ຕອນເຊົ້າວັນທີ 1 ທັນວາ, ພາຍຫຼັງພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ຢ່າງເປັນທາງການ ທີ່ທຳນຽບປະທານປະເທດ ຕາມພິທີການສູງສຸດສຳລັບປະມຸກລັດ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ.

ທີ່ການພົບປະສອງຝ່າຍ, ການນຳສອງປະເທດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ພວມນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຖືວ່ານີ້ແມ່ນກົດເກນແຫ່ງການພັດທະນາ ແລະເປັນປັດໄຈສຳຄັນຮັບປະກັນໄຊຊະນະຂອງພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາວ່າ ການພົວພັນດ້ານການເມືອງທີ່ສະໜິດຕິດພັນ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ຜ່ານການຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈຳ, ພ້ອມກັບປະສິດທິຜົນການເຄື່ອນໄຫວຂອງກົນໄກຮ່ວມມືໃນທຸກຂົງເຂດ. ບົນພື້ນຖານການສືບທອດ ແລະເສີມຂະຫຍາຍມູນເຊື້ອການພົວພັນສາມັກຄີແບບພິເສດ, ສອງຝ່າຍໄດ້ເຫັນດີເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ ດ້ວຍການເພີ່ມເຕີມເນື້ອໃນໃໝ່: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກພັນຍຸດທະສາດ”. ນີ້ແມ່ນການຢືນຢັນວິໄສທັດຮ່ວມ, ຜົນປະໂຫຍດຍຸດທະສາດທີ່ສະຫຼັບກັນ ແລະການກໍານົດທິດຮ່ວມເດີນທາງອັນຍາວນານ ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມວັດທະນາຖາວອນລວມຂອງສອງຊາດ.

ການນຳສອງປະເທດ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ ນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນ, ແມ່ນເສົາຄໍ້າສຳຄັນໃນການພົວພັນສອງປະເທດສືບຕໍ່ມີບາດກ້າວພັດທະນາໃໝ່, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.

ການນຳສອງປະເທດ ໄດ້ເຫັນດີເປັນເອກະພາບຊຸກຍູ້ຢ່າງແຂງແຮງ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກນິກ; ເຫັນດີຊຸກຍູ້ການເຊື່ອມຕໍ່ໃນຂົງເຂດໂທລະຄົມມະນາຄົມ, ການທ່ອງທ່ຽວ; ສືບຕໍ່ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ ແລະລະຫວ່າງບັນດາທ້ອງຖິ່ນ...

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນສັກຂີພິຍານພິທີມອບ-ຮັບແຜນການຮ່ວມມື ປີ 2026 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ. ພາບ: ຖຸ່ຍຈາງ.

ການນຳສອງປະເທດ ຢືນຢັນວ່າ ໃນສະພາບການໂລກມີການຜັນແປຢ່າງວ່ອງໄວ ແລະສັບສົນ, ມີກາລະໂອກາດ, ກໍ່ຄືສິ່ງທ້າທາຍຫຼາຍຢ່າງ ຕໍ່ກັບສະຖຽນລະພາບ ແລະການພັດທະນາຂອງສອງປະເທດ, ສອງຝ່າຍເອົາໃຈໃສ່, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ ແລະພາກພື້ນອາຊຽນ; ປົກປ້ອງຜົນປະໂຫຍດອັນຊອບທຳຂອງກັນທີ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ ທີ່ສົ່ງຜົນກະທົບເຖິງສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຂອງທັງພາກພື້ນ ແລະໃນໂລກ.

ສິ້ນສຸດການພົບປະສອງຝ່າຍ, ການນຳສອງປະເທດ ໄດ້ເປັນສັກຂີພິຍານພິທີມອບ-ຮັບເອກະສານການຮ່ວມມືທີ່ສຳຄັນ 12 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະອົງການທີ່ກ່ຽວຂ້ອງຂອງສອງປະເທດໃນບັນດາຂົງເຂດເສົາຄໍ້າ ລວມມີ: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງ, ການເງິນ-ທະນາຄານ, ພື້ນຖານໂຄງລ່າງຍຸດທະສາດ...; ສ້າງພື້ນຖານນິຕິກຳ ແລະກໍາລັງໜູນໃໝ່ເພື່ອນຳການພົວພັນຮ່ວມມື ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນກວ່າອີກໃນໄລຍະໃໝ່.

ໂດຍ: ເຈິ່ນຮວ່ຽນ