ນັກຂ່າວ: ຂໍທ່ານໃຫ້ຮູ້ຄວາມໝາຍຂອງການເຄື່ອນໄຫວພົບປະແລກປ່ຽນຄືແນວນີ້, ເປັນຕົ້ນແມ່ນການເຄື່ອນໄຫວພົບປະແລກປ່ຽນລະຫວ່າງຊາວໜຸ່ມ, ນັກຮຽນຂອງສອງປະເທດສຳລັບສາຍພົວພັນ ຫວຽດນາມ-ຈີນ?

ອາຈານ ມາຍຮວ່າງເລິມ: ຂ້າພະເຈົ້າ ຖືວ່າ ຄວາມໝາຍອັນດັບໜຶ່ງຂອງການເຄື່ອນໄຫວພົບປະແລກປ່ຽນແມ່ນເພື່ອເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບລະຫວ່າງຄົນລຸ້ນໜຸ່ມຂອງສອງປະເທດ. ການເຄື່ອນໄຫວພົບປະແລກປ່ຽນເຮັດໃຫ້ນັກຮຽນຈາກທັງສອງປະເທດມີກາລະໂອກາດໄດ້ຮຽນຮູ້ກ່ຽວກັບວັດທະນະທໍາ, ປະຫວັດສາດ ແລະປະຊາຊົນຂອງກັນແລະກັນ, ພ້ອມທັງສ້າງນໍ້າໃຈມິດຕະພາບ ແລະຄວາມເຄົາລົບເຊິ່ງກັນແລະກັນນັບແຕ່ຍັງນ້ອຍ, ປະກອບສ່ວນເຂົ້າໃນການສ້າງພື້ນຖານສັງຄົມທີ່ໝັ້ນແກ່ນໃຫ້ແກ່ການພົວພັນໄລຍະຍາວລະຫວ່າງສອງປະເທດ.

leftcenterrightdel
ອາຈານ ມາຍຮວ່າງເລິມ ກ່າວຄໍາເຫັນໃນໂອກາດການຢ້ຽມຢາມຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຈີນ ຢູ່ໂຮງຮຽນມັດທະຍົມຕອນປາຍ ເຈິ່ນຟູ. ພາບ: qdnd.vn

ຄຽງຂ້າງນັ້ນ, ການເຄື່ອນໄຫວພົບປະແລກປ່ຽນ ກໍປະກອບສ່ວນເຂົ້າໃນການສ້າງຊາຍແດນທີ່ສັນຕິພາບ, ສະຖຽນລະພາບລະຫວ່າງສອງປະເທດ. ເມື່ອຄົນລຸ້ນໜຸ່ມສອງປະເທດ ເຂົ້າໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ມີສະຕິຕໍ່ການຮັກສາສັນຕິພາບ, ການຮ່ວມມືຢູ່ເຂດຊາຍແດນກໍ່ໄດ້ຮັບການຍົກສູງຂຶ້ນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາເສດຖະກິດ, ການຄ້າ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງທ້ອງຖິ່ນຊາຍແດນ.

ຊາວໜຸ່ມ, ນັກຮຽນໃນປະຈຸບັນຈະກາຍເປັນຜູ້ນໍາ, ນັກວິທະຍາສາດ, ນັກທຸລະກິດໃນອະນາຄົດ. ນີ້ກໍຈະເປັນກໍາລັງທີ່ສືບຕໍ່ຮັກສາ ແລະພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ. ການພົບປະແລກປ່ຽນ, ການເພີ່ມທະວີຄວາມເຂົ້າໃຈໃນຂະນະທີ່ຍັງຮຽນຢູ່ຈະຊ່ວຍໃຫ້ເຂົາເຈົ້າພັດທະນາຈິນຕະນາການຮ່ວມມື, ເຄົາລົບນັບຖື ແລະພ້ອມກັນພັດທະນາ.

ການເຄື່ອນໄຫວຕ່າງໆ, ຄື: ການທ່ອງທ່ຽວວັດທະນະທໍາ - ປະຫວັດສາດ, ການພົບປະແລກປ່ຽນ, ສະແດງສິລະປະ, ການແຂ່ງຂັນກິລາ, ການຮຽນຮູ້ກ່ຽວກັບຊີວິດໃນການຮໍ່າຮຽນ... ລະຫວ່າງນັກຮຽນ, ນັກສຶກສາຂອງສອງປະເທດ ກໍ່່ຊ່ວຍເປີດກວ້າງການພົບປະແລກປ່ຽນລະຫວ່າງປະຊາຊົນ, ຜ່ານນັ້ນໜູນຊ່ວຍການພົວພັນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ ແລະການປ້ອງກັນຊາດລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ພ້ອມດ້ວຍຄູອາຈານ ແລະນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ເຈິ່ນຟູ ກັບໂຮງຮຽນມັດທະຍົມ Dongxing (ນະຄອນ Dongxing, ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງ ກວາງຊີ, ຈີນ). ພາບ: qdnd.vn

ສະນັ້ນ, ຂ້າພະເຈົ້າ ຖືວ່າ ການເຄື່ອນໄຫວພົບປະແລກປ່ຽນ, ພິເສດແມ່ນລະຫວ່າງຊາວໜຸ່ມ ແລະນັກຮຽນ, ມີຄວາມໝາຍໃນໄລຍະຍາວໃນການເພີ່ມທະວີຄວາມເຂົ້າໃຈ, ປັບປຸງນໍ້າໃຈມິດຕະພາບ, ສ້າງຊາຍແດນສັນຕິພາບ, ສ້າງພື້ນຖານທີ່ຍືນຍົງໃຫ້ແກ່ການພົວພັນ ຫວຽດນາມ-ຈີນ ໃນອະນາຄົດ.

ນັກຂ່າວ: ໃນຖານະທີ່ເປັນໂຮງຮຽນຢູ່ເຂດຊາຍແດນ, ທາງໂຮງຮຽນໄດ້ຈັດຕັ້ງການເຄື່ອນໄຫວ ຫຼື ຫຼັກສູກການສິດສອນຄືແນວໃດ ເພື່ອສຶກສາອົບຮົມພວກນ້ອງໃຫ້ມີຄວາມຮັບຮູ້ ແລະມີສະຕິຕໍ່ການຮັກສາມູນເຊື້ອການພົວພັນອັນດີງາມລະຫວ່າງສອງປະເທດ?

ອາຈານ ມາຍຮວ່າງເລິມ: ໃນຫຼັກສູດການສິດສອນຂອງໂຮງຮຽນ, ພວກຂ້າພະເຈົ້າ ໄດ້ສົມທົບເນື້ອໃນກ່ຽວກັບການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ ແລະຄວາມໝາຍຂອງການສ້າງຊາຍແດນສັນຕິພາບ, ມິດຕະພາບເຂົ້າໃນວິຊາຕ່າງໆເຊັ່ນ: ປະຫວັດສາດ, ພູມສາດ, ການສຶກສາເສດຖະກິດ ແລະກົດໝາຍ...

ຄຽງຂ້າງນັ້ນ, ທາງໂຮງຮຽນຍັງໄດ້ຈັດການເຄື່ອນໄຫວນອກຫຼັກສູດ, ການໂອ້ລົມສົນທະນາ, ການພົບປະໃນຫົວຂໍ້ກ່ຽວກັບນໍ້າໃຈມິດຕະພາບ ຫວຽດນາມ-ຈີນ ແລະສະຕິຕໍ່ການຮັກສາສັນຕິພາບຢູ່ເຂດຊາຍແດນ. ພວກຂ້າພະເຈົ້າ ມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະ, ການແຂ່ງຂັນກິລາຢ່າງເປັນປະຈຳກັບນັກຮຽນຂອງໂຮງຮຽນຢູ່ເຂດຊາຍແດນຂອງສອງປະເທດເພື່ອເພີ່ມທະວີຄວາມເຂົ້າໃຈ ແລະຄວາມສາມັກຄີ. ຈັດຕັ້ງການຢ້ຽມຢາມຫຼັກໝາຍຊາຍແດນ, ຄ້າຍທະຫານຊາຍແດນ, ຊ່ວຍໃຫ້ນັກຮຽນເຂົ້າໃຈອະທິປະໄຕຜືນແຜ່ນດິນ ແລະຄວາມຮັບຜິດຊອບໃນການປົກປັກຮັກສາຊາຍແດນຕື່ມອີກ.

leftcenterrightdel
ນັກຮຽນຂອງໂຮງຮຽນມັດທະຍົມ Dongxing (ນະຄອນ Dongxing, ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງ ກວາງຊີ, ຈີນ). ພາບ: qdnd.vn

ຄູອາຈານ ກໍ່ສົ່ງເສີມໃຫ້ນັກຮຽນຊອກຮູ້ກ່ຽວກັບວັດທະນະທໍາ, ພາສາ ແລະຮີດຄອງປະເພນີຂອງກັນ ແລະກັນ, ຜ່ານນັ້ນສ້າງທ່າທີເຄົາລົບນັບຖື ແລະຮ່ວມມື. ການເຄື່ອນໄຫວເຫຼົ່ານີ້ ຊ່ວຍໃຫ້ນັກຮຽນຍົກສູງຄວາມຮັບຮູ້, ບໍາລຸງສ້າງນໍ້າໃຈມິດຕະພາບ ແລະມີສະຕິຕໍ່ການຮັກສາ, ພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດ.

ນັກຂ່າວ: ໃນຖານະທີ່ເປັນຮອງອໍານວຍການຂອງຮາກຖານການສຶກສາຢູ່ເຂດຊາຍແດນ, ອາຈານ ຕັ້ງຄວາມຫວັງ ຫຼື ຄວາມຕ້ອງການຫຍັງແດ່ຜ່ານການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ຈີນ?

ອາຈານ ມາຍຮວ່າງເລິມ: ກ່ອນອື່ນໝົດ, ຂ້າພະເຈົ້າ ຫວັງວ່າຜ່ານການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ, ນັກຮຽນຈະສາມາດເຂົ້າໃຈສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະຈີນ ຢ່າງຈະແຈ້ງກວ່າ, ຜ່ານນັ້ນສ້າງທ່າທີເຄົາລົບນັບຖື, ຮ່ວມມື, ແລະພ້ອມກັນພັດທະນາ.

ການເຄື່ອນໄຫວພົບປະແລກປ່ຽນໃນລາຍການຍັງສ້າງໂອກາດໃຫ້ນັກຮຽນສ້າງເພື່ອນມິດ, ເປີດກວ້າງຄວາມເຂົ້າໃຈດ້ານວັດທະນະທໍາ, ປະກອບສ່ວນຫຼຸດຜ່ອນໄລຍະຫ່າງ ແລະ ແນວຄິດຕາຍຕົວ.

leftcenterrightdel
ນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ເຈິ່ນຟູ ສະແດງສິລະປະເພື່ອຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ. ພາບ: qdnd.vn

ໃນຖານະທີ່ເປັນຄູສອນ, ຂ້າພະເຈົ້າ ຫວັງວ່າ ບັນດາບົດຮຽນພຶດຕິກໍາຕົວຈິງຄືແບບນີ້ສາມາດຊ່ວຍບໍາລຸງສ້າງນັກຮຽນໃຫ້ມີສະຕິຮັບຜິດຊອບຕໍ່ການຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດຊາຍແດນ ແລະປົກປັກຮັກສາອະທິປະໄຕຂອງຊາດ, ຊ່ວຍສ້າງຄົນລຸ້ນໜຸ່ມໃຫ້ມີຄວາມໝັ້ນໃຈ, ເຊື່ອມໂຍງ, ມີຄວາມສາມາດສົນທະນາ, ສື່ສານ, ຮ່ວມມືໃນສະພາບແວດລ້ອມສາກົນ. ຜ່ານນັ້ນສ້າງສະພາບແວດລ້ອມແຫ່ງການສຶກສາທີ່ບໍ່ພຽງແຕ່ສອນຄວາມຮູ້ໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງຫຼໍ່ລ້ຽງນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະຄວາມຮັບຜິດຊອບຂອງພົນລະເມືອງອີກດ້ວຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການເຄື່ອນໄຫວທີ່ມີຄວາມໝາຍ ເຊັ່ນ: ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຈະປູກ "ແນວພັນ" ທີ່ດີງາມໄວ້ໃນດວງໃຈຂອງນັກຮຽນໃນປະຈຸບັນ, ຊ່ວຍໃຫ້ເຂົາເຈົ້າ ກາຍເປັນຂົວເຊື່ອມຕໍ່ທີ່ຍືນຍົງໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດໃນອະນາຄົດ.

ນັກຂ່າວ: ຂໍຂອບໃຈອາຈານ.

ໂດຍ: ຈາງຫງວຽນ