ທ່ານພົນໂທ ເລດຶກທ໊າຍ ຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານຊາຍແດນແຂວງດ້ຽນບຽນ
ກປ.ອອນໄລ - ຕອນບ່າຍວັນທີ 1 ມີນາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນໂທ ເລດຶກທ໊າຍ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ.
ກ່າວຄໍາເຫັນທີ່ການຢ້ຽມຢາມ, ທ່ານພົນໂທ ເລດຶກທ໊າຍ ຮັບຮູ້, ຕີລາຄາສູງຈິດໃຈຮັບຜິດຊອບ, ໝາກຜົນທີ່ບັນລຸໄດ້ຂອງກົມກອງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ປ້ອງກັນຊາຍແດນປີ 2025 ແລະ 2 ເດືອນຕົ້ນປີ 2026. ພົ້ນເດັ່ນແມ່ນ: ຄະນະພັກ, ຄະນະບັນຊາທະຫານຊາຍແດນແຂວງດ້ຽນບຽນ ໄດ້ຊາບຊຶມ, ຜັນຂະຫຍາຍປະຕິບັດມະຕິສະບັບຕ່າງໆ, ຂໍ້ສະຫຼຸບຂອງຂັ້ນເທິງ ກ່ຽວກັບແຜນຮ່າງສັບຊ້ອນອົງການທະຫານທ້ອງຖິ່ນໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງຢ່າງເຂັ້ມງວດ ແລະເປັນປະຈໍາ; ທາງກົມກອງໄດ້ຮັກສາ, ປະຕິບັດລະບອບປະຈໍາການກຽມພ້ອມສູ້ຮົບ, ກໍາແໜ້ນສະພາບການຢູ່ໃນ ແລະນອກຊາຍແດນ; ເປັນເຈົ້າການສົມທົບກັບກໍາລັງທີ່ກ່ຽວຂ້ອງຂອງທ້ອງຖິ່ນ ເພື່ອປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ປ້ອງກັນຊາຍແດນ ເປັນຢ່າງດີ; ແກ້ໄຂບັນດາກໍລະນີຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ. ປີ 2025, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ໄດ້ລະດົມພະນັກງານ, ນັກຮົບຫຼາຍຮ້ອຍເທື່ອຄົນ ແລະພາຫະນະຕ່າງໆເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ໜູນຊ່ວຍກໍ່ສ້າງ, ສ້ອມແປງເຮືອນຊານໃຫ້ແກ່ຄອບຄົວຖືກຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ, ດິນເຊາະເຈື່ອນກໍ່ຂຶ້ນ, ໄດ້ຮັບການຕີລາຄາສູງຈາກການນໍາກະຊວງປ້ອງກັນປະເທດ.
    |
 |
|
ທ່ານພົນໂທ ເລດຶກທ໊າຍ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ. ພາບ: ແອງຢູງ |
ທ່ານພົນໂທ ເລດຶກທ໊າຍ ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ສືບຕໍ່ຊາບຊຶມ, ປະຕິບັດຕາມຄໍາສັ່ງ, ມະຕິຂອງຂັ້ນເທິງຢ່າງເຂັ້ມງວດ, ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແລະກໍາລັງທີ່ກ່ຽວຂ້ອງປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ. ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ກຽມພ້ອມເຂົ້າຮ່ວມແກ້ໄຂອຸບັດຕິເຫດ, ໄພທໍາມະຊາດ, ກູ້ຊີບ, ກູ້ໄພຢ່າງມີປະສິດທິຜົນ. ສຸມໃສ່ເຮັດວຽກງານຂົນຂວາຍມະຫາຊົນ, ໂຄສະນາ, ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ເປັນຢ່າງດີ. ສົມທົບກັນຈັດຕັ້ງພິທີເປີດການອົບຮົມ-ຫັດແອບ ປະຈໍາປີ 2026, ຮັບປະກັນຄວາມປອດໄພພິທີມອບ-ຮັບທະຫານທຸກດ້ານຢ່າງເດັດຂາດ.
ໂດຍ: ໄຊນີດາ