    |
 |
|
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວສູນທອນພົດທີ່ພິທີ. ພາບ: tholakhong.com |
ໃນພິທີ, ຕາງໜ້າໃຫ້ການນຳພັກ ແລະລັດລາວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ໂດຍຊີ້ແຈ້ງວ່າ: ກ່ອນນີ້ 50 ປີ, ຢູ່ສະຖານທີ່ແຫ່ງນີ້ແມ່ນບ່ອນເຕົ້າໂຮມກໍາລັງ ເຊິ່ງແມ່ນນັກປະຕິວັດ ແລະປະຊາຊົນລາວຜູ້ທີ່ຮັກຊາດເປັນຈໍານວນຫຼວງຫຼາຍ ເພື່ອຢຶດເອົາອໍານາດການປົກຄອງ ຢູ່ນະຄອນຫຼວງວຽງຈັນ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ປະກາດຍົກເລີກລະບອບລ່າເມືອງຂຶ້ນ ແລະສັກດິນາຢ່າງສິ້ນເຊີງ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ພ້ອມດ້ວຍຜູ້ແທນ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພາບ: kpl.gov.la |
    |
 |
|
ບັນຍາກາດທີ່ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ພາບ: kpl.gov.la |
ທ່ານ ທອງລຸນ ສີສຸລິດ ເນັ້ນໜັກວ່າ, ຫວນຄືນໄຊຊະນະອັນຍິ່ງໃຫຍ່ນັ້ນ, ກໍ່ສ້າງລະບອບໃໝ່ທີ່ດັງກ້ອງກັງວານໄປທົ່ວປະເທດ ແລະ ທົ່ວໂລກ, ພວກເຮົາ ສະແດງຄວາມອາໄລຫາ ແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜົນງານອັນລໍ້າເລີດ, ຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາການນໍາ, ນັກຮົບວິລະຊົນ, ສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກລຳບາກ, ຈົນກວ່າຍາດໄດ້ເອກະລາດ ແລະປົດປ່ອຍປະເທດຢ່າງສິ້ນເຊິງ.
ໃນໂອກາດມີຄວາມໝາຍສຳຄັນນີ້, ຕາງໜ້າພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສະແດງຄວາມຊົມເຊີຍ, ຂອບໃຈຢ່າງຈິງໃຈ ແລະ ສະແດງຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ກໍ່ຄື ອົງການຈັດຕັ້ງສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອລາວໃນຕະຫຼອດໄລຍະເຄິ່ງທົດສະວັດທີ່ຜ່ານມາ ໃນພາລະກິດປົກປັກຮັກສາ ແລະພັດທະນາຂອງປະຊາຊົນລາວ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຢັ້ງຢືນວ່າ ຈະສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຜົນງານ ແລະໄຊຊະນະ ຕະຫຼອດໄລຍະ 50 ປີ ດ້ວຍຊີວິດ ແລະອຸດົມການອັນເດັດດ່ຽວໜຽວແໜ້ນ, ສະເໝີຕົ້ນສະເໝີປາຍຂອງຮຸ່ນຄົນສືບທອດ ຕໍ່ໄປຕາບເທົ້າໃດໆ.
    |
 |
|
ກ້ອນກໍາລັງສວນສະໜາມ ທີ່ພິທີ. ພາບ: kpl.gov.la |
ພາຍຫຼັງທ່ານ ທອງລຸນ ສີສຸລິດ ກ່າວສູນທອນພົດສິ້ນສຸດລົງ, ພິທີສວນສະໜາມກໍໄດ້ເລີ່ມຕົ້ນຂຶ້ນ ໂດຍມີການເຂົ້າຮ່ວມຂອງບັນດາກໍາລັງປະກອບອາວຸດ, ບັນດາກະຊວງ, ຂະແໜງການ; ອົງການຈັດຕັ້ງການເມືອງ-ສັງຄົມ ໄດ້ດຳເນີນຢ່າງສະຫງ່າຜ່າເຜີຍ, ສະແດງໃຫ້ເຫັນຢ່າງມີຊີວິດຊີວາບັນດາຜົນງານໃນທຸກຂົງເຂດໃນການດໍາລົງຊີວິດ, ສັງຄົມ, ເສດຖະກິດ ແລະ ການປ້ອງກັນຊາດ ທີ່ພັກ ແລະ ປະຊາຊົນລາວ ຍາດມາໄດ້ໃນຕະຫຼອດໄລຍະ 50 ປີຜ່ານມາ.
ພິທີດັ່ງກ່າວໄດ້ດຶງດູດປະຊາຊົນລາວເຂົ້າຊົມເປັນຈຳນວນຫຼວງຫຼາຍ; ສະແດງໃຫ້ເຫັນຄວາມເຊື່ອໝັ້ນອັນໜັກແໜ້ນຂອງປະຊາຊົນຕໍ່ອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ ທີ່ບັນພະບູລຸດຂອງລາວ ໄດ້ວາງຮາກຖານ ແລະປູພື້ນເອົາໄວ້ ຊຶ່ງພວມໄດ້ຮັບການຕໍ່ຍອດ ແລະຍົກລະດັບຂຶ້ນດ້ວຍຮຸ່ນຄົນປັດຈຸບັນ ແລະຜູ້ສືບທອດ ທີ່ຈົ່ງຮັກພັກດີ, ກໍ່ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.
ໂດຍ: ທູຈາງ