ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ຈີນ ຢ້ຽມຊົມເຂດທົດລອງເປີດການແພດສາກົນ Fangchenggang
ກປ.ອອນໄລ - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ພ້ອມດ້ວຍຄະນະຜູ້ແທນຂອງສອງປະເທດ ໄດ້ໄປຢ້ຽມຊົມເຂດທົດລອງເປີດການແພດສາກົນ Fangchenggang, ຈີນ.
ຢູ່ທີ່ນີ້, ມີເຂດວາງສະແດງຂອງເຂດທົດລອງການແພດ ແລະເຂດວາງສະແດງການຢາພື້ນເມືອງ. ເຂດວາງສະແດງຂອງເຂດທົດລອງການແພດໄດ້ແນະນຳກ່ຽວກັບແຜນຜັງ ແລະໂຄງສ້າງການພັດທະນາຂອງເຂດທົດລອງ, ກໍ່ຄືສະພາບການຮ່ວມມື ແລະແລກປ່ຽນກັບບັນດາປະເທດສະມາຊິກຂອງອົງການຮ່ວມມື ຊຽງໄຮ້ (SCO) ແລະບັນດາປະເທດອາຊຽນ.
ເຂດວາງສະແດງການແພດ-ການຢາພື້ນເມືອງ ໄດ້ວາງສະແດງຊັບພະຍາກອນອຸດົມສົມບູນ ກ່ຽວກັບເພສັດຊະກຳເປັນສັດ ແລະພືດຢູ່ເຂດອ່າວພາກເໜືອ ແລະສາຍພູ Shiwan dashan, ກໍ່ຄືຄວາມສາມາດບົ່ມຊ້ອນຂອງທີ່ຕັ້ງພູມສາດເອກະລັກສະເພາະ ແລະແຫຼ່ງຊັບພະຍາກອນອຸດົມສົມບູນ ເພື່ອພັດທະນາຂະແໜງການແພດ-ການຢາພື້ນເມືອງ ທີ່ມີລັກສະນະຊົນເຜົ່າ, ຜ່ານນັ້ນຊຸກຍູ້ການພົບປະແລກປ່ຽນ ແລະການຮ່ວມມືສາກົນໃນຂົງເຂດການແພດ-ການຢາພື້ນເມືອງ.
ດັ່ງລຸ່ມນີ້ແມ່ນຮູບພາບທີ່ເຂດທົດລອງເປີດການແພດສາກົນ Fangchenggang:
ໂດຍ: ແສງເດືອນ