ເລຂາທິການໃຫຍ່ ໂຕເລິມ ປະດັບຫຼຽນໄຊວິລະກຳ, ຫຼຽນກາພັກ ໃຫ້ແກ່ບັນດາການນຳ, ອະດີດການນຳພັກ, ລັດ
ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເປັນປະທານພິທີປະດັບຫຼຽນໄຊວິລະກຳ ຊັ້ນໜຶ່ງ ແລະຫຼຽນກາສະມາຊິກພັກອາຍຸ 40 ປີໃຫ້ແກ່ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ປະດັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະຫຼຽນກາສະມາຊິກພັກອາຍຸ 45 ປີໃຫ້ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ… ແລະການນຳພັກ, ລັດ ຈຳນວນໜຶ່ງ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ປະດັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະຫຼຽນກາສະມາຊິກພັກອາຍຸ 40 ປີໃຫ້ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ. ພາບ: baochinhphu.vn |
ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ປາດຖະໜາວ່າ ບັນດາການນຳທີ່ໄດ້ຮັບຫຼຽນໄຊວິລະກຳ ຊັ້ນໜຶ່ງ ແລະຫຼຽນກາພັກ ດ້ວຍພູມປັນຍາ, ຄຸນນະທາດ, ອິດທິພົນຊື່ສຽງ ສືບຕໍ່ຕິດຕາມ, ປະກອບຄຳເຫັນ, ຄວາມໄວ້ເນື້ອເຊື່ອໃຈ, ບົດຮຽນປະສົບການຕື່ມອີກໃຫ້ແກ່ຄົນລຸ້ນຫຼັງ.
ໂດຍຕາງໜ້າບັນດາການນຳທີ່ໄດ້ຮັບປະດັບຫຼຽນໄຊວິລະກຳ ຊັ້ນໜຶ່ງ ແລະບັນດາຫຼຽນກາພັກ, ທ່ານ ຟ້າມມິງຈິ້້ງ ນາຍົກລັດຖະມົນຕີ ກ່າວວ່າ ນີ້ແມ່ນບ່ອນອີງດ້ານຈິດໃຈອັນໝັ້ນແກ່ນ, ແມ່ນກຳລັງໜູນກະຕຸກຊຸກຍູ້ຢ່າງແຮງ, ແມ່ນຄຳຕັກເຕືອນຢ່າງເລິກເຊິ່ງເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄຸນນະທາດອັນດີງາມຂອງພະນັກງານ, ສະມາຊິກພັກ, ມານະພະຍາຍາມ ອຸທິດສ່ວນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ, ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຄັດຈາກ: vovworld.vn