ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນລາວ ນໍາໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມ.

leftcenterrightdel
ຜູ້ແທນເຂົ້າຮ່ວມການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ ແລະລາວ. ພາບ: qdnd.vn

ການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດແມ່ນຈຸດພົ້ນເດັ່ນຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ. ດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນທີ່ບໍລິສຸດຢ່າງສະເໝີຕົ້ນສະເໝີປາຍ”, ການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ ແລະລາວ ໄດ້ຈັດຕັ້ງດ້ວຍຮູບການໂອ້ລົມສົນທະນາ, ເວທີສະແດງ ແລະໄດ້ຖ່າຍທອດສົດໃນຊ່ອງໂທລະພາບ VTV1, ສະຖານີໂທລະພາບຫວຽດນາມ, ອອກອາກາດຕໍ່ໃນຊ່ອງໂທລະພາບປ້ອງກັນຊາດຫວຽດນາມ, ໂທລະພາບແຫ່ງຊາດ ລາວ ແລະໂທລະພາບບັນດາແຂວງຊາຍແດນ ຫວຽດນາມ-ລາວ.

leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະໃນລາຍການພົບປະແລກປ່ຽນ. ພາບ: qdnd.vn

ລາຍການພົບປະແລກປ່ຽນລວມມີສອງພາກ. ພາກທີໜຶ່ງ: ການພົບປະແລກປ່ຽນປ້ອງກັນຊາດ-ວັນບຸນເຂດຊາຍແດນ ແລະພາກທີສອງ: ຮ່ວມຊາຍແດນ, ຮ່ວມອຸດົມການດຽວກັນ. ບັນດາຜູ້ແທນໄດ້ຮັບຊົມລາຍການສະແດງສິລະປະຍ້ອງຍໍຊົມເຊີຍພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ຍ້ອງຍໍຊົມເຊີຍນໍ້າໃຈສາມັກຄີ, ຄວາມຜູກພັນອັນສະໜິດແໜ້ນ ຫວຽດນາມ-ລາວ...

leftcenterrightdel
ແຂກຖືກເຊີນ ເຂົ້າຮ່ວມການພົບປະແລກປ່ຽນ. ພາບ: qdnd.vn

ພ້ອມກັນນັ້ນແມ່ນສາລະຄະດີທີ່ຢັ້ງຢືນເຖິງຄວາມສາມັກຄີພິເສດ ຫວຽດນາມ-ລາວ ແມ່ນຜ່ອງໃສຫາຍາກ, ມີໜຶ່ງບໍ່ມີສອງໃນໂລກ; ສະແດງໃຫ້ເຫັນອາລົມຈິດອັນສັດຊື່ບໍລິສຸດຂອງສອງພັກ, ສອງຊາດ ແລະກອງທັບສອງປະເທດ; ສ່ອງແສງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ເຕັມໄປດ້ວຍຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ ຜ່ານການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ; ສະເໜີໂດຍສັງເຂບບັນດາການເຄື່ອນໄຫວພົວພັນຕ່າງປະເທດລະຫວ່າງກອງທັບສອງປະເທດໃນຊຸມປີມໍ່ໆມານີ້; ສ່ອງແສງບັນດາການເຄື່ອນໄຫວປະສານສົມທົບລະຫວ່າງກອງທັບສອງປະເທດ ແລະບັນດາແຂວງຊາຍແດນ ຫວຽດນາມ-ລາວ ໃນການຊອກຫາ, ທ້ອນໂຮມອັດຖິຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ; ສ່ອງແສງໃຫ້ເຫັນອາລົມຈິດຂອງປະຊາຊົນຕໍ່ກັບສອງພັກ, ສອງລັດ ແລະກອງທັບສອງປະເທດທີ່ໄດ້ກໍ່ສ້າງເຂດຊາຍແດນ ຫວຽດນາມ-ລາວ ກາຍເປັນແບບຢ່າງກ່ຽວກັບຄວາມສາມັກຄີມິດຕະພາບ, ສະໜິດຕິດພັນ, ສັດຊື່ບໍລິສຸດ.

leftcenterrightdel
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ມອບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” ໃຫ້ນັກຮຽນທີ່ປະສົບຄວາມຫຍຸ້ງຍາກ. ພາບ: qdnd.vn

ສະຫຼັບກັບລາຍການສະແດງສິລະປະ ແລະສາລະຄະດີແມ່ນການພົບປະແລກປ່ຽນທີ່ສ່ອງແສງໃຫ້ເຫັນການພົວພັນສາມັກຄີທີ່ສະໜິດແໜ້ນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມຮັກແພງລະຫວ່າງອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນເຂດຊາຍແດນ ຫວຽດນາມ-ລາວ; ຜົນການປະສານສົມທົບລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະກອບສ່ວນເຂົ້າໃນການຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ; ຄວາມເອກອ້າງທະນົງໃຈຂອງນາຍທະຫານໜຸ່ມ ເມື່ອໄດ້ສືບຕໍ່ຮຸ່ນພໍ່ຮຸ່ນອ້າຍ ປົກປັກຮັກສາປະເທດຊາດ, ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ ໄວ້ຢ່າງໝັ້ນຄົງ, ກໍ່ສ້າງເຂດຊາຍແດນສອງປະເທດ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ...

leftcenterrightdel
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ພ້ອມກັບບັນດາຜູ້ແທນ ເຂົ້າຮ່ວມການພົບປະແລກປ່ຽນ. ພາບ: qdnd.vn

ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” ໃຫ້ນັກຮຽນ 100 ຄົນ ທີ່ປະສົບຄວາມຫຍຸ້ງຍາກຂອງສອງປະເທດ. ໃນຊຸມວັນຜ່ານມາ, ບັນດາກົມກອງຂອງທະຫານຊາຍແດນ ໄດ້ຈັດພິທີມອບທຶນການສຶກສາຢູ່ໂຮງຮຽນ ແລະໝູ່ບ້ານເຂດຊາຍແດນໃຫ້ນັກຮຽນ 60 ຄົນ.  ທີ່ການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມ ກອງທັບສອງປະເທດ ໃນຕອນຄໍ່າຂອງວັນທີ 22 ຕຸລາ ນີ້, ນັກຮຽນ 40 ຄົນທີ່ຍັງເຫຼືອໄດ້ຮັບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ”.

ໂດຍ: ໄຊຊະນະ