ທີ່ການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ປີ 2024 ໄດ້ເຫັນປະຈັກຕາຫຼາຍເຫດການສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ແລະສອງກອງທັບ, ພົ້ນເດັ່່ນ, ຄື: ການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ; ການຢ້ຽມຢາມເຊິ່ງກັນ ແລະກັນຂອງການນຳຂັ້ນສູງຂອງສອງປະເທດ;...

leftcenterrightdel
ພົນເອກ ຟານວັນຢາງ ແລະຄະນະຜູ້ແທນຫວຽດນາມ ທີ່ການພົບປະເຈລະຈາ. ພາບ: qdnd.vn
leftcenterrightdel
ພົນເອກ ຈັນສະໝອນ ຈັນຍາລາດ ແລະຄະນະຜູ້ແທນລາວ ທີ່ການພົບປະເຈລະຈາ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2020-2024, ສອງຝ່າຍບັນລຸໄດ້ໝາກຜົນສຳຄັນ ແລະແທດຈິງ, ຫຼາຍຂົງເຂດລື່ນກາຍຄາດໝາຍທີ່ວາງໄວ້.

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢືນຢັນວ່າ ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ແມ່ນຮູບແບບການຮ່ວມມືຢ່າງມີປະສິດທິຜົນ, ເປັນເອກະລັກສະເພາະພິເສດລະຫວ່າງສອງປະເທດ, ພ້ອມທັງແມ່ນການເຄື່ອນໄຫວທີ່ມີຄວາມໝາຍທາງດ້ານການເມືອງຢ່າງເລິກເຊິ່ງ, ສະແດງຄວາມຕັດສິນໃຈດ້ານການເມືອງຂອງພັກ, ລັດ, ກອງທັບ, ບັນດາທ້ອງຖິ່ນ ແລະພິເສດແມ່ນປະຊາຊົນ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດ ຫວຽດນາມ - ລາວ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ທີ່ການພົບປະ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງສຸມໃສ່ເຂົ້າໃນບາງເນື້ອໃນຮ່ວມມືຈຸດສຸມ. ກ່ອນອື່ນໝົດ, ເພີ່ມທະວີການຮ່ວມມືໃນວຽກງານພັກ ແລະວຽກງານການເມືອງ, ໃນນັ້ນສຸມໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ ແລະຄວາມສຳຄັນຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ພິເສດແມ່ນບັນດາເຫດການສຳຄັນຂອງສອງປະເທດ, ສອງກອງທັບ.

leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ເຊັນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ພາບ: qdnd.vn

ພ້ອມກັນນັ້ນ, ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເຊັ່ນການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີ, ການສົນທະນານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີປ້ອງກັນປະເທດ,  ການຮ່ວມມືລະຫວ່າງບັນດາອົງການ, ກົມກອງຂອງສອງຝ່າຍເປັນປະຈຳ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືໃນວຽກງານການທະຫານ ແລະປ້ອງກັນຊາດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນການທະຫານ; ຮ່ວມມືຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ; ການຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ;...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ. ພາບ: qdnd.vn

ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ລົງນາມໃນອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2025 – 2029 ແລະແຜນການຮ່ວມມື 2025.

ໂດຍ: ທະນາພອນ