ທີ່ການຕ້ອນຮັບ, ຢັ້ງຢືນຫວຽດນາມ ຍາມໃດກໍຖື ແບນຊິກ ເປັນຄູ່ຮ່ວມມືສໍາຄັນໃນສະຫະພາບເອີລົບ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກລະດັບ, ທຸກຊ່ອງທາງ; ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ, ສົມທົບຢ່າງແໜ້ນແຟ້ນທີ່ເວທີປາໄສ, ອົງການຈັດຕັ້ງສາກົນ. ພ້ອມກັນນັ້ນ, ສອງຝ່າຍສືບຕໍ່ຮັກສາ ແລະຍູ້ແຮງການຮ່ວມມືໃນທຸກຂົງເຂດທີ່ເປັນມູນເຊື້ອ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ ແລະກໍ່ສ້າງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ການທ່ອງທ່ຽວ... ແລະເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດຍຸດທະສາດກ່ຽວກັບວິທະຍາສາດ-ເຕັກໂນໂລຊີ, ຊິບ Semiconductor, ການຄົມມະນາຄົມຂົນສົ່ງ...

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ສະເໜີແບນຊິກ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ອີຢູ-ຫວຽດນາມ (EVIPA) ໂດຍໄວ ແລະມີທັດສະນະສະໜັບສະໜູນຄະນະກໍາມະການເອີລົບ ຍົກເລີກ “ບັດເຫຼືອງ” IUU ສໍາລັບສິນໃນນໍ້າ, ສິນທະເລຂອງຫວຽດນາມ; ສົ່ງເສີມວິສາຫະກິດແບນຊິກ ຍູ້ແຮງການລົງທຶນເຂົ້າຫວຽດນາມ ແລະແບນຊິກ ສືບຕໍ່ສະໜອງແຫຼ່ງທຶນຊ່ວຍເຫຼືອຫຼ້າ, ໂດຍສະເພາະແມ່ນສໍາລັບບັນດາໂຄງການໃນຂົງເຂດການສຶກສາ-ກໍ່ສ້າງ, ບໍາລຸງສ້າງວິຊາຊີບ, ສາທາລະນະສຸກ, ສິ່ງແວດລ້ອມ... ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ທ່ານ Karl Van Den Bossche ຢັ້ງຢືນວ່າ ແບນຊິກ ຍາມໃດກໍຖື ຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດໃນພາກພື້ນ ແລະພ້ອມແລ້ວທີ່ຈະຮ່ວມເດີນທາງກັບຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ໃນນັ້ນມີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ເນັ້ນໜັກວ່າ ແບນຊິກ ເປັນປະເທດໜຶ່ງດຽວທີ່ມີມະຕິກ່ຽວກັບການໜູນຊ່ວຍຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແລະໃຫ້ຄໍາໝັ້ນສັນຍາໜູນຊ່ວຍຫວຽດນາມ ໃນວຽກງານລ້າງພິດ ກໍຄືໜູນຊ່ວຍຜູ້ຖືກເຄາະຮ້າຍ...

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງເລື່ອງຫວຽດນາມ ຍົກລະດັບການພົວພັນກັບອີຢູ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຜ່ານນັ້ນເພີ່ມທະວີການຮ່ວມມືກວ່າອີກກັບບັນດາປະເທດສະມາຊິກອີຢູ ໃນນັ້ນມີແບນຊິກ, ທ່ານ Karl Van Den Bossche ເຫັນດີເປັນເອກະພາບວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດທີ່ເປັນມູນເຊື້ອ, ເປີດກວ້າງໄປຍັງຂົງເຂດທີ່ ແບນຊິກ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ ເພື່ອນໍາການພົວພັນເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ໂອກາດນີ້, ທ່ານ Karl Van Den Bossche ສະແດງຄວາມຂອບໃຈຕໍ່ການຊີ້ນໍາຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ ແລະການສົມທົບຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ໃນໄລຍະຜ່ານມາ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວ, ໂຄງການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະແບນຊິກ.

ໂດຍ: ໄຊຊະນະ