ບັນດາໝາກຜົນທີ່ດີ
ເຂົ້າຮ່ວມການເປີດຕົວ WebApp ATM Academy - ເຊິ່ງແມ່ນແອັບພຼີເຄຊັນທີ່ບໍາລຸງສ້າງອາຊີບການທ່ອງທ່ຽວໂດຍນໍາໃຊ້ປັນຍາປະດິດ (AI) - ໂດຍບໍລິສັດພັດທະນາເຕັກໂນໂລຢີ ATM Technology ຈໍາກັດ ຈັດຕັ້ງ, ພວກຂ້າພະເຈົ້າປະທັບໃຈຕໍ່ກັບຮູບແບບບໍາລຸງສ້າງທີ່ຕິດພັນກັບພຶດຕິກຳຕົວຈິງ ແລະການຫັນເປັນດີຈີຕອນ.
ທ່ານ ເຈິ່ນຊວນເໝີຍ, ຜູ້ກໍ່ຕັ້ງ ແລະບໍລິຫານຂອງ WebApp ATM Academy, ແບ່ງປັນວ່າ: “ATM Academy ໄດ້ສ້າງຂຶ້ນຕາມທິດບໍາລຸງສ້າງອາຊີບທ່ອງທ່ຽວຕາມຄວາມຕ້ອງການຕົວຈິງຂອງວິສາຫະກິດ, ສົມທົບກັບເຕັກໂນໂລຢີ ແລະມາດຕະຖານຂອງວິຊາຊີບ, ດ້ວຍບັນດາເສົາຄ້ຳຫຼັກ ຄື: ສົມທົບມາດຕະຖານທັກສະອາຊີບທ່ອງທ່ຽວຫວຽດນາມ (VTOS) ກັບການຝຶກຫັດຕົວຈິງຢູ່ວິສາຫະກິດ, ໝູນໃຊ້ AI ເພື່ອໜູນຊ່ວຍການຮ່ຳຮຽນໃຫ້ແກ່ບຸກຄົນ; ອຳນວຍຄວາມສະດວກໃຫ້ນັກຮຽນສາມາດຮຽນໄດ້ຢູ່ທຸກທີ່, ທຸກເວລາ, ຜັນຂະຫຍາຍຮູບແບບ Blended Training ສົມທົບການບໍາລຸງສ້າງທາງອອນລາຍ ກັບການຝຶກຫັດຕົວຈິງຢູ່ໂຮງແຮມ, ຣີສອດ ແລະວິສາຫະກິດທ່ອງທ່ຽວ.
ມາຮອດປະຈຸບັນ, ແອັບພຼີເຄຊັນດັ່ງກ່າວ ໄດ້ຮັບການລົງນາມຜັນຂະຫຍາຍ ໂດຍບັນດາກຸ່ມບໍລິສັດໂຮງແຮມ, ຣີສອດ, ວິສາຫະກິດທ່ອງທ່ຽວ ແລະ ຮາກຖານບໍາລຸງສ້າງ, ດ້ວຍນັກສໍາມະນາກອນກວ່າ 1,000 ຄົນ ທີ່ພວມຮໍ່າຮຽນ ແລະ ຝຶກຫັດໃນລະບົບ, ເຊິ່ງລວມມີກຸ່ມອາຊີບຫຼັກຂອງຂະແໜງທ່ອງທ່ຽວ-ການບໍລິການ ຄື: ຕ້ອນຮັບ, ຫ້ອງພັກ, ຮ້ານອາຫານ ແລະ ການຮັກສາຄວາມສະຫງົບໃນໂຮງແຮມ.
    |
 |
|
ບັນດາຜູ້ແທນຢ້ຽມຊົມຜະລິດຕະພັນ, ຮູບແບບ, ເຕັກໂນໂລຢີເລີ່ມທຸລະກິດ ທີ່ “ວັນບຸນເລີ່ມທຸລະກິດນະວັດຕະກຳ ນະຄອນດ່ານັ້ງ - SURF 2025”. ພາບ: ຮວ່າງນາມ |
ຕາມທ່ານນາງ ເລທິທຸກ, ຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຢີນະຄອນດ່ານັ້ງ ໃຫ້ຮູ້ວ່າ: “ການເປີດຕົວ WebApp ATM Academy ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່ປະດິດສ້າງໃນສະພາບການນະຄອນດ່ານັ້ງ ຍູ້ແຮງການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ດ້ວຍບັນດາໂຄງການທີ່ກ່ຽວຂ້ອງ ທີ່ຄະນະກຳມະການປະຊາຊົນນະຄອນ ໄດ້ປະກາດໃຊ້. ປະຈຸບັນ, AI ພວມໄດ້ຮັບການນຳໃຊ້ຢ່າງກວ້າງຂວາງໃນທຸກຂົງເຂດຂອງຊີວິດສັງຄົມ, ຂະແໜງທ່ອງທ່ຽວກໍ່ລວມຢູ່ໃນທ່າອ່ຽງດັ່ງກ່າວນັ້ນ. ການສ້າງແອັບພຼີເຄຊັນ ບໍາລຸງສ້າງອາຊີບທ່ອງທ່ຽວທີ່ໝູນໃຊ້ AI ຂອງບໍລິສັດພັດທະນາເຕັກໂນໂລຢີ ATM Technology ຈໍາກັດ ໄດ້ປະກອບສ່ວນເຂົ້າໃນການບໍາລຸງສ້າງແຮງງານແກ່ຂະແໜງທ່ອງທ່ຽວໃຫ້ດີຂຶ້ນ, ຍົກສູງປະສົບການໃນການຮຽນທາງອອນລາຍ, ພັດທະນາທັກສະດ້ານວິຊາຊີບ, ແລະເຮັດໃຫ້ການຮຽນສອດຄ່ອງກັບບຸກຄົນໂດຍມີການໜູນຊ່ວຍຂອງ AI”.
ຕາມຄະນະກຳມະການປະຊາຊົນນະຄອນດ່ານັ້ງ ແລ້ວ, ໂດຍປະຕິບັດຕາມແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ໃນໄລຍະຜ່ານມາ ນະຄອນດ່ານັ້ງ ໄດ້ເປັນເຈົ້າການຜັນຂະຫຍາຍຫຼາຍກົນໄກ, ນະໂຍບາຍ, ມາດຕະການແກ້ໄຂຢ່າງມີປະສິດທິຜົນເພື່ອກໍ່ສ້າງ ແລະ ພັດທະນາລະບົບນິເວດເລີ່ມທຸລະກິດນະວັດຕະກໍາ. ການສ້າງລະບົບນິເວດເລີ່ມທຸລະກິດນະວັດຕະກໍາຂອງນະຄອນ ແມ່ນປະກອບດ້ວຍປັດໄຈຄົບຖ້ວນໂດຍພື້ນຖານ ດ້ວຍເສົາຄໍ້າຕົ້ນຕໍຄື: ອົງການລັດ; ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ; ອົງການຈັດຕັ້ງທີ່ໜູນຊ່ວຍ; ປະຊາຄົມວິສາຫະກິດ ແລະ ບັນດາເຈົ້າກໍາທີ່ກ່ຽວຂ້ອງພ້ອມກັນຕັ້ງໜ້າເຂົ້າຮ່ວມລະບົບນິເວດ, ມີການເຊື່ອມຕໍ່ຢ່າງແຂງແຮງກັບລະບົບນິເວດຂອງຊາດ ແລະ ສາກົນ.
ຜັນຂະຫຍາຍມາດຕະການແກ້ໄຂ ຢ່າງຄົບຊຸດ
ໃນມະຕິເລກທີ 3345/QD-UBND ລົງວັນທີ 31 ທັນວາ 2025 ວ່າດ້ວຍການອະນຸມັດຜ່ານແຜນຮ່າງ “ດ່ານັ້ງ - ນະຄອນແຫ່ງນະວັດຕະກຳ”, ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ກຳນົດເປົ້າໝາຍສັງລວມ: ກໍ່ສ້າງນະຄອນດ່ານັ້ງໃຫ້ກາຍເປັນນະຄອນແຫ່ງນະວັດຕະກຳ, ເປັນຕົວເມືອງໃຫຍ່, ນິເວດ, ອັດສະລິຍາ, ມີສີສັນສະເພາະ, ຍືນຍົງ, ທຽບເທົ່າກັບສາກົນ, ຮັກສາບົດບາດເປັນສູນເຊື່ອມຕໍ່ ແລະພັດທະນາ ກັບເຄືອຂ່າຍຕົວເມືອງໃນພາກພື້ນ ແລະສາກົນ. ພ້ອມທັງ ເປັນສູນກາງແຫ່ງການທ່ອງທ່ຽວສາກົນ ຕິດພັນກັບສູນກາງແຫ່ງການຈັດເຫດການສາກົນ; ສູນກາງແຫ່ງອຸດສາຫະກຳເຕັກໂນໂລຍີສູງ, ເຕັກໂນໂລຊີຂໍ້ມູນຂ່າວສານ; ສູນກາງແຫ່ງການເລີ່ມທຸລະກິດ, ນະວັດຕະກໍາ; ສູນການເງິນສາກົນລະດັບພາກພື້ນ; ແລະເປັນນະຄອນທະເລ ທີ່ເປັນໜ້າດໍາລົງຊີວິດ ບັນລຸມາດຕະຖານພາກພື້ນອາຊີ.
ນະຄອນດ່ານັ້ງ ໄດ້ວາງເປົ້າໝາຍລະອຽດຮອດປີ 2030 ເຊັ່ນ: ຍົກລະດັບລະບົບນິເວດນະວັດຕະກຳຂອງນະຄອນຂຶ້ນສູ່ລະດັບສາກົນ, ທຽບເທົ່າກັບບາງລະບົບນິເວດນະວັດຕະກຳໃຫຍ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້; ສູ້ຊົນໃຫ້ໄດ້ເຂົ້າກຸ່ມ 300 ລະບົບນິເວດເລີ່ມທຸລະກິດນະວັດຕະກໍາທ່ົວໂລກ; ໜູນຊ່ວຍການສ້າງຕັ້ງວິສາຫະກິດເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງ ໃຫ້ໄດ້ປະມານ 500 ແຫ່ງ; ດຶງດູດແຫຼ່ງເງິນລົງທຶນທັງຢູ່ພາຍໃນ ແລະຕ່າງປະເທດໃຫ້ມາສ້າງຕັ້ງຫ້ອງການຕາງໜ້າ ຢູ່ນະຄອນ; ເຊື່ອມຕໍ່ກັບກອງທຶນຕ່າງໆທັງຢູ່ພາຍໃນ ແລະຕ່າງປະເທດໃຫ້ໄດ້ຢ່າງໜ້ອຍສຸດ 100 ແຫ່ງ...
ບັນດາຂົງເຂດທີ່ນະຄອນດ່ານັ້ງ ໃຫ້ບຸລິມະສິດສົ່ງເສີມ, ຊຸກຍູ້ດ້ານນະວັດຕະກຳ ລວມມີ: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ; ອຸດສາຫະກໍາເຕັກໂນໂລຢີສູງ, ເຕັກໂນໂລຢີສີຂຽວ; ເຕັກໂນໂລຊີຊີວະວິທະຍາ ແລະສາທາລະນະສຸກ; ເສດຖະກິດໝູນວຽນ, ເສດຖະກິດທາງທະເລ ແລະ ໂລຈິດສະຕິກ; ຕົວເມືອງອັດສະລິຍະ, ການທ່ອງທ່ຽວອັດສະລິຍະ, ເຕັກໂນໂລຊີການເງິນ (fintech); ວິທະຍາສາດຖານຂໍ້ມູນ, Big Data ແລະ AI.
ເພື່ອຫັນແຜນຮ່າງ “ດ່ານັ້ງ - ນະຄອນແຫ່ງນະວັດຕະກຳ” ໃຫ້ປະກົດຜົນເປັນຈິງ, ສະຫາຍ ໂຮ່ກວາງບືວ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໃຫ້ຮູ້ວ່າ, ທາງນະຄອນ ພວມສຸມໃສ່ຜັນຂະຫຍາຍບັນດາກຸ່ມມາດຕະການ ແກ້ໄຂທີ່ຄົບຊຸດກ່ຽວກັບການປັບປຸງກົນໄກ, ນະໂຍບາຍສະເພາະ; ພື້ນຖານໂຄງລ່າງ, ລະບົບນະວັດຕະກໍາ; ດຶງດູດ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ລະດົມແຫຼ່ງກຳລັງ; ພັດທະນານະວັດຕະກຳ ໃນວິສາກະກິດ; ພັດທະນາຂະແໜງການ, ຂົງເຂດຫຼັກແຫຼ່ງຕ່າງໆ....
ສະຫາຍ ຫງວຽນແທັງຮົ່ງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນດ່ານັ້ງ ຖືວ່າ ຄວນສ້າງຕັ້ງສູນໜູນຊ່ວຍການເລີ່ມທຸລະກິດນະວັດຕະກໍາແຫ່ງຊາດ ຢູ່ນະຄອນດ່ານັ້ງ ໂດຍໄວ; ສ້າງລະບົບນິເວດນະວັດຕະກໍາທີ່ຮອບດ້ານ; ຊຸກຍູ້ການຮ່ວມສໍາພັນ “ສີ່ຝ່າຍ” ທີ່ມີລັກສະນະສາກົນ, ເປີດກວ້າງການຮ່ວມສໍາພັນຢ່າງແໜ້ນແຟ້ນລະຫວ່າງລັດ, ໂຮງຮຽນ, ນັກວິທະຍາສາດ ແລະວິສາຫະກິດພາຍໃນປະເທດ, ບັນດາຄູ່ຮ່ວມມື, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຖວໜ້າໃນໂລກ.
ໂດຍ: ທູຈາງ