ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ແມ່ນເຫດການການເມືອງໃຫຍ່ຂອງປະເທດ, ດຶງດູດຄວາມສົນໃຈຂອງພະນັກງານ, ນັກຮົບ ແລະປະຊາຊົນຢູ່ເກາະຫ່າງໄກສອກຫຼີກເປັນຈຳນວນຫຼວງຫຼາຍ. ກຳນົດການເລືອກຕັ້ງທີ່ຈະມາເຖິງແມ່ນວັນບຸນຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ, ສະຫາຍ ຟ້າມແທັງລຽມ ປະທານຄະນະກໍາມະການປະຊາຊົນເຂດພິເສດເຈື່ອງຊາ ໃຫ້ຮູ້ວ່າ ວຽກງານເລືອກຕັ້ງຢູ່ເກາະໄດ້ກະກຽມຄືກັນກັບເຂດດິນຕໍ່ແຜ່ນ. ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນໄດ້ຊາບຊຶມໃຫ້ທະຫານ, ປະຊາຊົນ ແລະກຳລັງທີ່ປະຕິບັດງານໃນບໍລິເວນດ້ວຍເອກະສານສະບັບຫຼ້າສຸດຢ່າງຄົບຊຸດ.

leftcenterrightdel
ເຂດປ່ອນບັດເລືອກຕັ້ງທີ 14 - ເກາະເຈື່ອງຊາ ກຽມພ້ອມໃຫ້ວັນເລືອກຕັ້ງ. ພາບ: qdnd.vn

ຢູ່ເກາະ, ໝູ່ເກາະຕ່າງໆທີ່ຂຶ້ນກັບເຂດພິເສດເຈື່ອງຊາ, ພາຍຫຼັງໄດ້ຮັບບັນດາວັດຖຸທີ່ກ່ຽວຂ້ອງແລ້ວ, ປ້າຍໂຄສະນາ, ຄໍາຂວັນໂຄສະນາກ່ຽວກັບການເລືອກຕັ້ງທີ່ຈະມາເຖິງໄດ້ຖືກແຂວນໄວ້ຢູ່ບັນດາກົມກອງ, ຢູ່ຫ້ອງເຮັດວຽກ, ເຂດຫໍວັດທະນະທໍາ, ບ່ອນທີ່ພະນັກງານ, ນັກຮົບ, ປະຊາຊົນອາໄສຢູ່ ແລະເຮັດວຽກ. ຄຽງຂ້າງນັ້ນ, ຍັງໄດ້ປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຂໍ້ກຳນົດການເລືອກຕັ້ງໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນຕິດຕາມໄດ້ຢ່າງສະດວກ.

ເພື່ອຮັບປະກັນໃຫ້ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານເລືອກຕັ້ງໄດ້ປະຕິບັດຖືກຕ້ອງຕາມຂໍ້ກໍານົດ, ການດໍາເນີນບາດກ້າວກະກຽມໄດ້ຮັບການຜັນຂະຫຍາຍໂດຍຄະນະກໍາມະການເລືອກຕ້ັງເຂດພິເສດໂດຍໄວ. ໃນວັນເລືອກຕັ້ງ, ຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະກຳມະການເລືອກຕັ້ງແຂວງແຄ໊ງຮວ່າ, ບັນດາໜ່ວຍເລືອກຕັ້ງຈະມີຕູ້ປ່ອນບັດ ແລະພາຫະນະເຄື່ອນທີ່ຕື່ມອີກ, ກຽມພ້ອມຕ້ອນຮັບຜູ້ມີສິດເລືອກຕັ້ງໄປປ່ອນບັດ ແລະປະຕິບັດສິດພົນລະເມືອງ.

ຢູ່ເກາະຕ່າງໆ, ຄື ດ໊າລ໊າດ, ດ໊າໄຕ A, ດ໊າໄຕ B, ເຈື່ອງຊາດົງ... ທຸງຊາດ ແລະຮູບພາບໂຄສະນາກ່ຽວກັບການເລືອກຕັ້ງໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ. ຕາມທ່ານພັນໂທ ເຈິ່ນຮຸຍຟຸ້ງ, ພະນັກງານການເມືອງເກາະເຈື່ອງຊາ ແລ້ວ, ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ຢູ່ເກາະ ຄະນະພັກ, ຄະນະບັນຊາ ກົມກອງໄດ້ຊາບຊຶມໃຫ້ພະນັກງານ, ນັກຮົບ, ປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງທຸກຖ້ວນໜ້າເປັນທີ່ຮຽບຮ້ອຍແລ້ວ. ຜ່ານການໂຄສະນາປະຈຳວັນ, ໄດ້ຍາດແຍ່ງເອົາເວລາພັກຜ່ອນ ແລະວັນພັກຜ່ອນເພື່ອຈັດຕັ້ງກອງປະຊຸມ...

leftcenterrightdel
ຜູ້ມີສິດເລືອກຕັ້ງຢູ່ເກາະເຈື່ອງຊາ ຄົ້ນຄວ້າ, ຊອກຮູ້ຊີວະປະຫວັດຂອງຜູ້ສະໝັກຮັບເລືອກສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ພາບ: qdnd.vn

ໃນການເລືອກຕັ້ງທີ່ຈະມາເຖິງ, ຢູ່ເກາະຕ່າງໆ, ພົນລະເມືອງ, ນັກຮົບຫຼາຍຄົນໄດ້ເຂົ້າຮ່ວມການເລືອກຕັ້ງເປັນຄັ້ງທຳອິດ. ສະນັ້ນ, ການສຶກສາກ່ຽວກັບຄວາມໝາຍຂອງການເລືອກຕັ້ງແມ່ນມີຄວາມສົນໃຈເປັນພິເສດຢູ່ຕາມຈຸດຕ່າງໆທີ່ຢູ່ໃນເກາະ. ສິບຕີ ເຢືອງວັນທ້ວນ, ຫົວໜ້າໝູ່ປືນໃຫຍ່ ທີ່ພວມປະຕິບັດໜ້າທີ່ຢູ່ເກາະ ດ໊າລ໊າດ, ໄດ້ແຕ່ຄອງຄອຍເຖິງວັນປະຕິບັດສິດພົນລະເມືອງຂອງຕົນ. “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມີສິດເຂົ້າຮ່ວມການເລືອກຕັ້ງ, ສະນັ້ນຂ້າພະເຈົ້າຈຶ່ງມີຄວາມຕື່ນເຕັ້ນໜ້ອຍໜຶ່ງ, ຂ້າພະເຈົ້າຫວັງວ່າການປ່ອນບັດຈະປະກອບສ່ວນເລືອກຕັ້ງບັນດາສະມາຊິກທີ່ເໝາະສົມ, ສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນປະຊາຊົນຢູ່ເຂດທະເລ, ໝູ່ເກາະຂອງປະເທດຊາດ”.

ດ້ວຍຄວາມກະຕືລືລົ້ນລໍຄອຍເຖິງວັນເລືອກຕັ້ງ, ທ່ານນາງ ເລທິເຮືອງເຈິມ ປະຊາຊົນຢູ່ເກາະເຈື່ອງຊາ ໃຫ້ຮູ້ວ່າ, ດ້ວຍຄວາມເອົາໃຈໃສ່ຂອງພັກ, ລັດ, ຊີວິດການເປັນຢູ່ຂອງຄອບຄົວຕ່າງໆທີ່ຢູ່ເກາະຫ່າງໄກສອກຫຼີກແມ່ນມີຄວາມຄຶກຄື້ນ. ຜ່ານການເລືອກຕັ້ງຄັ້ງນີ້, ນາງ ຫວັງວ່າບັນດາສະມາຊິກທີ່ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນຈະເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຕື່ມອີກ, ເປັນຕົ້ນແມ່ນປະຊາຊົນຢູ່ບ່ອນປະສົບກັບຄວາມຫຍຸ້ງຍາກຫຼາຍ.

ທ່ານ ຫວູກວ໊ກເຟືອງ, ລູກເຮືອກໍາປັ່ນ SG-7278 ພວມເຄື່ອນໄຫວຢູ່ເຂດທະເລໃກ້ກັບເກາະ ດ໊າໄຕ. ເມື່ອຖືກຖາມກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນທີ່ຈະມາເຖິງນີ້, ທ່ານ ໃຫ້ຮູ້ວ່າ, ໃນຊຸມວັນຜ່ານມາ, ບັນດາພະນັກງານຢູ່ເກາະໄດ້ພົບປະ, ແຈ້ງໃຫ້ຊາບກ່ຽວກັບຂໍ້ກໍານົດ ແລະການເຄື່ອນໄຫວເລືອກຕັ້ງ. ຮອດວັນທີ 8 ມີນານີ້, ແນ່ນອນວ່າ ທ່ານ ຈະຈັດເວລາເຂົ້າຈອດກໍາປັ່ນຢູ່ເກາະ ເພື່ອພ້ອມກັບບັນດາສະມາຊິກຢູ່ກໍາປັ່ນໄປປ່ອນບັດ ແລະປະຕິບັດສິດພົນລະເມືອງຂອງຕົນ.

ແລກປ່ຽນກັບພວກຂ້າພະເຈົ້າ, ພັນຕີ ດີງວັນຢຽບ, ຫົວໜ້າການທະຫານ ເກາະ ດ໊າລ໊າດ ໃຫ້ຮູ້ວ່າ: ເພື່ອກະກຽມໃຫ້ແກ່ວັນເລືອກຕັ້ງຢ່າງຮອບຄອບນັ້ນ, ໃນໄລຍະຜ່ານມາ, ດ້ວຍຫຼາຍຮູບການແຕກຕ່າງກັນ, ທາງກົມກອງໄດ້ຈັດຕັ້ງການໂຄສະນາ, ຂົນຂວາຍຜູ້ມີສິດເລືອກຕັ້ງ ລວມມີ: ພະນັກງານ, ນັກຮົບຢູ່ເກາະ; ກໍາລັງທີ່ກ່ຽວຂ້ອງ ແລະຊາວປະມົງທີ່ຢູ່ອ້ອມແອ້ມ. ພັນຕີ ດີງວັນຢຽບ ຢືນຢັນວ່າ: "ທຸກໆມື້ ພວກຂ້າພະເຈົ້າ ລ້ວນແຕ່ສ້າງແຜນການ, ລາຍງານຕໍ່ກອງບັນຊາການກອງພົນນ້ອຍ 146 (ທະຫານເຮືອເຂດ 4) ເພື່ອຂໍອະນຸຍາດເອົາພາຫະນະທີ່ທາງກົມກອງຄຸ້ມຄອງອອກໄປຮັບໃຊ້ໃຫ້ແກ່ການຈັດຕັ້ງການໂຄສະນາໃຫ້ພໍ່ແມ່ປະຊາຊົນທີ່ພວມຫາປາຢູ່ເຂດເກາະ. ພວກຂ້າພະເຈົ້າ ຍາມໃດກໍ່ກໍານົດເອົາການຕັດສິນໃຈກໍ່ສ້າງເຈື່ອງຊາໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ, ເໝາະສົມກັບການເປັນຮົ້ວປ້ອງກັນຂອງປະເທດຊາດ, ເປັນບ່ອນອີງອັນໝັ້ນແກ່ນໃຫ້ຊາວປະມົງໃນການຂຸດຄົ້ນ, ຫາສິນໃນນ້ຳ, ສິນທະເລ ແລະປົກປັກຮັກສາອະທິປະໄຕຂອງປະເທດຊາດ”.

ໂດຍ: ເຈິ່ນຮວ່ຽນ