກສາການແລກປ່ຽນຂໍ້ມູນເປັນປະຈໍາ, ສົມທົບກັນຮັກສາສະຖຽນລະພາບທາງດ້ານການເມືອງ-ສັງຄົມ; ເພີ່ມທະວີການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເມື່ອເກີດໄພທໍາມະຊາດ; ເປັນເຈົ້າການໃນການແລກປ່ຽນ, ສະເໜີມາດຕະການປະຕິບັດຕາມການຊີ້ນໍາຂອງກະຊວງປ້ອງກັນປະເທດສອງປະເທດ.
ໂດຍ: ກວຽດເຕິມ