ຄະນະຜູ້ແທນຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ. ສ່ວນຄະນະຜູ້ແທນລາວ ໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ນຳໜ້າຄະນະ.

ເນື່ອງໃນໂອກາດດໍາເນີນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງທຶນກໍ່ສ້າງໂຄງການຫ້ອງຮຽນ ໃນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ນີ້ແມ່ນອາຄານຫ້ອງຮຽນທີ່ໄດ້ກໍ່ສ້າງດ້ວຍເຕັກໂນໂລຢີທີ່ກ້າວໜ້າ, ມີພື້ນຖານດ້ານວັດຖຸ, ອຸປະກອນການຮຽນຄົບຖ້ວນໃຫ້ແກ່ນັກຮຽນ ແລະຄູອາຈານ; ແມ່ນໂຄງການທີ່ມີຄວາມໝາຍສຳຄັນ, ສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນ ທີ່ມີຄຸນນະພາບສູງ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນພັດທະນາຄວາມຮູ້, ຄວາມສາມາດຢ່າງຮອບດ້ານ, ປະກອບສ່ວນຍົກສູງລະດັບຄວາມຮູ້, ສ້າງຊັບພະຍາກອນມະນຸດໃຫ້ແກ່ທ້ອງຖິ່ນ ແລະປະເທດ.

leftcenterrightdel
ປະຊາຊົນ ຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ມາເຂົ້າຮ່ວມພິທີເປີດນຳໃຊ້ໂຄງການຫ້ອງຮຽນ ໃນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ:qdnd.vn

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ມາຢ້ຽມຢາມໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ ເຊິ່ງແມ່ນໂຮງຮຽນທີ່ມີທັດສະນີຍະພາບທຳມະຊາດສີຂຽວ, ສະອາດ, ສວຍງາມ, ດ້ວຍພື້ນຖານໂຄງລ່າງທັນສະໄໝ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕີລາຄາສູງຄວາມເອົາໃຈໃສ່ຂອງພັກ, ລັດຖະບານ, ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ໂຮງຮຽນ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ: ການກໍ່ສ້າງອາຄານຫ້ອງຮຽນ ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ລັດຫວຽດນາມ, ເປັນຕົ້ນແມ່ນເຂດຫ່າງໄກສອກຫຼີກ ເພື່ອແນໃສ່ “ບໍາລຸງກໍ່ສ້າງພວກຫຼານ ໃຫ້ກາຍເປັນຊັບພະຍາກອນມະນຸດອັນລ້ຳຄ່າ; ເປັນອະນາຄົດຂອງປະເທດຊາດ, ກາຍເປັນພະນັກງານ, ນັກຮົບທີ່ຈະສືບທອດມູນເຊື້ອການປະຕິວັດໃນອະນາຄົດ.”

leftcenterrightdel
ພວກນ້ອງນັກຮຽນ ມອບຊໍ່ດອກໄມ້ໃຫ້ແກ່ລັດຖະມົນຕີສອງທ່ານ. ພາບ:qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ເຂົ້າຮ່ວມພິທີເປີດນຳໃຊ້ໂຄງການກໍ່ສ້າງຫ້ອງຮຽນ ໃນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ:qdnd.vn
leftcenterrightdel
ຄວາມເບີກບານມ່ວນຊື່ນຂອງພວກນ້ອງນັກຮຽນທີ່ພິທີ. ພາບ:qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ລັດຖະມົນຕີສອງທ່ານມອບຂອງຂວັນໃຫ້ແກ່ຄູອາຈານ ແລະນັກຮຽນ ຂອງໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ:qdnd.vn
leftcenterrightdel
ຕັດແຖບຜ້າເປີດນຳໃຊ້ໂຄງການກໍ່ສ້າງຫ້ອງຮຽນໃນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ:qdnd.vn
leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກ່າວຄໍາເຫັນທີ່ພິທີ. ພາບ:qdnd.vn

ໂດຍ: ທູຈາງ