ເຂົ້າຮ່ວມພິທີການນໍາໃຊ້ຍັງມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ; ການນຳພັກ, ລັດລາວ, ບາງກະຊວງ, ຂະແໜງການ ແລະປະຊາຊົນລາວ ເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນເປັນພິເສດ, ເປັນບາດກ້າວໃໝ່ໃນສາຍພົວພັນລະຫວ່າງສອງພັກ, ສອງລັດ, ເສີມສ້າງຄວາມສະໜິດຕິດພັນ, ອາລົມຈິດຄວາມຮັກແພງພິເສດ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມສຸດອົກສຸດໃຈລະຫວ່າງບັນດາສະຫາຍ, ອ້າຍນ້ອງຫວຽດນາມ-ລາວ, ລາວ-ຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຜູ້ແທນເຂົ້າຮ່ວມພິທີເປີດການນໍາໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸ້ງ ໃຫ້ຮູ້ວ່າ ເພື່ອບັນລຸໄດ້ໝາກຜົນໃນມື້ນີ້ແມ່ນຍ້ອນມີຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈຮ່ວມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດຕ່າງໆ ເພື່ອຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ, ຮັບປະກັນຄຸນນະພາບ, ຄວາມປອດໄພ ແລະປະສິດທິຜົນຂອງໂຄງການ.

ທີ່ພິທີເປີດການນໍາໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ, ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໄດ້ແບ່ງປັນວ່າ ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດໜົມ, ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ໂດຍປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ, ເພີ່ມພູນຄູນສ້າງ, ເຊິ່ງຄ່ອຍໆກາຍເປັນມໍລະດົກອັນລ້ຳຄ່າທີ່ສືບທອດກັນມາຫຼາຍລຸ້ນຄົນ, ພັດທະນາຢ່າງບໍ່ຢຸດຢັ້ງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ.

ໂດຍ: ຈາງຫງວຽນ