ທີ່ການພົບປະ, ລາຍງານໂດຍຫຍໍ້ກ່ຽວກັບການພົວພັນຮ່ວມມືສອງປະເທດ, ສະພາບການປະຊາຄົມ ແລະການເຄື່ອນໄຫວຂອງວິສາຫະກິດຫວຽດນາມ ຢູ່ລາວ, ການປະຕິບັດໜ້າທີ່ຂອງສະຖານທູດ ແລະບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳລາວ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ ໃຫ້ຮູ້ວ່າ ການພົວພັນຮ່ວມມືແບບພິເສດລະຫວ່າງຫວຽດນາມ ແລະລາວ ພວມພັດທະນາຢ່າງດີງາມ. ການພົວພັນທາງດ້ານການເມືອງໄດ້ຮັບການເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ, ສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ຢືນຢັນບົດບາດຫຼັກແຫຼ່ງ, ກໍານົດທິດສັງລວມໃນການພົວພັນສອງປະເທດ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ສືບຕໍ່ໄດ້ຮັບການຮັກສາໄວ້, ຢັ້ງຢືນເປັນເສົາຄ້ຳທີ່ສຳຄັນ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ມີຄຸນນະພາບ, ບັນລຸໝາກຜົນທີ່ເປັນໜ້າຮັບຮູ້.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນທີ່ການພົບປະໂອ້ລົມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຊຸມປີຜ່ານມາ, ສະຖານທູດ ໄດ້ມີຄວາມມານະພະຍາຍາມເຮັດວຽກງານເປັນເສນາທິການກັບພາຍໃນປະເທດໃຫ້ເປັນຢ່າງດີ, ເປັນຂົວເຊື່ອມຕໍ່ລະຫວ່າງບັນດາອົງການຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະອົງການຈັດຕັ້ງມະຫາຊົນ, ຜັນຂະຫຍາຍບັນດາໜ້າທີ່ລະອຽດ, ປະກອບສ່ວນເຂົ້າໃນການສືບຕໍ່ປັບປຸງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ໝັ້້ນຄົງເຂັ້ມແຂງ, ນໍາການຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະມີປະສິດທິຜົນໃນທຸກຂົງເຂດກວ່າອີກ.

ກ່າວຄຳເຫັນທີ່ການພົບປະໂອ້ລົມ, ທ່ານ ໂຕເລິມ ໃຫ້ຮູ້ວ່າ ການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ໃນຄັ້ງນີ້ໄດ້ດໍາເນີນກົງກັບໂອກາດ ປະເທດລາວສະເຫຼີມສະຫຼອງວັນຊາດຄົບຮອບ 50 ປີ ເຊິ່ງເປັນຂີດໝາຍສຳຄັນໃນປະຫວັດສາດແຫ່ງການພັດທະນາຂອງປະເທດລ້ານຊ້າງ...

ແຈ້ງໃຫ້ປະຊາຊົນຮັບຊາບກ່ຽວກັບສະພາບການພາຍໃນປະເທດ, ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ, ເຖິງວ່າໄດ້ຮັບຜົນກະທົບຈາກສະພາບການໂລກ ແລະໄພທຳມະຊາດ, ພາຍຸນໍ້າຖ້ວມໃນປີທີ່ຜ່ານມາກໍ່ຕາມ, ແຕ່ດ້ວຍຄວາມມານະພະຍາຍາມ ແລະຄວາມເຫັນດີເຫັນພ້ອມຂອງທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບ, ຫວຽດນາມ ຍັງຄົງຮັກສາສະຖຽນລະພາບ ແລະການພັດທະນາເປັນຢ່າງດີ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ພົບປະກັບພະນັກງານສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍຢືນຢັນວ່າ ພີ່ນ້ອງຮ່ວມຊາດເຮົາ ອາໄສຢູ່ຕ່າງປະເທດຍາມໃດກໍ່ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງຊາດຫວຽດນາມ,  ທ່ານເລຂາທິການໃຫຍ່ ຢືນຢັນວ່າ ພັກ ແລະລັດ ຈະສືບຕໍ່ປັບປຸງນະໂຍບາຍໃຫ້ສົມບູນແບບ ເພື່ອສະໜັບສະໜູນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການລົງທຶນ, ຮໍ່າຮຽນ, ຄົ້ນຄວ້າ, ເລີ່ມທຸລະກິດ, ສອນພາສາຫວຽດ, ຖ່າຍທອດຄວາມຮູ້ ແລະເຂົ້າຮ່ວມການເຄື່ອນໄຫວທາງດ້ານວັດທະນະທໍາ, ການທູດປະຊາຊົນ...

ທ່ານເລຂາທິການໃຫຍ່ ສະເໜີໃຫ້ສະຖານທູດ ແລະບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳລາວ ສືບຕໍ່ຍົກສູງບົດບາດເປັນເສນາທິການ, ກໍາແໜ້ນນະໂຍບາຍ ແລະການກໍານົດທິດທາງພັດທະນາຂອງພັກ ແລະລັດລາວ ຢ່າງທັນການ ເພື່ອມີຂໍ້ສະເໜີທີ່ເໝາະສົມ ແລະມີປະສິດທິຜົນ; ຍູ້ແຮງວຽກງານການທູດ, ຫັນບັນດາຊ່ອງທາງພົບປະແລກປ່ຽນກັບບັນດາອົງການ, ທ້ອງຖິ່ນຂອງລາວ ເປັນຫຼາຍຮູບຫຼາຍແບບ...

ໂດຍ: ໄຊນີດາ