ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະເໜີບາງມາດຕະການແນໃສ່ເພີ່ມທະວີການພົວພັນລະຫວ່າງສອງສະພາແຫ່ງຊາດ, ໃນນັ້ນສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນໃນຂົງເຂດທີ່ສອງຝ່າຍໃຫ້ຄວາມສົນໃຈ, ເປັນຕົ້ນແມ່ນໃນການສ້າງລະບອບລະບຽບການໃຫ້ສົມບູນແບບ, ລະບົບກົດໝາຍ, ຕິດຕາມກວດກາສູງສຸດ ແລະຕັດສິນບັນດາບັນຫາສຳຄັນຂອງປະເທດ. ສອງສະພາແຫ່ງຊາດ ກໍ່ຄວນຊຸກຍູ້ການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ເພື່ອສ້າງເງື່ອນໄຂຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຂອງກົມການເມືອງສອງປະເທດ ແລະຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານ.

leftcenterrightdel
ທ່ານ  ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ໄດ້ແບ່ງປັນກັບທ່ານ ໄຊສົມພອນ ພົມວິຫານ ກ່ຽວກັບຜົນການພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ສອງຝ່າຍໄດ້ເຫັນດີຍົກລະດັບການພົວພັນ ຫວຽດນາມ-ລາວ ຂຶ້ນເປັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກພັນຍຸດທະສາດ”, ສະແດງໃຫ້ເຫັນວິໄສທັດຮ່ວມ, ຜົນປະໂຫຍດຍຸດທະສາດທີ່ສະຫຼັບກັນ ແລະການກໍານົດທິດຮ່ວມເດີນທາງອັນຍາວນານ ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມວັດທະນາຖາວອນລວມຂອງສອງຊາດ.

ສ່ວນທ່ານ ໄຊສົມພອນ ພົມວິຫານ ຢືນຢັນວ່າຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ຜັນຂະຫຍາຍວຽກງານຕິດຕາມກວດກາຂໍ້ຕົກລົງຂັ້ນສູງ ແລະສັນຍາການຮ່ວມມື, ພິເສດແມ່ນບັນດາໂຄງການເສດຖະກິດສຳຄັນ, ແນໃສ່ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ເລິກເຊິ່ງກວ່າ. ທ່ານປະທານສະພາແຫ່ງຊາດລາວ ເນັ້ນໜັກວ່າເຖິງວ່າສະພາບການມີການຜັນແປຄືແນວໃດ, ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີ ຫວຽດນາມ-ລາວ ຈະບໍ່ປ່ຽນແປງ.

ໂດຍ: ເຈິ່ນຮວ່ຽນ