ຊາບຊຶມຄໍາສັ່ງ, ຄຳແນະນຳຂອງຂັ້ນເທິງກ່ຽວກັບວຽກງານຕ້ອນຮັບ ແລະການຝຶກແອບນັກຮົບໃໝ່ຢ່າງເລິກເຊິ່ງ, ຄະນະພັກ, ຄະນະບັນຊາກອງພົນ ໄດ້ປະກາດໃຊ້ມະຕິວ່າດ້ວຍຫົວຂໍ້ສະເພາະ, ສ້າງແຜນການຢ່າງລະອຽດ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃຫ້ແຕ່ລະອົງການ, ກົມກອງ.
ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານນັບແຕ່ພື້ນຖານວັດຖຸ, ສະໜາມຝຶກຊ້ອມ, ຮູບແບບການຝຶກແອບຈົນເຖິງການຈັດຕັ້ງການຝຶກແອບ, ການຝຶກອົບຮົມໃຫ້ພະນັກງານທຸກຂັ້ນ.
    |
 |
|
ການນໍາ, ຜູ້ບັນຊາການກອງພົນ ກວດກາວັດຖຸ, ອຸປະກອນສ່ວນຕົວຂອງນັກຮົບໃໝ່ໃນປີ 2026 ຢູ່ກອງພັນໃຫຍ່ທີ 3. ພາບ: qdnd.vn |
ທ່ານພັນເອກພິເສດ ຫງວຽນທາວເຈື່ອງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພົນ 324 ໃຫ້ຮູ້ວ່າ: “ການຮັບ ແລະຝຶກແອບນັກຮົບໃໝ່ແມ່ນໜ້າທີ່ການເມືອງທີ່ສຳຄັນຂອງກອງພົນຕັ້ງແຕ່ຕົ້ນປີ. ພວກຂ້າພະເຈົ້າ ໄດ້ກຳນົດເອົາການກະກຽມຢ່າງລອບຄອບຖີ່ຖ້ວນ, ຮອບດ້ານ, ນັບທັງດ້ານວັດຖຸ ແລະຈິດໃຈ, ຮັບປະກັນໃຫ້ນັກຮົບໃໝ່, ເມື່ອມາຮອດກົມກອງຈະໄດ້ຮໍ່າຮຽນ, ຝຶກແອບໃນສະພາບແວດລ້ອມທີ່ມີລະບຽບແບບແຜນ, ປອດໄພ, ສາມັກຄີ ແລະເປັນເອກະພາບ. ເປົ້າໝາຍແມ່ນນັບແຕ່ມື້ທໍາອິດ, ອາທິດທຳອິດຈະສ້າງຄວາມປະທັບໃຈທີ່ດີ, ຊ່ວຍໃຫ້ແຕ່ລະສະຫາຍມີການເຊື່ອມຕົວໂດຍໄວ, ອຸ່ນອ່ຽນໃຈປະຕິບັດງານ, ກໍານົດຄວາມຮັບຜິດຊອບຢ່າງຈະແຈ້ງ, ຕັດສິນໃຈປະຕິບັດສຳເລັດໜ້າທີ່.”
ຢູ່ກອງພັນໃຫຍ່ທີ 3 ແມ່ນໜຶ່ງໃນບັນດາກົມກອງ ຮັບ ແລະຝຶກແອບນັກຮົບໃໝ່ໂດຍກົງ, ທຸກວຽກງານກະກຽມ ໄດ້ສຳເລັດໂດຍພື້ນຖານ. ລະບົບຕຽງ, ຕູ້, ມຸ້ງ, ໝອນໄດ້ຈັດລຽງຢ່າງເປັນລະບຽບ; ເຂດເພີ່ມພູນຜະລິດຜົນໄດ້ຮັບການປັບປຸງ; ເຮືອນຄົວ, ຫ້ອງອາບນ້ຳ ແລະຫ້ອງວິດ ໄດ້ຮັບການກວດກາ, ຮັບປະກັນມາດຕະຖານ.
ທ່ານພັນເອກ ຫງວຽນກົງເລືອງ, ຫົວໜ້າການທະຫານ ກອງພັນໃຫຍ່ທີ 3, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ຊີ້ນໍາກອງພັນ ກວດກາຄືນພື້ນຖານວັດຖຸທັງໝົດ ແລະກະກຽມວັດຖຸພະລາທິການ, ອຸປະກອນການທະຫານຖືກຕາມຂໍ້ກຳນົດຢ່າງຄົບຖວ້ນ. ພ້ອມກັນນັ້ນ, ກອງພັນໃຫຍ່ ຍັງໄດ້ຈັດການຝຶກອົບຮົມໃຫ້ແກ່ພະນັກງານຝຶກແອບ, ເຫັນດີເປັນເອກະພາບຕໍ່ເນື້ອໃນ, ວິທີການ, ຮັບປະກັນການຝຶກແອບຖືກຕາມລາຍການ, ຕິດແທດກັບພຶດຕິກໍາຕົວຈິງ. ພິເສດ, ພວກຂ້າພະເຈົ້າໄດ້ສຸມໃສ່ການສ້າງສາຍພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງພະນັກງານ ແລະນັກຮົບ, ຊ່ວຍໃຫ້ນັກຮົບໃໝ່ມີຄວາມອຸ່ນອ່ຽນໃຈນັບແຕ່ມື້ທຳອິດທີ່ເຂົ້າຮ່ວມກົມກອງ”.
    |
 |
|
ຢ້ຽມຊົມຂໍ້ລິເລີ່ມທີ່ຮ່ວມເດີນທາງພ້ອມກັບນັກຮົບໃໝ່ດ້ວຍການນໍາໃຊ້ເຕັກໂນໂລຊີດີຈີຕອນ. ພາບ: qdnd.vn |
ບໍ່ພຽງແຕ່ກະກຽມກ່ຽວກັບພື້ນຖານວັດຖຸເປັນຢ່າງດີເທົ່ານັ້ນ, ບັນດາກົມກອງຍັງໄດ້ຕັ້ງໜ້າປັບປຸງສະໜາມຝຶກແອບ, ເດີ່ນຝຶກຊ້ອມ, ປັບປຸງລະບົບປ້າຍໂຄສະນາ, ຄຳຂວັນ ແລະຮູບແບບການຝຶກແອບ, ຮັບປະກັນການຮັບໃຊ້ໜ້າທີ່ຝຶກແອບໃຫ້ເປັນຢ່າງດີ. ວຽກງານປ້ອງກັນ, ຕ້ານພະຍາດ, ຮັບປະກັນສຸຂະອະນາໄມ ແລະຄວາມປອດໄພຂອງສະບຽງອາຫານ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງແໜ້ນແຟ້ນ.
ຢູ່ກອງພັນທີ 7, ກອງພັນໃຫຍ່ທີ 3, ພະນັກງານ, ນັກຮົບກຳລັງສໍາເລັດການເຮັດວຽກສຸດທ້າຍກ່ອນມື້ຕ້ອນຮັບນັກຮົບໃໝ່. ຮ້ອຍເອກພິເສດ ໂດ້ມິງຈີ, ຫົວໜ້າການທະຫານ ກອງພັນທີ 7, ໄດ້ແບ່ງປັນວ່າ: “ກອງພັນ ໄດ້ເປັນເຈົ້າການສ້າງແຜນການຕ້ອນຮັບນັກຮົບໃໝ່ຢ່າງລະອຽດໃນແຕ່ລະຂອດ. ພວກຂ້າພະເຈົ້າ ໄດ້ມອບໝາຍໜ້າທີ່ໃຫ້ພະນັກງານຮັບຜິດຊອບແຕ່ລະໝວດໝູ່ທະຫານ, ແນະນໍາໂດຍກົງ, ຊ່ວຍເຫຼືອນັກຮົບໃໝ່ເພື່ອໃຫ້ຄຸ້ນເຄີຍກັບສະພາບແວດລ້ອມຂອງການເຂົ້າເປັນທະຫານ. ນອກຈາກການຝຶກແອບແລ້ວ, ກົມກອງຍັງຈະຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາຫຼາຍຢ່າງ, ເພື່ອສ້າງບັນຍາກາດທີ່ມີຄວາມສຸກ, ເບີກບານມ່ວນຊື່ນ, ຊ່ວຍໃຫ້ບັນດາສະຫາຍເຊື່ອມຕົວ ແລະເຕີບໃຫຍ່ໂດຍໄວ.”
ດ້ວຍການກະກຽມຢ່າງລອບຄອບ, ຮອບດ້ານ ແລະຈິດໃຈຮັບຜິດຊອບຂອງຄະນະພັກ, ຄະນະບັນຊາທຸກລະດັບ, ກອງພົນ 324 ຈະສຳເລັດໜ້າທີ່ຮັບ, ຄຸ້ມຄອງ, ຝຶກແອບນັກຮົບໃໝ່ໃນປີ 2026 ເປັນຢ່າງດີ, ປະກອບສ່ວນເຂົ້າໃນການສ້າງກົມກອງທີ່ເຂັ້ມແຂງ, ຮອບດ້ານ, “ເປັນແບບຢ່າງ, ດີເດັ່ນ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່.
ໂດຍ: ຈາງຫງວຽນ