ໃນການກວດກາຢູ່ສະຖານທີ່ປ່ອນບັດຢູ່ຄຸ້ມ ຝູກລອງ, ຫົວໜ່ວຍເລືອກຕັ້ງ ເລກທີ 7, ຕາແສງ ຮືງງວຽນ, ແຂວງ ເງະອານ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະຕີລາຄາສູງວຽກງານກະກຽມຂອງແຂວງ ເງະອານ ທີ່ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ເຂັ້ມງວດ, ຄົບຖ້ວນ, ທັນການ, ຖືກຕາມກົດໝາຍ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: “ໃຫ້ເອົາໃຈໃສ່ທີ່ສຸດເຖິງສະພາບຄວາມເປັນລະບຽບຮຽບຮ້ອຍທາງດ້ານຄົມມະນາຄົມ, ສັບຊ້ອນ ເພື່ອເຮັດແນວໃດໃຫ້ປະຊາຊົນໄປປ່ອນບັດຕ້ອງຮັບປະກັນຄວາມປອດໄພ. ທີສອງ, ຢູ່ທີ່ນີ້ແມ່ນມີພໍ່ແມ່ປະຊາຊົນຊາວຄຼິດ ເປັນຈຳນວນຫຼາຍ, ສະນັ້ນຕ້ອງສັບຊ້ອນເຮັດແນວໃດເພື່ອໃຫ້ພໍ່ແມ່ປະຊາຊົນຊາວຄຼິດ ມີເງື່ອນໄຂໄປປ່ອນບັດໃຫ້ເໝາະສົມກັບສະພາບການຕົວຈິງ. ຕ້ອງຍູ້ແຮງການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນໃນທົ່ວປວງຊົນກ່ອນ, ໃນ ແລະຫຼັງການເລືອກຕັ້ງ”.

ຕໍ່ໄປ, ເຮັດວຽກກັບກໍາມາທິການການເລືອກຕັ້ງແຂວງ ເງະອານ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ແຂວງຕ້ອງສຸມໃສ່ປະຕິບັດມະຕິຂອງພັກ, ຂອງແຂວງ; ສູ້ຊົນເພື່ອໃຫ້ແຂວງ ເງະອານ ມີລະດັບເຕີບໂຕສອງຕົວເລກໃນປີນີ້.

ກ່ຽວກັບວຽກງານເລືອກຕັ້ງ, ທ່ານປະທາສະພາແຫ່ງຊາດ ສະເໜີໃຫ້ແຂວງຕ້ອງສຸມໃສ່ກະກຽມ, ຈັດຕັ້ງຢ່າງເຂັ້ມງວດ, ຮັບປະກັນຂໍ້ມູນໄດ້ແຈ້ງເຖິງຜູ້ມີສິດເລືອກຕັ້ງຢ່າງຄົບຖ້ວນ, ຈະແຈ້ງ, ເພື່ອໃຫ້ແຂວງ ເງະອານ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີກ່ຽວກັບວຽກງານເລືອກຕັ້ງ.

ໂດຍ: ຈາງຫງວຽນ