ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຫວຽດນາມ ຄືແນວນັ້ນໃນວັນທີ 28 ກຸມພາ ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ກັບສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ຕາເວັນອອກກາງ ໃນປະຈຸບັນ.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງລະງັບໃຈຢ່າງສຸດຂີດ, ຢຸດຕິບັນດາການກະທຳທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນໃນທັນທີ, ປົກປັກຮັກສາປະຊາຊົນ ແລະບັນດາພື້ນຖານໂຄງລ່າງທີ່ຈຳເປັນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດກົດໝາຍສາກົນ, ກົດບັດ ແລະບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ຢ່າງເຂັ້ມງວດ, ເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການພົບປະເຈລະຈາສັນຕິພາບ ເພື່ອຄວາມໝັ້ນຄົງ, ຄວາມປອດໄພ, ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ