ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຮັດວຽກກັບຄະນະປະຈຳພັກນະຄອນ ດ່ານັ້ງ
ກປ.ອອນໄລ - ໃນລາຍການປະຕິບັດງານຢູ່ພາກກາງ, ຕອນບ່າຍວັນທີ 28 ກຸມພາ, ຢູ່ນະຄອນ ດ່ານັ້ງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະປະຈໍາພັກນະຄອນ ດ່ານັ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ.
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ນະຄອນຊາບຊຶມ, ຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ບັນດາມະຕິ, ຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການພັດທະນາເຂດ, ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ດ່ານັ້ງ ອາຍຸການ 2026 - 2031 ເປັນລະອຽດ; ສຸມໃສ່ຜັນຂະຫຍາຍການວາງແຜນນະຄອນ ໄລຍະ 2021 - 2030, ວິໄສທັດຮອດປີ 2050 ໃຫ້ມີປະສິດທິຜົນ; ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ, ຄົບຊຸດເພື່ອໃຫ້ການເຕີບໂຕເສດຖະກິດບັນລຸແຕ່ 11% ຂື້ນໄປໃນປີນີ້.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຮັດວຽກກັບຄະນະປະຈໍາພັກນະຄອນ ດ່ານັ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ນະຄອນສຸມໃສ່ປະຕິບັດກ່ຽວກັບການສ້າງເຂດການຄ້າເສລີ ດ່ານັ້ງ ຢ່າງຂ້ຽວຂາດ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງແຮງກວ່າອີກ; ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ; ສືບຕໍ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເປັນຕົ້ນແມ່ນຢູ່ເຂດຊາຍແດນ, ທະເລໝູ່ເກາະ, ເຂດຫ່າງໄກສອກຫຼີກ; ປະຕິບັດວຽກງານຊົນເຜົ່າ, ສາສະໜາໃຫ້ເປັນຢ່າງດີ.
ໂດຍ: ຈາງຫງວຽນ