Viettel ເຂົ້າຮ່ວມ Mobile World Congress 2026 ດ້ວຍເຕັກໂນໂລຊີທີ່ທັນສະໄໝຫຼາຍຢ່າງ
ກປ.ອອນໄລ - Mobile World Congress 2026 - MWC Barcelona 2026 ທີ່ປະເທດ ແອັດສະປາຍ ເປັນປີທີ 20 ຂອງເຫດການໃຫຍ່ທີ່ສຸດໃນໂລກໃນຂະແໜງເຕັກໂນໂລຊີມືຖື. ເຫດການປີນີ້ມີຫົວຂໍ້ວ່າ “The IQ Era”, ໂດຍສຸມໃສ່ປັນຍາປະດິດ, ຖານຂໍ້ມູນ ແລະພື້ນຖານໂຄງລ່າງການເຊື່ອມຕໍ່.
MWC Barcelona 2026 ແມ່ນງານວາງສະແດງ ແລະກອງປະຊຸມເຕັກໂນໂລຊີມືຖືໃຫຍ່ທີ່ສຸດໃນໂລກ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 2-5 ມີນາ 2026 ໂດຍມີການເຂົ້າຮ່ວມຂອງບໍລິສັດເຕັກໂນໂລຊີຫຼາຍພັນແຫ່ງທີ່ມາຈາກຫຼາຍກວ່າ 200 ປະເທດ. ນີ້ສືບຕໍ່ເປັນສະຖານທີ່ທີ່ບໍລິສັດເຕັກໂນໂລຊີໃຫຍ່ ຄື Qualcomm, NVIDIA, AMD, Intel, Ericsson, Huawei... ສະເໜີຜະລິດຕະພັນ ແລະທ່າອ່ຽງເຕັກໂນໂລຢີໃໝ່ທີ່ສຸດ ເຊັ່ນ: 5G Advanced, 6G, ເຄືອຂ່າຍ AI-Native, ແລະ smartphone ລຸ້ນໃໝ່.
MWC Barcelona 2026 ບໍ່ພຽງແຕ່ເປັນສະຖານທີ່ວາງສະແດງອຸປະກອນເທົ່ານັ້ນ ຫາກຍັງເປັນເວທີປາໄສທີ່ສຳຄັນເພື່ອໃຫ້ບັນດາຝ່າຍ ປຶກສາຫາລືກ່ຽວກັບວິໄສທັດໃນອະນາຄົດຂອງຂະແໜງມືຖື ແລະ ຊຸກຍູ້ການຮ່ວມມືສາກົນ.
ໃນສະພາບການນັ້ນ, ການເຂົ້າຮ່ວມຂອງວິສາຫະກິດຫວຽດນາມ ໃນການສະແດງເຕັກໂນໂລຢີ ແລະລົງນາມສັນຍາການຮ່ວມມືສາກົນໃນເຫດການ ໄດ້ສະແດງໃຫ້ເຫັນຂີດຄວາມສາມາດ ໃນການສ້າງ ແລະພັດທະນາເຕັກໂນໂລຢີທີ່ທັນສະໄໝທີ່ສຸດ. ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel ເຂົ້າຮ່ວມໃນ MWC Barcelona 2026 ດ້ວຍຮ້ານວາງສະແດງ ຢູ່ຫໍ 4, ບ່ອນທີ່ 4E30, ເຊິ່ງໄດ້ຮັບການອອກແບບ ເພື່ອສະແດງໃຫ້ເຫັນທິດສະດີປັດຊະຍາ “Secure – Intelligent – Open – Sustainable”. ທີ່ເຫດການນີ້, Viettel ກໍ່ຄາດຄະເນຈະເຊັນສັນຍາກັບ Qualcomm, Intel, AMD ກ່ຽວກັບເຕັກໂນໂລຢີ 5G Advanced, 6G, AI.
ຄຽງຂ້າງເຂດວາງສະແດງແລ້ວ, MWC Barcelona 2026 ຍັງຈັດກອງປະຊຸມ ແລະເວທີປາໄສນະໂຍບາຍຂັ້ນສູງ ເຊັ່ນ: GSMA Ministerial Programme - ບ່ອນທີ່ຜູ້ວາງແຜນນະໂຍບາຍ, ອົງການຄຸ້ມຄອງ ແລະການນຳວິສາຫະກິດທົ່ວໂລກພົບປະ, ແລກປ່ຽນກ່ຽວກັບການກໍານົດທິດພັດທະນາຂອງເສດຖະກິດດີຈີຕອນ ແລະ ພື້ນຖານໂຄງລ່າງການເຊື່ອມຕໍ່.
ໂດຍ: ຈາງຫງວຽນ