ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບປະທານາທິບໍດີ ສະຫະພັນລັດເຊຍ
ກປ.ອອນໄລ - ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍ ເພື່ອແຈ້ງໃຫ້ຊາບຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຕອນບ່າຍວັນທີ 24 ກຸມພາ, ຢູ່ວັງ Kremlin, ສະຫາຍ ເລຮວ່າຍຈູງ, ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ.
ທີ່ການພົບປະ, ທ່ານປະທານາທິບໍດີ V.Putin ສະແດງຄວາມຊົມເຊີຍສະຫາຍ ເລຮວ່າຍຈູງ ໃນຖານະເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ນຳໜ້າຄະນະຜູ້ແທນໄປຍັງສະຫະພັນລັດເຊຍ ເພື່ອແຈ້ງໃຫ້ຊາບກ່ຽວກັບຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ສະຫາຍ ເລຮວ່າຍຈູງ ໄດ້ສົ່ງສານຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ຝາກໃຫ້ທ່ານປະທານາທິບໍດີ V.Putin ໂດຍເນັ້ນໜັກວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ປະຕິບັດສໍາເລັດຄວາມຮັບຜິດຊອບປະຫວັດສາດອັນໃຫຍ່ຫຼວງ, ໄດ້ສະຫຼຸບຢ່າງເລິກເຊິ່ງກ່ຽວກັບສະພາບຕົວຈິງຂອງການປະຕິວັດຫວຽດນາມ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ວາງອອກເປົ້າໝາຍ, ທິດທາງໃຫຍ່ ແລະບັນດາບາດກ້າວບຸກທະລຸຍຸດທະສາດຕໍ່ກັບອະນາຄົດ ແລະຊາຕາກໍາຂອງຊາດຫວຽດນາມ ໃນສັງກາດພັດທະນາໃໝ່. ຫວຽດນາມ ປາດຖະໜາຢາກ ແລະເຊື່ອໝັ້ນວ່າ ສະຫະພັນລັດເຊຍ ຈະສືບຕໍ່ເປັນເພື່ອນມິດຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ ແລະສັດຊື່ບໍລິສຸດ; ເລື່ອງເຮັດໃຫ້ການພົວພັນຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ກັບສະຫະພັນລັດເຊຍ ບໍ່ພຽງແຕ່ຮັບໃຊ້ຜົນປະໂຫຍດຂອງປະເທດ, ຂອງຊາດເທົ່ານັ້ນ ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງພາກພື້ນ ແລະໂລກອີກດ້ວຍ.
    |
 |
|
ສະຫາຍ ເລຮວ່າຍຈູງ, ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບທ່ານ Vladimir Putin ປະທານາທິບໍດີ ສະຫະພັນລັດເຊຍ. ພາບ: mofa.gov.vn |
ສະຫາຍ ເລຮວ່າຍຈູງ ໄດ້ແຈ້ງໃຫ້ຊາບກ່ຽວກັບການກໍານົດທິດໃຫຍ່ ແລະ 3 ບາດກ້າວບຸກທະລຸຍຸດທະສາດຂອງກອງປະຊຸມໃຫຍ່ ຄັ້ງທີ XIV, ຕີລາຄາສູງຕໍ່ເລື່ອງພາຍໃຕ້ການຊີ້ນຳຂອງການນຳຂັ້ນສູງສອງປະເທດ, ການພົວພັນລະຫວ່າງ ຫວຽດນາມ-ລັດເຊຍ ໄດ້ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ.
ທ່ານປະທານາທິບໍດີ V.Putin ເນັ້ນໜັກວ່າ ລັດເຊຍ ຍາມໃດກໍ່ຖືການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດເປັນສໍາຄັນ; ທ່ານ V.Putin ຢືນຢັນໂດຍຖືທ່ານເລຂາທິການໃຫຍ່ ໂຕເລິມ ເປັນເພື່ອນມິດທີ່ສະໜິດສະໜົມ ແລະຫວັງວ່າ ຈະໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ມາຍັງລັດເຊຍ ໂດຍໄວ; ສະແດງຄວາມພ້ອມແລ້ວທີ່ຈະຮັກສາການພົວພັນ ແລະແລກປ່ຽນກັບທ່ານເລຂາທິການໃຫຍ່ ໂຕເລິມ ຢ່າງເປັນປະຈຳກ່ຽວກັບບັນຫາຍຸດທະສາດ ກໍ່ຄືການພົວພັນສອງຝ່າຍ; ປາດຖະໜາຢາກໃຫ້ສອງຝ່າຍຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຮ່ວມມືໃນຂົງເຂດສຳຄັນ, ຄື: ພະລັງງານ, ນ້ຳມັນອາຍແກັສ, ເຕັກນິກການທະຫານ... ເປີດກວ້າງໄປສູ່ຂົງເຂດໄຟຟ້ານິວເຄຼຍ, ວິທະຍາສາດ-ເຕັກໂນໂລຢີ, ຄົມມະນາຄົມຂົນສົ່ງ...
ໂດຍ: ທູຈາງ