ເດັດຂາດບໍ່ໃຫ້ລະເລີຍ, ຮັບປະກັນການເລືອກຕັ້ງ ປະສົບຜົນສໍາເລັດຢ່າງຈົບງາມ
ກປ.ອອນໄລ - ຕອນເຊົ້າວັນທີ 26 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດ ຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ.
ກ່າວຄຳເຫັນປິດກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ສາມາດຢືນຢັນໄດ້ວ່າ ວຽກງານກະກຽມຈາກສູນກາງ ລົງຮອດທ້ອງຖິ່ນມາຮອດປະຈຸບັນແມ່ນມີແບບມີແຜນ, ຖືກຕ້ອງຕາມຄວາມຄືບໜ້າ, ຖືກກົດໝາຍ, ຄົບຊຸດ, ເຂັ້ມງວດ. ໃນນັ້ນ, ເອກະສານແນະນຳໄດ້ປະກາດໃຊ້ຢ່າງຄົບຖ້ວນ ແລະທັນການ; ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຜັນຂະຫຍາຍການເລືອກຕັ້ງໄດ້ຮັບການຍູ້ແຮງ; ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໄດ້ຮັບການຮັກສາ.
    |
 |
|
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນປິດກອງປະຊຸມ. ພາບ: ຟ້າມທັ໊ງ |
ຫວນຄືນການເລືອກຕັ້ງປີ 2021, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຍົກອອກບົດຮຽນເພື່ອທ້ອງຖິ່ນໃສ່ໃຈປະຕິບັດ. ໃນນັ້ນການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມເຊື່ອໝັ້ນ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ສະຕິຄວາມຮັບຜິດຊອບຂອງພົນລະເມືອງ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທັງລະບົບການເມືອງແມ່ນປັດໄຈຕັດສິນ, ຮັບປະກັນໃຫ້ຜົນສຳເລັດຂອງການເລືອກຕັ້ງ.
ຕີລາຄາມາຮອດປະຈຸບັນ, ພວກເຮົາມີການກະກຽມທີ່ດີ, ເຖິງຢ່າງໃດກໍ່ຕາມ, ທ່ານປະທານສະພາແຫ່ງຊາດ ໃສ່ໃຈວ່າ ເດັດຂາດບໍ່ໃຫ້ລະເລີຍວຽກງານ, ຄວນສືບຕໍ່ສຸມໃສ່ໃກ້ຊິດຕິດແທດ, ປະຕິບັດຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢ່າງຄົບຖ້ວນ, ພ້ອມທັງຄວນນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການພົບປະ, ບຸລິມະສິດການພົບປະອອນໄລເພື່ອເພີ່ມຈໍານວນຜູ້ມີສິດເລືອກຕັ້ງ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ຟ້າມທັ໊ງ |
ເນັ້ນໜັກການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ແມ່ນເຫດການການເມືອງທີ່ສຳຄັນຍິ່ງຂອງປະເທດຊາດ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ກົມການເມືອງ, ຄະນະເລຂາທິການ, ຄະນະບໍລິຫານງານສູນກາງພັກ ມີຄວາມເອົາໃຈໃສ່ທີ່ສຸດເພື່ອຊີ້ນຳການຈັດຕັ້ງການເລືອກຕັ້ງໃຫ້ປະສົບຜົນສຳເລັດ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ພວກເຮົາຢືນຢັນກໍາລັງຄວາມສາມາດນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະປະສິດທິຜົນການເຄື່ອນໄຫວຂອງລະບົບການເມືອງ.
ໂດຍ: ເຈິ່ນຮວ່ຽນ